ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ(ຫສພ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ທີ່ຫ້ອງປະຊຸມໃຫຍ່ຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກຮອງຫົວໜ້າຫ້ອງວ່າການສູນກາງພັກປະທານສະຫະພັນກໍາມະບານ ຫສພ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ

 

ກໍາມະການສູນກາງພັກປະທານສູນກາງສະຫະພັນກໍາມະບານລາວ, ສະຫາຍ ຄໍາຜາ ພິມມະສອນ ຮອງເລຂາຄະນະພັກຮອງຫົວໜ້າຫ້ອງວ່າການສູນກາງພັກຜູ້ຊີ້ນໍາວຽກງານ ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ.

ໃນກອງປະຊຸມ, ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ສ້າງສັນ, ມີຄວາມເປັນເອກະພາບສູງ ແລະມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ຊຶ່ງສະແດງອອກຄື: ກອງປະຊຸມ ໄດ້ຮັບຮອງເອົາລາຍງານການເມືອງທີ່ໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະໄໝທີ VI ແລະແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ I (2020-2024) ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ ໃນໄລຍະຜ່ານມາ ອັນເປັນຜົນງານປະກອບສ່ວນສໍາຄັນ ເຂົ້າໃນການປະຕິບັດໜ້າທີ່ການເມືອງ ກໍຄືໜ້າທີ່ເສນາທິການຂອງ ຫສພ, ເວົ້າສະເພາະ ວຽກງານກໍາມະບານ ທີ່ເປັນກໍາລັງແຮງ ສໍາຄັນຊ່ວຍຄະນະພັກ-ຄະນະນໍາຂອງ ຫສພ. ພ້ອມນີ້, ຍັງໄດ້ຊີ້ໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະບາງບົດຮຽນທີ່ຖອດຖອນໄດ້ ອັນເປັນພື້ນຖານໃຫ້ແກ່ການກໍານົດທິດທາງ, ວາງຄາດໝາຍ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ; ພ້ອມນີ້, ກໍໄດ້ກໍານົດ ແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ II (2025-2029) ໂດຍກໍານົດ 7 ແຜນງານຈຸດສຸມ 14 ໂຄງການສະໜັບສະໜູນ.ກອງປະຊຸມໃຫຍ່ ໄດ້ຮັບຟັງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານກໍາມະບານ ຫສພ ສະໄໝທີ VI ຊຶ່ງໄດ້ຊີ້ໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະປັດໄຈທ້າທາຍ, ແຕ່ກໍໄດ້ຍົກສູງຄວາມຮັບຜິດຊອບ, ຄວາມສູ້ຊົນພະຍາຍາມ ແລະເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ. ພິເສດ, ກອງປະຊຸມໄດ້ຈັດຕັ້ງພິທີມອບທຸງໄຊແຂ່ງຂັນ 5 ເປັນເຈົ້າ ແລະປະດັບຫຼຽນກາໃຫ້ສະຫະພັນກໍາມະບານ ຫສພ ແລະ ກໍາມະບານຮາກຖານ 11 ຮາກຖານ ທົ່ວຫສພ; ພ້ອມນີ້, ກໍໄດ້ຈັດຕັ້ງພິທີມອບເງິນລາງວັນປະກວດເຄື່ອງໝາຍ (ໂລໂກ້) ຂອງ ຫສພ ໃຫ້11 ກົມທີ່ເຂົ້າຮ່ວມແຂ່ງຂັນ.

ກອງປະຊຸມ ໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກໍາມະບານ ຫສພ ຊຸດໃໝ່ ເພື່ອເປັນແກນນໍາໃນການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນກຳມະບານ ຫສພ, ມີຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສະຫະພັນກໍາມະບານ ຫສພ ທັງໝົດ 15 ສະຫາຍ, ໄດ້ປ່ອນບັດເລືອກເອົາ 13 ສະຫາຍ. ຈາກນັ້ນ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນເລືອກເອົາ,ສະຫາຍ ສີທັດ ຈັນທະສຸກ ເປັນປະທານ,ສະຫາຍ ສົມໄພວັນ ແສງສຸລິຍະເປັນຮອງປະທານ ທັງເປັນຜູ້ປະຈຳການ, ສະຫາຍ ວິໄຊ ຂຳຕະກຸນ ເປັນຮອງປະທານທັງເປັນປະທານກວດກາ,ສະຫາຍ ເຫຼັກໄຊ ແກ້ວຍະສານ ເປັນຮອງປະທານທັງເປັນຄະນະປະຈຳ ແລະ ສະຫາຍ ນາງ ພວງເພັດ ໄຊຍະລາດ ເປັນຮອງປະທານ ທັງເປັນຄະນະປະຈຳ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນໍາຈາກສະຫາຍ ເລັດ ໄຊຍະພອນ ຊຶ່ງສະຫາຍໄດ້ຕີລາຄາສູງ ແລະຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງຄະນະບໍລິຫານງານສະຫະພັນ ກໍາມະບານ ຫສພ ສະໄໝທີ VI ທີ່ຍາດມາໄດ້, ພ້ອມທັງ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນກຳມະບານ ຫສພ ໃນ 5 ປີຕໍ່ໜ້າໃຫ້ບັນລຸຜົນສໍາເລັດ ດ້ວຍບາດກ້າວໃໝ່. ກອງປະຊຸມໃຫຍ່ ໄດ້ສໍາເລັດຕາມລະດັບຄາດໝາຍ, ຜົນສໍາເລັດດັ່ງກ່າວ ໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ, ອໍານວຍຄວາມສະດວກຂອງຄະນະພັກ-ຄະນະນໍາ ຫ້ອງວ່າການສູນກາງພັກ ແລະສູນກາງສະຫະພັນກຳມະບານລາວ ບວກກັບຄວາມເປັນເຈົ້າການ, ຄວາມສາມັກຄີເປັນປຶກແຜ່ນຂອງຄະນະບໍລິຫານງານ, ກໍາມະບານຮາກຖານ ແລະສະມາຊິກກໍາມະບານທົ່ວ ຫສພ ທີ່ໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການກະກຽມ ແລະດໍາເນີນກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານ, ຄະນະກໍາມະບານຮາກຖານ ແລະສະມາຊິກກໍາມະບານ ທົ່ວ ຫສພ ຈົ່ງຍົກສູງ ແລະເຊີດຊູບົດບາດຄວາມຮັບຜິດຊອບການເມືອງຂອງຕົນ, ຕັ້ງໜ້າເຄື່ອນໄຫວ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIIຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫສພ ໃຫ້ມີຜົນສໍາເລັດທີ່ໜັກແໜ້ນເຂັ້ມແຂງ ແລະປືນຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

(ຂ່າວ:ຫສພ,ພາບ:ສໍານານ).

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ