![]() |
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຮັບຟັງການລາຍງານຄວາມພ້ອມຮອບດ້ານໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ IV ຂອງແຕ່ລະອະນຸກໍາມະການທີ່ກໍານົດໃນມະຕິຕົກລົງຂອງຄະນະ ປະຈຳພັກ ສະບັບເລກທີ 187/ຄປຈ.ກງ, ລົງວັນທີ 18 ກໍລະກົດ 2025 ເປັນຕົ້ນອະນຸກຳມະການດ້ານເນື້ອໃນ; ດ້ານຂະບວນການ ແລະ ປ້ອງກັນ; ການກະກຽມດ້ານບຸກຄະລາກອນ; ອະນຸກໍາມະການບໍລິຫານ, ພິທີການ, ງົບປະມານ ແລະ ກອງເລຂາ.
ຮັບຮອງເອົາເນື້ອໃນລາຍງານການເມືອງ; (ຮ່າງ) ແຜນພັດທະນາຂະແໜງການເງິນ; (ຮ່າງ) ບົດສຳຫຼວດການນໍາພາລວມ ແລະ ຮັບຮອງເອົາເປົ້າໝາຍບຸກຄະລາກອນອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງການເງິນສະໄໝທີ IV.
![]() |
ພ້ອມນີ້, ປະທານກອງປະຊຸມໄດ້ມີຄຳເຫັນໃຫ້ແຕ່ລະອະນຸກໍາມະການຕາມມະຕິຕົກລົງ ສະບັບເລກທີ 187/ຄປຈ.ກງ, ລົງວັນທີ 18 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ອະນຸກໍາມະການຊ່ວຍວຽກການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການເງິນ ລາຍງານການກະກຽມຕາມການແບ່ງຄວາມຮັບຜິດຊອບ ແລະ ຢືນຢັນຄວາມພ້ອມຕໍ່ກອງປະຊຸມ ພ້ອມທັງມີຄໍາເຫັນແລກປ່ຽນ ເພື່ອສ້າງຄວາມເປັນເອກະພາບ.
ຂ່າວ: ກະຊວງການເງິນ
ຄໍາເຫັນ