ກອງປະຊຸມໃຫຍ່ຄັ້ງທີ VI ໜ່ວຍພັກຄະນະສານແພ່ງ ສານປະຊາຊົນສູງສຸດ

ກອງປະຊຸມໃຫຍ່ຄັ້ງທີ VI ໜ່ວຍພັກຄະນະສານແພ່ງ ສານປະຊາຊົນສູງສຸດ

ກອງປະຊຸມໃຫຍ່ຄັ້ງທີ VI ໜ່ວຍພັກຄະນະສານແພ່ງ ສານປະຊາຊົນສູງສຸດ

 

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຄະນະສານແພ່ງ ສານປະຊາຊົນສູງສຸດ(ສປສສ) ໄດ້ຈັດຂຶ້ນໃນວັນທີ 29 ເມສາ ຜ່ານມາ ທີ່ ສປສສ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວຽງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ພາຍໃຕ້ການເປັນປະທານກ່າວເປີດ ກອງປະຊຸມຂອງ ສະຫາຍ ແສງສຸວັນ ຈັນທະລຸນນະວົງ ເລຂາໜ່ວຍພັກຄະນະສານແພ່ງ ສານປະຊາຊົນສູງສຸດ ຊຶ່ງມີຮອງເລຂາ ຄະນະພັກ ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ແສງສຸວັນ ຈັນທະລຸນນະວົງ ໄດ້ກ່າວບົດລາຍງານການເມືອງ ການເຄື່ອນໄຫວວຽກງານ ໃນໄລຍະ 5 (2020-2025) ປີຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ ວ່າ: ໜ່ວຍພັກຄະນະສານແພ່ງ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກສານປະຊາຊົນສູງສຸດ ມີພາລະບົດບາດ, ເປັນເສນາທິການໃຫ້ແກ່ ຄະນະບໍລິຫານງານພັກສານປະຊາຊົນສູງສຸດ ໃນການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ແຈ້ງການຂອງຄະນະພັກຂັ້ນເທິງ, ນຳພາ-ຊີ້ນຳຄະນະສານແພ່ງໃນການດຳເນີນຄະດີແພ່ງເປັນຂັ້ນລົບລ້າງ, ຂັ້ນຮື້ຟື້ນ ແລະ ນໍາພາ-ຊີ້ນໍາຄະນະສານແພ່ງໃນການຊຸກຍູ້, ຕິດຕາມການດຳເນີນຄະດີແພ່ງ ຂອງສານປະຊາຊົນທ້ອງຖິ່ນໃນຂອບເຂດທົ່ວປະເທດ.ໜ່ວຍພັກຄະນະສານແພ່ງ ມີສະມາຊິກພັກທັງໝົດ 13 ສະຫາຍຍິງ 4 ສະຫາຍ, ໜ່ວຍພັກຄະນະສານແພ່ງ ໄດ້ເອົາໃຈໃສ່ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດໃຫ້ແກ່ ສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກຄະນະສານແພ່ງ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ໂດຍໄດ້ຖືເອົາວຽກງານດັ່ງກ່າວສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ນໍາພາສະມາຊິກພັກ-ພະນັກງານ ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ຄໍາສັ່ງ, ຄໍາແນະນໍາ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IVຂອງອົງຄະນະພັກສານປະຊາຊົນສູງສຸດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ Vຂອງໜ່ວຍພັກຕົນ.

ດ້ານວຽກງານວິຊາສະເພາະໃນໄລຍະ 5 ປີຜ່ານມາ ໜ່ວຍພັກຄະນະສານແພ່ງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການປັບປຸງແບບແຜນວິທີເຮັດວຽກ ເວົ້າສະເພາະ ແມ່ນແບບແຜນໃນການດໍາເນີນຄະດີ ດ້ວຍຫຼາຍຮູບແບບ, ຫຼາຍວິທີ ຢ່າງຕໍ່ເນື່ອງລຽນຕິດ ໂດຍແຕ່ລະເດືອນແມ່ນໄດ້ມີການຕິດຕາມ, ຊຸກຍູ້, ກວດກາ, ສະຫຼຸບ, ຕີລາຄາ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ເພື່ອຊອກຫາສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເຮັດໃຫ້ການດໍາເນີນຄະດີຮັບປະກັນໄດ້ຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ຄວາມເປັນຈິງ,ແນໃສ່ຮັບປະກັນການແກ້ໄຂຄະດີໃຫ້ໄດ້ 75% ຂຶ້ນໄປ ຊຶ່ງສະແດງອອກໃນ 5 ປີ (2020-2024) ຜ່ານມາ ມີຄະດີແພ່ງ ທັງໝົດ 512 ເລື່ອງ (ໃນນີ້ມີຄະດີແພ່ງຂັ້ນລົບລ້າງ 368 ເລື່ອງ, ຄະດີສະເໜີຮື້ຟື້ນ 111 ເລື່ອງ, ຄໍາສັ່ງ 28 ເລື່ອງ ແລະ ຄໍາຊີ້ຂາດ 5 ເລື່ອງ),ແກ້ໄຂໄດ້ 462 ເລື່ອງ (ໃນນີ້ຄະດີແພ່ງຂັ້ນລົບລ້າງ 326 ເລື່ອງ, ຄະດີສະເໜີຮື້ຟື້ນ 104 ເລື່ອງ, ຄໍາສັ່ງ 27 ເລື່ອງ ແລະ ຄໍາຊີ້ຂາດ 5 ເລື່ອງ), ຍັງພວມຄົ້ນຄວ້າ ຈໍານວນ50 ເລື່ອງ ຖ້າທຽບໃສ່ຄະດີທັງໝົດສາມາດແກ້ໄຂໄດ້ 90.2%.ຄຽງຄູ່ກັບການແກ້ໄຂຄະດີ ໜ່ວຍພັກຄະນະສານແພ່ງ ຍັງໄດ້ເອົາໃຈໃສ່ໃນການຕິດຕາມ, ຊຸກຍູ້ການດໍາເນີນຄະດີແພ່ງຂອງສານປະຊາຊົນທ້ອງຖິ່ນໃນຂອບເຂດທົ່ວປະເທດແນໃສ່ເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ ຊຶ່ງໃນໄລຍະ 5 ປີ ຜ່ານມາ ໄດ້ລົງຕິດຕາມ, ຊຸກຍູ້ການດໍາເນີນຄະດີແພ່ງ ຂອງສານປະຊາຊົນທ້ອງຖິ່ນ ທັງໝົດ ຈໍານວນ 19 ຄັ້ງ ຄື: ສານປະຊາຊົນ ພາກກາງ 2 ຄັ້ງ, ສານປະຊາຊົນ ນະຄອນຫຼວງວຽງຈັນ 10 ຄັ້ງ, ສານປະຊາຊົນ ເຂດ 1,2,3,4 ນະຄອນຫຼວງວຽຈັນ 5 ຄັ້ງ, ສານປະຊາຊົນ ແຂວງວຽງຈັນ 1 ຄັ້ງ ແລະ ສານປະຊາຊົນ ເຂດ 1 ແຂວງວຽງຈັນ 1 ຄັ້ງ; ເອົາໃຈໃສ່ໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາທີ່ຕິດພັນກັບການດໍາເນີນຄະດີແພ່ງ ຂອງສານປະຊາຊົນ ທ້ອງຖິ່ນ ໄດ້ທັງໝົດ ຈໍານວນ20ສະບັບ; ໜ່ວຍພັກໄດ້ຮຽນສະໜັບສະໜູນ, ຮຽນກົດລະບຽບພັກ ໃຫ້ມະຫາຊົນກ້າວໜ້າ ເພື່ອເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໄດ້ຈໍານວນ 5 ສະຫາຍ ແລະ ປັດຈຸບັນກໍາລັງຕິດຕາມ, ກໍ່ສ້າງມະຫາຊົນກ້າວໜ້າ ຈໍານວນ 2 ສະຫາຍ.ພ້ອມນັ້ນຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ເລຂາ ປະທານກວດກາ ແລະຄະນະ. ກອງປະຊຸມຄັ້ງປະຖົມມລືກ ໄດ້ເປັນເອກະສັນເລືອກເອົາ ສະຫາຍຂຸນສຸວັນ ສຸທຳມະວົງ ເປັນເລຂາໜ່ວຍພັກ, ສະຫາຍ ສາກົນ ໄຊຍະລາດ ຮອງເລຂາໜ່ວຍພັກ ແລະ ເປັນປະທານກວດກາ ແລະ ສະຫາຍ ນາງ ວິໄລວັນ ຈັນທະມາລີ ເປັນຄະນະ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍພັກ,ສໍາລັບທິດທາງ, ແຜນການນໍາພາ-ຊີ້ນຳຂອງຄະນະໜ່ວຍພັກໃນຊຸມປີຕໍ່ໜ້ານັ້ນ, ເພື່ອຍົກສູງບົດບາດແລະຄວາມສາມາດຂອງຕົນເຂົ້າໃນການແກ້ໄຂບັນຫາຕາມຂະບວນການຍຸຕິທຳ, ສ້າງພື້ນຖານຄວາມອາດສາມາດຕ່າງໆໃນການປັບປຸງຍົກສູງຄຸນນະພາບວຽກງານການພິຈາລະນາຕັດສິນຄະດີໃຫ້ມີປະສິດທິພາບແລະໄດ້ຮັບປະສິດທິຜົນສູງ. ຂ້າພະເຈົ້າຂໍມີບາງຄໍາເຫັນເນັ້ນໜັກເພີ່ມຕື່ມໃຫ້ໜ່ວຍພັກຄະນະສານແພ່ງສືບຕໍ່ເອົາໃຈໃສ່ບາງບັນຫາດັ່ງນີ້:ໜຶ່ງຄະນະໜ່ວຍພັກຄະນະສານແພ່ງສານປະຊາຊົນສູງສຸດຊຸດໃໝ່ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ,ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມດຸໝັ່ນ,ມີຄວາມຊື່ສັດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ມີຄວາມບໍລິສຸດ, ໄປຄຽງຄູ່ກັບການຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະວິຊາການແລະມີຄວາມຊໍານານກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ; ສອງ. ເຊີດຊູບົດບາດການນໍາພາຂອງພັກ ສ້າງໃຫ້ໜ່ວຍພັກຄະນະສານແພ່ງ ເປັນອົງການຫຼັກແຫຼ່ງໃນການປົກປ້ອງກົດໝາຍໃຫ້ສັກສິດ, ເພີ່ມທະວີນິຕິທໍາ, ກໍາຈັດ ແລະ ສະກັດກັ້ນການລະເມີດກົດໝາຍ ເພື່ອປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຂອງລັດ ແລະ ຂອງລວມໝູ່; ຮັບປະກັນຄວາມຍຸຕິທໍາ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;ສາມ. ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຕຸລາການ ເຮັດໜ້າທີ່ພິພາກສາ ແລະ ຕັດສິນຄະດີ ຕາມພາລະບົດບາດ, ໂດຍສະເພາະແມ່ນ (1) ການຄົ້ນຄວ້າພິຈາລະນາຄະດີຄະດີແພ່ງ ຂັ້ນລົບລ້າງ ແລະ ຂັ້ນຮື້ຟື້ນ, ໂດຍມີການກວດກາ, ເກັບກໍາຂໍ້ມູນຫຼັກຖານຂອງຂໍ້ຂັດແຍ່ງ ກໍຄືຄູ່ຄວາມໃຫ້ລະອຽດຈະແຈ້ງ, ມີການຄົ້ນຄວ້າວິເຄາະວິໃຈໃຫ້ເລິກເຊິ່ງຮອບຄອບ, ພາວະວິໄສ, ສອດຄ່ອງກັບກົດໝາຍ, ຮັບປະກັນຄວາມຍຸຕິທຳ, ໂປ່ງໃສ ໃນທຸກຂັ້ນຕອນຂອງການດໍາເນີນຄະດີຢູ່ຄະນະສານແພ່ງ, (2) ສ້າງແຜນໃນການຄົ້ນຄວ້າຄະດີແພ່ງ ພ້ອມທັງຕິດຕາມຊຸກຍູ້ການດໍາເນີນຄະດີແພ່ງຢູ່ທ້ອງຖິ່ນ ຢູ່ສານປະຊາຊົນ 3 ຂັ້ນ ຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ, (3) ໂຄສະນາເຜີຍແຜ່ກົດໝາຍແພ່ງ ໃຫ້ສັງຄົມ ແລະ ພາກສ່ວນຕ່າງໆ ມີຄວາມເຂົ້າໃຈ, ຮັບຮູ້ເຖິງສິດ ແລະ ພັນທະໃນສາຍພົວພັນທາງແພ່ງ, (4) ສ້າງນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ເພື່ອເປັນບ່ອນອີງໃຫ້ການດໍາເນີນຄະດີແພ່ງ ມີຄວາມຖືກຕ້ອງ ແລະ ເປັນເອກະພາບ; (4). ເອົາໃຈໃສ່ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ, ການກໍ່ສ້າງ ແລະ ຂະຫຍາຍພັກ ກໍຄືການປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ ໂດຍສະເພາະຜູ້ທີ່ມີສ່ວນກ່ຽວຂ້ອງກັບການດຳເນີນຄະດີເຊັ່ນ: ຈ່າສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ ຢູ່ຄະນະສານແພ່ງ ຢ່າງເຂັ້ມງວດ;(5).ເອົາໃຈໃສ່ນໍາພາ-ຊີ້ນຳ ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ,ນໍາພາ ຕາມຫຼັກການລວມສູນປະຊາທິປະໄຕ, ມີການແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດ, ຍົກສູງບົດບາດການນຳພາຂອງພັກ ເພື່ອເຮັດໃຫ້ພະນັກງານສະມາຊິກພັກພາຍໃຕ້ການນໍາພາ-ຊີ້ນຳຂອງຕົນ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງໜ່ວຍພັກ, ຖືເອົາ 5 ຫຼັກການຂອງພັກ ແລະ 3 ທິດນໍາ ໃນການປະຕິບັດໜ້າທີ່ຂອງຕົນ;(6). ນຳພາ-ຊີ້ນຳ ການເພີ່ມທະວີກົນໄກການປະສານສົບທົບໃນການແກ້ໄຂຄະດີ, ການເກັບກໍາຂໍ້ມູນຫຼັກຖານຂໍ້ເທັດຈິງ ມາຄົ້ນຄວ້າພິຈາລະນາ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອປຶກສາຫາລືແລະ ສ້າງຄວາມເປັນເອກະພາບໃນການຕົກລົງແກ້ໄຂບັນຫາຄະດີແພ່ງ;ແລະ (7). ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການຮ່ວມມືກັບຕ່າງປະເທດ ຕາມນະໂຍບາຍຂອງພັກ-ລັດ ໂດຍສະເພາະບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາທຶນຮອນ, ການຊ່ວຍເຫຼືອດ້ານຕ່າງໆ ໂດຍສະເພາະໃຫ້ໄດ້ເຂົ້າຮ່ວມຝຶກອົບຮົມ, ສໍາມະນາ, ປະຊຸມແລກປ່ຽນບົດຮຽນດ້ານວິຊາການ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ຂອງພະນັກງານຄະນະສານແພ່ງ ແລະ ນໍາເອົາບົດຮຽນທີ່ດີ ທີ່ຕິດພັນກັບວຽກງານວິຊາສະເພາະ ໝູນໃຊ້ ແລະ ພັດທະນາວຽກງານຂອງຕົນໃຫ້ດີຂຶ້ນ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໄດ້ເປີດຂຶ້ນໃນວັນທີ 15 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາສະຫາຍອະດີດຄະນະບໍລິຫານງານ ສຊປລ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລາ ນີ້ ທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ, ພາຍໃຕ້ການເປັນປະທານ ສະຫາຍ ຄຳພັນ ສິດທິດຳພາ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ມີອະດີດການນໍາຂັ້ນສູງ, ສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ສອງໝື່ນກວ່າສະຫາຍ ຈາກທ້ອງຖິ່ນ, ພະແນກການ-ອົງການອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII

ໃນຕອນເຊົ້າຂອງວັນທີ 15 ຕຸລານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີແຂກຖືກເຊີນຈາກສູນກາງ, ທ້ອງຖິ່ນ ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊີກພັກທົ່ວແຂວງ ເຂົ້າຮ່ວມ.
ກອງປະຊຸມສະມາຊິກພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ກອງປະຊຸມສະມາຊິກພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ໃນຕອນເຊົ້າຂອງວັນທີ 14 ຕຸລານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະມາຊິກພັກ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ ຄະນະກວດກາສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານອາວຸໂສບໍານານ, ຄະນະໜ່ວຍພັກຫ້ອງການ-ບັນດາກົມ ພ້ອມດ້ວຍສະມາຊິກພັກ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ ຈຳນວນ 192 ສະຫາຍ ຍິງ 66 ສະຫາຍ.
ຄອສພ ຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ

ຄອສພ ຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມຕົວແທນສະມາຊິກພັກ ເພື່ອຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໃນວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ຄອສພ, ໂດຍການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາຄະນະພັກ, ຄະນະນໍາ, ບັນດາຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.
ປະກາດແຕ່ງຕັ້ງ ຫົວໜ້າຄະນະສານແພ່ງສານປະຊາຊົນແຂວງເຊກອງ

ປະກາດແຕ່ງຕັ້ງ ຫົວໜ້າຄະນະສານແພ່ງສານປະຊາຊົນແຂວງເຊກອງ

ພິທີປະກາດແຕ່ງຕັ້ງທ່ານ ບຸນນະເລດ ອິນທິຈັກ ຜູ້ພິພາກສາຊັ້ນສອງ ສານປະຊາຊົນແຂວງເຊກອງ ເປັນຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງເຊກອງ ຈັດຂຶ້ນໃນວັນທີ 13 ຕຸລາຜ່ານມາ ໂດຍມີ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III ຈັດຂຶ້ນໃນວັນທີ 10 ຕຸລາຜ່ານມາ ທີ່ກະຊວງການເງິນ ໂດຍການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ມີຮອງເລຂາຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກກະຊວງການເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄຂກອງປະຊຸມໃຫຍ່ ສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄຂກອງປະຊຸມໃຫຍ່ ສະມາຊິກພັກ

ວັນທີ 13 ຕຸລານີ້, ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ XVI ຂອງຕົນຂຶ້ນທີ່ຫ້ອງປະຊຸມອົງການໄອຍະການແຂວງອຸດົມໄຊ, ໂດຍການເປັນປະທານຂອງສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ມີສະຫາຍ ພູວົງ ໄພມະນີ ຮອງຄະນະຈັດຕັ້ງແຂວງ, ພ້ອມດ້ວຍອະດີດການນຳ, ແຂກເຊີນ ແລະ ສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ 42 ສະຫາຍຍິງ 12 ສະຫາຍ.
ໄຊສົມບູນເຜີຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ ll

ໄຊສົມບູນເຜີຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ ll

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ ll ແລະ ບົດປາໃສ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ II ຂຶ້ນໃນຕອນເຊົ້າຂອງວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ມີພະນັກງານຫຼັກແຫຼ່ງກຸ່ມປົກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງພັກ ຂຶ້ນໃນວັນທີ 3 ຕຸລາ ນີ້ ທີ່ ຍທຂ ໃຫ້ກຽດເຜີຍແຜ່ເອກະສານໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ຊຶ່ງມີພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ