ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ
ວິທະຍຸກຸຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 19 ຫາ ວັນທີ 25 ມັງກອນ ນີ້. ໂດຍຫົວຂໍ້ຂອງກອງປະຊຸມໃນຄັ້ງນີ້ແມ່ນ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ຢ່າງມີໄຊ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ເນື້ອເຊື່ອໃຈກ້າວເຂົ້າສູ່ສັງກາດບຸກບືນຂອງຊາດຢ່າງແຮງ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ”. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກກອມມູນິດ ຫວຽດນາມ 5.6 ລ້ານກວ່າສະຫາຍ.
 ກອງປະຊຸມໃຫຍ່ຄັ້ງທີ 14 ຈະປຶກສາຫາລື, ຮັບຮອງເອົາເອກະສານສຳຄັນຫຼາຍສະບັບ, ລວມມີບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ; ບົດລາຍງານລວບລວມບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ ຕາມການກຳນົດທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ; ບົດລາຍງານສະຫຼຸບ 15 ປີແຫ່ງການປະຕິບັດກົດລະບຽບຂອງພັກ (2011 – 2025) ແລະ ສະເໜີ, ກຳນົດທິດເພີ່ມເຕີມ, ປັບປຸງກົດລະບຽບຂອງພັກ; ບົດລາຍງງານສຳຫຼວດກວດຄືນຕີລາຄາການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ 13.
ໃນຕອນເຊົ້າວັນທີ 19 ມັງກອນ ນີ້ ພາຍຫຼັງໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານ ໂຮ່ຈິມິນ ແລະ ຈູດທູບທຽນຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ (ຖະໜົນບັກເຊີນ ນະຄອນຫຼວງຮ່າໂນ້ຍ), ບັນດາຜູ້ແທນໄດ້ໄປຫໍປະຊຸມແຫ່ງຊາດ (ນະຄອນຫຼວງຮ່າໂນ້ຍ) ເພື່ອເຂົ້າຮ່ວມວາລະປະຊຸມຈັດກຽມ ແລະ ໃນຕອນເຊົ້າວັນທີ 20 ມັງກອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຈະເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍ ເຮັດໃຫ້ມີການປິດບັນຊີ 4.7 ລ້ານບັນຊີ

ຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍ ເຮັດໃຫ້ມີການປິດບັນຊີ 4.7 ລ້ານບັນຊີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຄະນະກຳມະການຄວາມປອດໄພທາງເອເລັກໂຕຣນິກຂອງລັດຖະບານອົສຕຣາລີ ໄດ້ລາຍງານການປິດບັນຊີສື່ສັງຄົມອອນລາຍຂອງເດັກນ້ອຍອາຍຸຕໍ່າກວ່າ 16 ປີ ຈຳນວນປະມານ 4.7 ລ້ານບັນຊີ, ຫຼັງຈາກຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍສະບັບທຳອິດຂອງໂລກມີຜົນບັງຄັບໃຊ້ໃນວັນທີ 10 ທັນວາ 2025.
ອາເມຣິກາ ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 18 ລ້ານກວ່າຄົນ

ອາເມຣິກາ ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 18 ລ້ານກວ່າຄົນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ໂຕເລກການຄາດຄະເນລ້າສຸດຈາກສູນຄວບຄຸມ ແລະ ປ້ອງກັນພະຍາດຂອງ ສະຫະລັດ ອາເມຣິກາ ລາຍງານມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ຢ່າງໜ້ອຍ 18 ລ້ານຄົນ ໃນລະດູການນີ້, ໂດຍມີຜູ້ເຂົ້າປິ່ນປົວໃນໂຮງໝໍ 230,000 ຄົນ ແລະ ມີຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ 9,300 ຄົນ.
ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ເພິ່ນເນັ້ນໜັກວ່າ: “ສິ່ງສຳຄັນຂອງການປະຕິວັດໂດຍຕົນເອງຂອງພັກແມ່ນຢູ່ນຳການຄຸ້ມຄອງການໃຊ້ອຳນາດ, ການຂັງອຳນາດຢູ່ໃນໂກງແຫ່ງລະບຽບການເປັນໜ້າທີ່ສຳຄັນໜຶ່ງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກ ໃໝ່.” “ຕ້ອງຍົກສູງຄວາມໂປ່ງໃສຂອງວຽກງານພັກ ແລະ ລັດຕື່ມອີກ, ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ.”
ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ປະເທດປາຣາກວາຍ, ສະຫະພາບ ເອີຣົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມຣິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.
WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມໂລກ (WMO) ໄດ້ຢືນຢັນວ່າປີ 2025 ຕິດອັນດັບໜຶ່ງໃນສາມປີທີ່ມີສະພາບອາກາດຮ້ອນທີ່ສຸດເທົ່າທີ່ເຄີຍມີມາ ຊຶ່ງສະທ້ອນໃຫ້ເຫັນເຖິງອຸນຫະພູມໂລກມີທ່າອ່ຽງຢູ່ໃນລະດັບສູງຢ່າງຕໍ່ເນື່ອງ.
ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ຂ່າວສານຊີອາໄອລາຍງານວ່າ: ທະນາຄານປະຊາຊົນຈີນ ຊຶ່ງເປັນທະນາຄານກາງຂອງຈີນເປີດເຜີຍໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທະນາຄານປະຊາຊົນຈີນ ກັບທະນາຄານກາງການາດາ ໄດ້ຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ, ຍອດມູນຄ່າການແລກປ່ຽນເງິນຕາລະຫວ່າງສອງຝ່າຍບັນລຸເຖິງ 200 ຕື້ຢວນ, ສັນຍາສະບັບດັ່ງກ່າວມີຜົນບັງຄັບໃຊ້ 5 ປີ ແລະ ສາມາດຕໍ່ອອກໄປໄດ້ໂດຍອີງຕາມຄວາມເຫັນດີຂອງສອງຝ່າຍ.
ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ສະຫະປະຊາຊາດ ພ້ອມກັບບັນດາຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີມູນຄ່າ 1.5 ຕື້ໂດລາ ເພື່ອຊ່ວຍເຫຼືອປະຊາຊົນ ຈຳນວນ 4.3 ລ້ານຄົນ ຢູ່ປະເທດອາຟຣິກາ ໃນປີ 2026.
13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີທ່ານ ສີຈິ້ນຜິງ ເປັນແກນກາງໄດ້ເລີ່ມຕົ້ນຈາກການ ວາງ ແລະ ຈັດຕັ້ງປະຕິບັດຂໍ້ກຳນົດ 8 ຂໍ້ ຫຼື ທີ່ຮູ້ກັນວ່າກົດເຫຼັກ 8 ຂໍ້ຂອງສູນກາງ, ຢຶດໝັ້ນ ແຕ່ເທິງລົງລຸ່ມ, ຂັ້ນເທິງນຳພາຂັ້ນລຸ່ມ, ໄດ້ແກ້ໄຂບັນຫາທີ່ວ່າ ພາຍໃຕ້ສະພາບການໃໝ່, ການກໍ່ສ້າງແບບແຜນຄວນສຸມໃສ່ຫຍັງ ແລະ ເຮັດແນວໃດ.
ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ມັງກອນຜ່ານມາວ່າ: ລັດຖະບານມຽນມາໄດ້ປະກາດວ່າ, ກອງກຳລັງຮັກສາຄວາມປອດໄພໄດ້ປາບປາມການດຳເນີນງານດ້ານໂທລະຄົມມະນາຄົມ ແລະ ການພະນັນທາງອອນລາຍທີ່ຜິດກົດໝາຍຫຼາຍແຫ່ງໃນພາກເໜືອຂອງລັດຊານ ຊຶ່ງນຳໄປສູ່ການຢຶດອຸປະກອນຈຳນວນຫຼາຍ ລວມທັງອຸປະກອນດາວທຽມ Starlink.
ການ​ຜະ​ລິດ ແລະ​ ​ຈຳ​ໜ່າຍ​ລົດ​​ຍົນ​ຂອງ​ຈີນ ​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປີ 2025

ການ​ຜະ​ລິດ ແລະ​ ​ຈຳ​ໜ່າຍ​ລົດ​​ຍົນ​ຂອງ​ຈີນ ​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປີ 2025

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ສະ​ພາ​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຈີນ​ໄດ້​ເປີດ​ເຜີຍ​ໂຕ​ເລກ​ສະ​ຖິ​ຕິ​ໃໝ່ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2025, ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ຈີນ​​ສືບ​ຕໍ່ມີ​ຄວາມ​ໜຽວ​ແໜ້ນ ແລ​ະ ​ມີ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ. ໂຕ​ເລກ​ສະ​ຖິ​ຕິຫຼາຍ​ຢ່າງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ອີກ​ຄັ້ງ.
ເພີ່ມເຕີມ