![]() |
ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17 (17th CLMV Economic Minister's Meeting) ທີ່ຢັ້ງກຸ້ງ, ສສ.ມຽນມາ ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ດຣ. ວາ ວາ ມ່ອງ (Dr. WahWahMaung),ລັດຖະມົນຕີກະຊວງລົງທຶນ ແລະ ພົວພັນເສດຖະກິດຕ່າງປະເທດ ແຫ່ງ ສສ.ມຽນມາ ໂດຍມີບັນດາລັດຖະມົນຕີເສດຖະກິດຂອງ ປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV),ຮອງກອງເລຂາອາຊຽນ ພ້ອມດ້ວຍ ຄະນະຜູ້ແທນຈາກກະຊວງກ່ຽວຂ້ອງຂອງ4ປະເທດດັ່ງກ່າວເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນ ແລະ ຕີລາຄາຄືນການຕິດຕາມການຈັດຕັ້ງປະຕິບັດແຜນປະຕິບັດງານ ປີ 2023-2024 ທີ່ຜ່ານມາ ແລະ ເອກະພາບກັນ ກ່ຽວກັບ ທິດທາງແຜນການປະຕິບັດງານໃນສົກປີ 2025-2026, ໄດ້ຮັບຮອງເອົາຮ່າງບົດແນະນໍາກົນໄກການປະສານງານແຜນການຈັດຕັ້ງປະຕິບັດສຳລັບ ຂອບວຽກການພັດທະນາກຸ່ມປະເທດ ກຳປູເຈຍ-ສປປລາວ-ມຽນມາ ແລະ ຫວຽດນາມ ທີ່ໄດ້ຄົ້ນຄວ້າ ໂດຍສະຖາບັນລຸ່ມແມ່ນໍ້າຂອງ ເພື່ອເລັ່ງລັດໃຫ້ມີການຈັດຕັ້ງປະຕິບັດໃນເວລາອັນຄວນ, ພ້ອມນີ້ກອງປະຊຸມຍັງໄດ້ແລກປ່ຽນທັດສະນະນໍາກັນ ກ່ຽວກັບ ວິໄສທັດການສ້າງກຸ່ມປະເທດ CLMVໃຫ້ເປັນສູນກາງການຜະລິດສະບຽງອາຫານ ເພື່ອສົ່ງອອກໃຫ້ແກ່ຕະຫຼາດໂລກໃນອານາຄົດ ແລະ ປຶກສາຫາລືກ່ຽວ ກັບບັນຫາອື່ນໆທີ່ກ່ຽວຂ້ອງອີກຈໍານວນໜຶ່ງ.

ຄໍາເຫັນ