ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຜົນການສຳຫຼວດຈາກ Robert Walters ຊຶ່ງເປັນບໍລິສັດຈັດຫາງານ ແລະ ໃຫ້ຄຳປຶກສາດ້ານຊັບພະຍາກອນມະນຸດລະດັບໂລກຂອງປະເທດອັງກິດ ໄດ້ສຳຫຼວດຄວາມຄິດເຫັນຜູ້ຊ່ຽວຊານ ແລະ ບໍລິສັດຕ່າງໆໃນສິງກະໂປ ຈຳນວນ 579 ແຫ່ງ ໃນເດືອນກັນຍາຜ່ານມາ, ຄາດຄະເນວ່າການເພີ່ມຂຶ້ນຂອງເງິນເດືອນໂດຍລວມໃນສິງກະໂປພາຍໃນປີ 2027 ຈະຍັງຄົງຢູ່ໃນລະດັບປານກາງສໍາລັບພະນັກ ງານປັດຈຸບັນ ແລະ ພະນັກງານໃໝ່. ຢ່າງໃດກໍຕາມ, ນາຍຈ້າງ ແລະ ຜູ້ຊ່ຽວຊານທີ່ກຳລັງຊອກວຽກໃໝ່ມີທັດສະນະທີ່ແຕກຕ່າງກັນຢ່າງຫຼວງຫຼາຍກ່ຽວກັບບັນຫານີ້.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ພະຈິກນີ້ວ່າ: ອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື WFP ໄດ້ເຕືອນເມື່ອບໍ່ດົນມານີ້ວ່າ, ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳ ຖືກກີດຂວາງຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນດ້ານອາຫານ, ພະລັງງານ ແລະ ການຂົນສົ່ງຂອງໂລກເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ. ປັດຈຸບັນ, ມີປະມານ 266,000,000 ຄົນໃນທົ່ວໂລກປະເຊີນກັບບັນຫາຂາດແຄນອາຫານຢ່າງໜັກໜ່ວງ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ສະຫະພັນບານເຕະໂລກ ຫຼື FIFA ໄດ້ຢືນຢັນຢ່າງເປັນທາງການກ່ຽວກັບປະເທດເຈົ້າພາບຈັດການແຂ່ງຂັນບານເຕະຍິງຊີງແຊັມໂລກປີ 2031 ແລະ ປີ 2035.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ກົມພາສີຂອງ ສ ເກົາຫຼີ ລາຍງານວ່າ, ການສົ່ງອອກນັບແຕ່ວັນທີ 1 ຫາ 20 ພະຈິກ ມີມູນຄ່າທັງໝົດ 77.4 ຕື້ໂດລາ, ເພີ່ມຂຶ້ນ 101.5% ຊຶ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ໂດຍໄດ້ຮັບແຮງຊຸກຍູ້ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເພີ່ມຂຶ້ນຢ່າງໄວວາ. ໃນຂະນະທີ່ມູນຄ່າການສົ່ງອອກສະເລ່ຍຕໍ່ມື້ບັນລຸ 4.84 ຕື້ໂດລາ, ເພີ່ມຂຶ້ນ 95.2%.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີວັນດຳເນີນກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 1 (24/11/1946 – 24/11/2026).
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວລາ 8 ໂມງ 18 ນາທີຂອງວັນທີ 25 ພະຈິກນີ້, ຈະຫຼວດສົ່ງຍານຊາງເຈີ່ງ 2F-Y24 ທີ່ບັນທຸກຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 24” ໄດ້ຖືກຍິງສົ່ງຂຶ້ນສູ່ອະວະກາດຢູ່ສູນຍິງສົ່ງດາວທຽມຈິວຊວນຈີນ. ຫຼັງຈາກນັ້ນປະມານ 10 ນາທີ, ຍານອະວະກາດໄດ້ແຍກອອກຈາກຈະຫຼວດສົ່ງຍານຢ່າງສຳເລັດຜົນ ແລະ ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້. ຈຸບິນອະວະກາດມີສະພາບທີ່ດີ, ເຮັດໃຫ້ພາລະກິດຍິງສົ່ງຍານຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.
ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33 ໄດ້ຈັດຂຶ້ນລະຫວ່າງວັນທີ 18-19 ພະຈິກນີ້ ຢູ່ນະຄອນເຊິ່ນເຈິ້ນ ແຂວງກວາງຕຸ້ງ ຈີນ. ໂອກາດກ່າວຄຳປາໄສໃນກອງປະຊຸມ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວເຖິງຈຸດເວລາສຳຄັນ 3 ຈຸດ ຊຶ່ງຊ່ວຍໃຫ້ຜູ້ຄົນທັງຫຼາຍຮັບຮູ້ເຂົ້າໃຈ “ສິ່ງມະຫັດສະຈັນແຫ່ງອາຊີ-ປາຊີຟິກ” ຢ່າງຈະແຈ້ງ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ເນື່ອງຈາກໄດ້ຮັບຜົນກະທົບຈາກປະກົດການແອວນີໂຢ, ຫຼາຍພື້ນທີ່ຢູ່ອາຟຣິກາໃຕ້ປະສົບກັບອາກາດຮ້ອນຮຸນແຮງຫວ່າງມໍ່ໆມານີ້, ເຮັດໃຫ້ຄວາມຕ້ອງການໃຊ້ນ້ຳເພີ່ມຂຶ້ນ, ຫຼາຍຕົວເມືອງຢູ່ອາຟຣິກາໃຕ້ໄດ້ປະຕິບັດມາດຕະການຄວບຄຸມການໃຊ້ນ້ຳແບບແບ່ງຂັ້ນລະດັບ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ພະຈິກ ຜ່ານມາ, ກອງປະຊຸມລັດພາຄີ “ສົນທິສັນຍາສະຫະປະຊາຊາດວ່າດ້ວຍຂອບການປ່ຽນແປງຂອງດິນຟ້າອາກາດ” ຄັ້ງທີ 31 (COP31) ທີ່ຈັດຂຶ້ນຢູ່ນະຄອນອັນຕັນຢາ ປະເທດຕວັກກີ ໄດ້ປິດລົງ. ກອງປະຊຸມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງກ່ຽວກັບຫົວຂໍ້ຕ່າງໆທີ່ປະເທດພວມພັດທະນາໃຫ້ຄວາມສົນໃຈຢ່າງກວ້າງຂວາງ ເຊັ່ນ: ການຫັນປ່ຽນທີ່ຍຸຕິທຳ, ການສະໜອງທຶນ ແລະ ອື່ນໆ, ຂະບວນການຫຼາຍຝ່າຍຍັງສືບຕໍ່ກ້າວໄປຂ້າງໜ້າ. ແຕ່ຍ້ອນການບໍ່ເຫັນດີຢ່າງແຮງຂອງບາງປະເທດກ່ຽວກັບຫົວຂໍ້ຫຼັກ ເຊັ່ນ: ການຫັນປ່ຽນເພື່ອຫຼຸດພົ້ນອອກຈາກການນຳໃຊ້ເຊື້ອໄຟຟອດຊິວ, ກອງປະຊຸມຄັ້ງນີ້ຈຶ່ງບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ.
ຄໍາເຫັນ