ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8
ທ່ານ ທອງສະຫວັນ ພົມວິຫານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າໃຫ້ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 8ເມື່ອວັນທີ 7 ທັນວາຜ່ານມາທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ພາຍໃຕ້ຫົວຂໍ້: ຄວາມໝາຍໝັ້ນຮ່ວມກັນເພື່ອຫັນເປັນທັນສະໄໝ ແລະ ເພີ່ມທະວີຄວາມເຂັ້ມແຂງໃນອະນຸພາກພື້ນ (Jointly Strive for Modernization and Cultivate New Strengths in Subregional Development) ໂດຍການເປັນປະທານຮ່ວມຂອງທ່ານຫວາງ ອີ້ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນແລະ ທ່ານ ທັນ ສະເວຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ສສ ມຽນມາ ໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ. 
ກອງປະຊຸມໄດ້ຕີລາຄາ ແລະ ທົບທວນຄືນຜົນຂອງການຮ່ວມມືໃນຕະຫຼອດໄລຍະ 7 ປີຜ່ານມາ ໂດຍເຫັນວ່າຂອບການຮ່ວມມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ແລະ ແຜນປະຕິບັດງານ 5 ປີ (2018-2022) ພາຍໃຕ້ 3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບຸລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຄ້າຂ້າມຊາຍແດນການສ້າງຂີດຄວາມອາດສາມາດໃນການຜະລິດ, ກະສິກຳ ແລະ ລຶບລ້າງຄວາມທຸກຍາກ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍຄືພາກພື້ນແມ່ນ້ຳຂອງ.ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນທຶນ 300 ລ້ານໂດລາເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບແຕ່ປີ 2017 ເປັນຕົ້ນມາ ຊຶ່ງກອງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນບັນດາໂຄງການເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ.ມາຮອດປັດຈຸບັນ ມີຫຼາຍກ່ວາ 700 ໂຄງການລວມເປັນມູນຄ່າທັງໝົດດ 80 ກວ່າລ້ານໂດລາ ທີ່ໄດ້ຮັບການສະຫນັບສະໜູນຈາກກອງທຶນພິເສດດັ່ງກ່າວ, ໃນນັ້ນ ສປປ ລາວ ເຮົາໄດ້ຮັບ 80 ໂຄງການ ຄິດເປັນມູນຄ່າລວມ21 ກວ່າລ້ານໂດລາ.
ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລືເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ທີ່ມີແຜນຈະຈັດຂຶ້ນໃນໄລຍະທ້າຍເດືອນທັນວາ 2023 ນີ້. 
ທ່ານ ທອງສະຫວັນ ພົມວິຫານໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມື MLC ຊຶ່ງຕະຫຼອດໄລຍະ 7 ປີຜ່ານມາ ສປ ຈີນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງເວົ້າລວມ,ເວົ້າສະເພາະ ກໍຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການທີ່ແນໃສ່ການພັດທະນາແບບຍືນຍົງ, ພ້ອມທັງ,ໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານລະບົບເສດຖະກິດທັນສະໄໝ, ແນໃສ່ການພັດທະນານະວັດຕະກຳ ແລະ ດີຈີຕອນ, ຍົກສູງການພັດທະນາຊັບພະຍາກອນມະນຸດໃນທຸກຂະແໜງການໂດຍສະເພາະສຸມໃສ່ຂະແໜງກະສິກຳ, ພະລັງງານສະອາດ ແລະ ການທ່ອງທ່ຽວ.
ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ