ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM-ບວກ) ຄັ້ງທີ 11 ໄດ້ຈັດຂຶ້ນໃນວັນທີ 21 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ

ໂດຍການເປັນປະທານ ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງຕ່າງປະເທດ ແຫ່ງ ສປປ ລາວ, ທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ແລະ ຕີມໍແລັດສະເຕ, ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາແຂກຖືກເຊີນ.

ກ່ອນອື່ນ,ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຕ້ອນຮັບບັນດາທ່ານຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM-ບວກ) ຄັ້ງທີ 11, ສະແດງຄວາມຊົມເຊີຍ ມາຍັງລັດຖະມົນຕີປ້ອງກັນປະເທດ ຈີນ, ຍີ່ປຸ່ນ, ມາເລເຊຍ, ນິວຊີແລນ, ສ ເກົາຫຼີ ແລະ ຣາຊະອານາຈັກໄທ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ADMM-ບວກ ເປັນຄັ້ງທໍາອິດ ແລະ ຖືໂອກາດນີ້, ສະແດງຄວາມຊົມເຊີຍ ອິນໂດເນເຊຍ ທີ່ໄດ້ເຮັດສໍາເລັດການເປັນປະທານກອງປະຊຸມ ADMM-ບວກ ຄັ້ງທີ 10 ໃນປີ 2023 ຢ່າງຈົບງາມ ແລະ ຈະສາມາດສືບຕໍ່ຜົນສໍາເລັດ ຂອງອິນໂດເນເຊຍ ໃນປີຜ່ານມາ.

ກອງປະຊຸມ ADMM-ບວກ ຄັ້ງທີ 11 ໃນມື້ນີ້ ໄດ້ດໍາເນີນພາຍໃຕ້ ຫົວຂໍ້ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ ຂອງອາຊຽນ”. ກອງປະຊຸມຄັ້ງນີ້, ໄດ້ຈັດຂຶ້ນທ່າມກາງສະພາບການຂອງໂລກ ແລະ ພາກພື້ນ ມີຄວາມຫຍຸ້ງຍາກສັບສົນ, ສະລັບສັບຊ້ອນ ແລະ ຍາກທີ່ຈະຄາດຄະເນໄດ້. ມີຫຼາຍພາກພື້ນໃນໂລກກໍາລັງປະເຊີນໜ້າກັບຄວາມໝັ້ນຄົງທາງການທະຫານ ແລະ ບໍ່ແມ່ນທາງການທະຫານ ທີ່ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ກໍຄື ການພັດທະນາເສດຖະກິດ-ສັງຄົມ ໂດຍລວມ.

ດັ່ງນັ້ນ, ຈຶ່ງເປັນໂອກາດທີ່ດີ ທີ່ບັນດາທ່ານລັດຖະມົນຕີປ້ອງກັນປະເທດ ໄດ້ມາພົບກັນ ເພື່ອປຶກສາຫາລື ແລະ ແລກປ່ຽນສະພາບກ່ຽວກັບຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ເພື່ອເສີມຂະຫຍາຍການຮ່ວມມື ດ້ານວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ສົ່ງເສີມຄວາມເຂົ້າໃຈ ແລະ ແລະ ຄວາມໄວ້ວາງໃຈຊຶ່ງກັນ ແລະ ກັນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ ຂອງພາກພື້ນ ແລະ ສາກົນ. ຫວັງຢ່າງຍິ່ງວ່າ ບັນດາທ່ານຈະສະໜັບສະໜູນ ແລະ ປະກອບສ່ວນ ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ ສາມາດບັນລຸຜົນສໍາເລັດຕາມການມອບ

ໝາຍ.

ໃນຕອນທ້າຍ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວຕື່ມວ່າ: ສະແດງຄວາມຍິນດີ ທີ່ແຜນການສາມປີ ຂອງໜ່ວຍງານຜູ້ຊ່ຽວຊານ ກອງປະຊຸມ ADMM-ບວກ ໄດ້ຖືກຮັບຮອງ, ແຜນການດັ່ງກ່າວ ຈະເປັນບາດກ້າວສໍາຄັນໜຶ່ງ ສົ່ງເສີມການຮ່ວມມືທີ່ເປັນຮູບປະທໍາ ແລະ ການສ້າງຂີດຄວາມສາມາດ ຂອງບັນດາປະເທດສະມາຊິກ. ປີ2024 ນີ້, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນຊຶ່ງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮັບໜ້າທີ່ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນບວກ ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ. ຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດສະມາຊິກອາຊຽນ, ອາຊຽນ-ບວກ, ຕີມໍແລັດສະເຕ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ຂອງກະຊວງປ້ອງກັນປະເທດ ຂອງ ສປປ ລາວ.

(ຂ່າວ-ພາບ: ບຸນຕອມ, ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກກັບ ສະຫາຍ ຟ້າມ ມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມຄະນະ.
ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ໃນວັນທີ 28 ຕຸລາ ນີ້, ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາທິດສະດີ ສອງພັກຄັ້ງທີ XII ພາຍໃຕ້ຫົວຂໍ້ “ການຈັດຕັ້ງ, ສັບຊ້ອນກົງຈັກລະບົບການເມືອງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ: ບົດຮຽນຂອງລາວ ແລະ ຫວຽດນາມ” ທີ່ຫ້ອງປະຊຸມໂຮງແຮມໂນໂວເທວ ນະຄອນດານັງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ຝ່າຍລາວ ນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ