ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16
ໃນວັນທີ 10 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ທີ່ ຫໍປະຊຸມແຫ່ງຊາດ ກົວລາລຳເປີ ປະເທດ ມາເລເຊຍ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Bui Thanh Son ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ IWAYA Takeshi ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ.​
ກອງປະຊມລດຖະມນຕຕາງປະເທດຂອບການຮວມມແມນາຂອງ-ຍປນ ຄງທ 16 - image 1
 

 

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ໄດ້ຮ່ວມກັນທົບທວນຄືນ ໝາກຜົນຂອງການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳຂອງ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ທີ່ນອນຢູ່ໃນແຜນຍຸດທະສາດໂຕກຽວ 2024 ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເຊື່ອມຈອດຂອງອາຊຽນ ແລະ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໄດ້ເປັນຢ່າງດີ. ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ລວມທັງແຜນການຈັດກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 13 ຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ໃນທ້າຍປີ 2025.

ກອງປະຊຸມຄັ້ງນີ້ ໄດ້ຮັບຊາບເອກະສານສໍາຄັນຂອງກອງປະຊຸມ 1 ສະບັບ ຄື: ຖະແຫຼງການຂອງປະທານຮ່ວມກອງປະຊຸມ (Co-Chairs’ Statement) ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ເພີ່ມທະວີການຮ່ວມມືໃນການພັດທະນາ ເສດຖະກິດ-ສັງຄົມ ລະຫວ່າງບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ຍີ່ປຸ່ນ ໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ກໍຄືຂອງ ສປປ ລາວ. ເປັນຕົ້ນແມ່ນ, ການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ ເພື່ອຜັນຂະຫຍາຍແຜນຍຸດທະສາດຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດທາງບົກໃນພາກພື້ນ, ທັງເປັນການອຳນວຍຄວາມສະດວກທາງດ້ານການຄ້າການລົງທຶນ ແລະ ການເຂົ້າເຖິງຕະຫຼາດພາກພື້ນ ແລະ ທົ່ວໂລກ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ  ສສ ຫວຽດນາມ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.
ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ໃນວັນທີ 21 ຕຸລາ ຜ່ານມາ, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປາຣີ ສາທາລະນະລັດ ຝຣັ່ງ.
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.
ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ໃນລະຫວ່າງວັນທີ 22-29 ຕຸລານີ້, ໃນການເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ນໍາໂດຍສະຫາຍນາງວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ໄປຢ້ຽມຍາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລານີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ,ໂດຍສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ, ພ້ອມຄະນະໃຫ້ການຕ້ອນຮັບ.
ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນ ແຂວງສາລະວັນ ສປປ ລາວ ແລະ ສະພາປະຊາຊົນ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຊັ້ນສອງ ຂອງສະໂມສອນແຂວງສາລະວັນ ຝ່າຍສະພາປະຊາຊົນ ແຂວງສາລະວັນ ນໍາໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ຝ່າຍສະພາປະຊາຊົນ ນະຄອນເຫວ໋ ນໍາໂດຍ ທ່ານ ຫງວຽນ ກວາງ ຕ໋ວນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນ ນະຄອນເຫວ້ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ, ໃນວັນທີິ 22 ຕຸລານີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສັນຍາ ປຣະເສີດ ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີບັນທ່ານສະມາຊິກລັດຖະສະພາ, ບັນດາຜູ້ຊ່ຽວຊານແລະ ແຂກຖືກເຊີນເຂົາຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ໃນວັນທີ 23 ຕຸລານີ້, ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄ ສະນາອົບຮົມ ສູນກາງພັກ (ຄອສພ) ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກ ກັບຄະນະໂຄສະ ນາສຶກສາ ແລະ ຂົນຂວາຍປະຊາຊົນ ສສ ຫວຽດນາມ, ນຳໂດຍ ສະຫາຍ ຕັງຫິວຟອງ ຮອງປະທານ ຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກ ນະຄອນໂຮ່ຈິມິນ ພ້ອມຄະນະ ໃຫ້ການຕ້ອນຮັບ
ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ໂດຍຕອບສະໜອງ ຕາມການເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບ ສ. ເກົາຫຼີ - ລາວ (KLFA), ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ສ. ເກົາຫຼີ (LKFA) ຊຶ່ງນຳໂດຍທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ.ເກົາຫຼີ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ​ວຽກທີ່ ສ. ເກົາຫຼີ ແຕ່ວັນທີ 22-27 ຕຸ​ລາ 2025.
ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ໃນວັນທີ 22 ຕຸລາ ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ(The Economic and Social Development Programme (Geospatial Data Platform) ມູນຄ່າ 649 ລ້ານເຢນ ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມທັງມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ວັນທີ 20 ຕຸລາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 77,500 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP).
ເພີ່ມເຕີມ