ກອງປະຊຸມແລກປ່ຽນບົດຮຽນການຮ່ວມມື ລະຫວ່າງ ສໍານັກພິມລາວ - ສໍານັກພິມຈີນ

ກອງປະຊຸມແລກປ່ຽນບົດຮຽນການຮ່ວມມື ລະຫວ່າງ ສໍານັກພິມລາວ - ສໍານັກພິມຈີນ

ກອງປະຊຸມແລກປ່ຽນບົດຮຽນການຮ່ວມມື ລະຫວ່າງ ສໍານັກພິມລາວ - ສໍານັກພິມຈີນ
ກອງປະຊຸມແລກປ່ຽນບົດຮຽນການຮ່ວມມື ລະຫວ່າງ ສໍານັກພິມລາວ - ສໍານັກພິມຈີນ ໄດ້ຈັດຂຶ້ນໃນວັນທີ 30 ມີນາ ນີ້ ທີ່ໂຮງແຮມລາດຊະວົງ ວັນດ້າວິສຕ້າ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ແລະ ທ່ານ ນາງ ລີຢາງ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຂາອອກ-ຂາເຂົ້າເອກະສານ ວິທະຍາສາດເຕັກໂນໂລຊີ ຈໍາກັດ ຫົວໜ້າຄະນະຝ່າຍຈີນຊຶ່ງມີບັນດາຜູ້ແທນສຳນັກພິມຈໍາໜ່າຍທັງສອງຝ່າຍເຂົ້າຮ່ວມ.
ກອງປະຊມແລກປຽນບດຮຽນການຮວມມ ລະຫວາງ ສານກພມລາວ - ສານກພມຈນ - image 1
 

 

ທ່ານ ນາງ ຈັນເພັດ ຄໍາຟອງ ໄດ້ມີຄໍາເຫັນວ່າ: ວຽກງານຄຸ້ມຄອງ-ສົ່ງເສີມການຈັດພິມ ແລະ ການຈໍາໜ່າຍຢູ່ລາວ ແມ່ນວຽກງານໜຶ່ງທີ່ນອນຢູ່ໃນພາລະບົດບາດຂອງກົມວັນນະຄະດີ ແລະ ພິມຈໍາໜ່າຍ ໃນໄລຍະຜ່ານມາ ສາມາດຄຸ້ມຄອງ ແລະ ເກັບກໍາຂໍ້ມູນຫົວໜ່ວຍທີ່ເຄື່ອນໄຫວວຽກງານຈັດພິມ ແລະ ຈໍາໜ່າຍ ປະກອບມີ: ສໍານັກພິມທັງໝົດ 15 ສໍານັກພິມ. ໃນນັ້ນ, ສໍານັກພິມຂອງລັດ ມີ 2 ແຫ່ງ, ສໍານັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ ແລະ ສໍານັກພິມສຶກສາ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີສໍານັກພິມຂອງເອກະຊົນ 13 ແຫ່ງ ສ່ວນໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ ມີ 12 ສໍານັກພິມ ແລະ ຢູ່ຕ່າງແຂວງ 1 ສໍານັກພິມ ຄືຕັ້ງຢູ່ນະຄອນ-ຫຼວງພະບາງ ສ່ວນຢູ່ແຂວງອື່ນ ແມ່ນບໍ່ທັນມີສໍານັກພິມ. ໃນປີ 2025 ມີປຶ້ມມາຂຶ້ນທະບຽນ ທັງໝົດ 470 ຫົວເລື່ອງ ແບ່ງເປັນປະເພດຄວາມຮູ້ທົ່ວໄປ 20 ຫົວເລື່ອງ, ປັດຊະຍາ 3 ຫົວເລື່ອງ, ສັງຄົມສາດ 39 ຫົວເລື່ອງ, ສາສະໜາ 6 ຫົວເລື່ອງ, ພາສາລາວ 146 ຫົວເລື່ອງ, ສິລະປະວິຈິດສິນ 1 ຫົວເລື່ອງ, ວັນນະຄະດີ 225 ຫົວເລື່ອງ, ພູມສາດ-ປະຫວັດສາດ 17 ຫົວເລື່ອງ ສະເລ່ຍແລ້ວປຶ້ມມາຂຶ້ນທະບຽນເກືອບ 60 ສ່ວນຮ້ອຍ ຈະເປັນປຶ້ມສໍາລັບເດັກ ກ່ຽວກັບພາສາລາວ ແລະ ວັນນະຄະດີ ສໍາປຶ້ມຜູ້ໃຫຍ່ມີພຽງແຕ່ 40 ສ່ວນຮ້ອຍຈະເປັນປຶ້ມບົດຄົ້ນຄວ້າທາງດ້ານວິຊາການ. ການຄຸ້ມຄອງສົ່ງເສີມວຽກງານພິມຈໍາໜ່າຍ.

ທ່ານ ນາງ ຈັນເພັດ ຄໍາຟອງ ໄດ້ກ່າວຕື່ມວ່າ: ຜົນສໍາເລັດການປັບປຸງກົດໝາຍວ່າດ້ວຍພິມຈໍາໜ່າຍ 2023 -2025 ຜ່ານມາໄດ້ລົງເຜີຍແຜ່ກົດໝາຍ ໃນຂອບເຂດທົ່ວປະເທດ. ນອກນີ້ ຈະຕ້ອງໄດ້ລົງຊຸກຍູ້ສົ່ງເສີມວຽກງານພິມຈໍາໜ່າຍຂະຫຍາຍຕົວໃນຂອບເຂດທົ່ວປະເທດ ເຮັດໃຫ້ວຽກງານການພິມຈໍາໜ່າຍ ຕອບສະໜອງປຶ້ມທີ່ຫຼາກຫຼາຍໃຫ້ແກ່ສັງຄົມໄດ້ຊົມໃຊ້ ຮຽນຮູ້ປະກອບສ່ວນເຂົ້າໃນວຽກງານພັດທະນາການສຶກສາ ແລະ ສົ່ງເສີມການອ່ານຂອງສັງຄົມລາວ. ພ້ອມກັນນີ້, ຍັງຈະຕ້ອງໄດ້ສ້າງນິຕິກໍາໃຕ້ກົດໝາຍ ເພື່ອຜັນຂະຫຍາຍກົດໝາຍໃຫ້ລົງສູ່ວຽກງານການຄຸ້ມຄອງມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ ເປັນຕົ້ນແມ່ນການນໍາເຂົ້າ-ສົ່ງອອກປຶ້ມ, ການແລກປ່ຽນລິຂະສິດ, ການແປ, ການຈໍາໜ່າຍ ທາງເອເລັກໂຕຣນິກ ແລະ ອື່ນໆ.

ກອງປະຊມແລກປຽນບດຮຽນການຮວມມ ລະຫວາງ ສານກພມລາວ - ສານກພມຈນ - image 2
 

ກອງປະຊຸມໃນຄັ້ງນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນວຽກງານການຈັດພິມ ແລະ ການຈໍາໜ່າຍ ລະຫວ່າງສໍານັກພິມລາວ-ຈີນ. ທັງສອງຝ່າຍເຫັນດີການຮ່ວມມືທາງດ້ານວຽກງານພິມຈໍາໜ່າຍໃນຕໍ່ໜ້າລະຫວ່າງສໍານັກພິມລາວ ແລະ ສໍານັກພິມຕ່າງໆຂອງຈີນ. ພ້ອມນີ້, ທັງສອງຝ່າຍໄດ້ສະເໜີວຽກງານການພິມ ແລະ ການຈໍາໜ່າຍເພື່ອໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບວຽກງານການພິມຈໍາໜ່າຍ, ບັນຫາສິ່ງທີ່ຫຍຸ້ງຍາກ ແລະ ທ້າທາຍຂອງວຽກງານພິມຈໍາໜ່າຍ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະ ການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24 (The 24th International Meeting of Communist and Workers’ Parties) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ I“ຟີແດນ: ມູນເຊື້ອ ແລະ ອະນາຄົດ” (The 1st International Colloquium “Fidel: Legacy and Future”)ແຕ່ວັນທີ 7-12 ສິງຫາ 2026 ທີ່ ນະຄອນຫຼວງລາຮາວານ, ສ ກູບາ ໂດຍມີບັນດາພັກການເມືອງໃນທົ່ວໂລກ ເຂົ້າຮ່ວມຫຼາຍກວ່າ 48 ພັກການເມືອງ.
ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ໃນວັນທີ 13 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ ( 13/8/1950-13/8/2026) ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ໃນນາມຜູ້ຕາງໜ້າພິເສດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກໍາມະກອນ ແລະ ສໍາມະນາສາກົນ ຢູ່ ສ ກູບາ ແຕ່ວັນທີ 4-12 ສິງຫາ 2026.
ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ໃນວັນທີ 11 ສິງຫານີ້ ທີ່ໂຮງເເຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ(1/8/2010-1/8/2026), ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈຳການ ຄຊກລ ແລະ ມີບັນດາທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານລັດຖະບານ ແລະ ນັກສຶກສາເຂົ້າຮ່ວມ ຈຳນວນ 200 ຄົນ.
ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 12 ສິງຫາ ນີ້ ທີ່ ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຈີນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ ຜ່ານມາ.
ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ: ສະຖານທູດຈີນ, ກູບາ, ອິນໂດເນເຊຍ, ຣັດເຊຍ, ຮົງກາລີ, ຕວັກກີ, ການາດາ, ມຽນມາ, ເຢຍລະມັນ, ມົງໂກລີ, ຕີມໍ, ຟີລິບປິນ, ອາເມຣິກາ, ຝຣັ່ງ, ອົສຕຣາລີ, ສປປ ເກົາຫຼີ, ສະວິດເຊີແລນ, ບຣູໄນ, ຍີ່ປຸ່ນ, ສ ເກົາຫຼີ, ມາເລເຊຍ, ສິງກະໂປ, ລຸກຊຳບວກ, ອິນເດຍ, ສະມາຄົມມິດຕະພາບມຽນມາ-ລາວ, ທະນາຄານພັດທະນາອາຊີ (ADB), ສະຫະພາບເອີຣົບ, ຫ້ອງການສະ ຫະປະຊາຊາດປະຈຳລາວ, ທະນາຄານໂລກ ໄດ້ມາວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ; ນອກຈາກນີ້, ສະຖານເອກອັກຄະຣາຊາທູດ ແຫ່ງ ຣາສະອານາຈັກໄທ ປະຈຳ ສປປ ລາວ ກໍໄດ້ນຳເອົາ ພວງມາລາ ພະຣາສະທານສົມເດັດພະກະນິດຖາຣາດເຈົ້າກົມສົມເດັດພະເທບພະຣັດຣາດຊະສຸດາ ສະຫຍາມບໍຣົມມະຣາດສະກຸມມາຣີ, ພວງມາລາຂອງ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາສະອານາຈັກໄທ, ກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ, ປະທານສະມາຄົມໄທ-ລາວເພື່ອມິດຕະພາບ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ ແລະ ຫົວໜ່ວຍທຸລະກິດ ແລະ ປະຊາຊົນຂັ້ນຕ່າງໆ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະ​ຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ, ໄດ້ເຖິງແກ່ມໍລະນະກຳໃນເວ​ລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026, ຖືເປັນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຕໍ່ກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ຫາກຍັງໄດ້ຝາກຄວາມອາໄລຮັກ ແລະ ໂສກເສ້າເສຍດາຍຢ່າງສຸດຊຶ້ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ອີກດ້ວຍ.
ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງຈາກກຳປູເຈຍ ນຳພາໂດຍ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ເພີ່ມເຕີມ