![]() |
ໃນພິທີ, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຂອງພວກເຮົາ ຈະໄດ້ພ້ອມກັນຮັບຟັງຮ່າງບົດລາຍງານການເມືອງ, ແຜນພັດທະນາ ວຽກງານໂຄສະນາອົບຮົມ ແລະ ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກຄັ້ງທີ V, ພ້ອມນັ້ນ ພວກເຮົາກໍຈະໄດ້ປະກອບຄໍາເຫັນໃສ່ຮ່າງເອກະສານ ຄື: ຄົ້ນຄວ້າ, ປະກອບຄໍາເຫັນ ໃສ່ຮ່າງລາຍງານການເມືອງກ່ຽວກັບ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມໃນ ໄລຍະ 5 ປີ (2026-2030); ແຜນພັດທະນາວຽກງານໂຄສະນາອົບຮົມ ຮອດປີ 2030, ຄົ້ນຄວ້າປະກອບຄໍາເຫັນໃສ່ບົດສຳຫຼວດການນໍາພາຂອງ ຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃນຊຸມປີຕໍ່ໜ້າ ໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ພັກໄດ້ມອບໝາຍໃຫ້, ດໍາເນີນການເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ປະກາດການປັບປຸງສັບຊ້ອນພະນັກງານ ການນໍາຂັ້ນກົມຈໍານວນໜຶ່ງ ເພື່ອສືບຕໍ່ຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ V ແລະ ສືບຕໍ່ກະກຽມກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ສຳເລັດຕາມແຜນການວາງໄວ້.
![]() |
ສະຫາຍ ຄໍາພັນ ເຜີຍຍະວົງ ຍັງກ່າວຕື່ມວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ ຊຶ່ງພົວພັນໂດຍກົງກັບການປັບປຸງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບພາຍໃນອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່”.
![]() |
ນອກນັ້ນ, ໃນພິທີ ຍັງໄດ້ມີການປະກາດການຈັດຕັ້ງ, ໄດ້ມີການປ່ອນບັດຄັດເລືອກເອົາຕົວແທນສະມາຊິກພັກ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງມີຜູ້ລົງສະໝັກ ຈໍານວນ 10 ສະຫາຍ, ເລືອກເອົາ ຜູ້ແທນສົມບູນ ຈໍານວນ 8 ສະຫາຍ, ໃນນັ້ນ ເລືອກເອົາຜູ້ແທນສໍາຮອງ ຈໍານວນ 2 ສະຫາຍ.
ໃນວັນດຽວກັນ ໃນພິທີ ບັນດາສະຫາຍທີ່ເຂົ້າຮ່ວມຍັງໄດ້ຮັບຟັງການເຊື່ອມຊຶມ ເອກະສານລັດຖະທໍາມະນູນສະບັບປັບປຸງ, ເຊື່ອມຊຶມເອກະສານປ່ອນບັດເລືອກຕັ້ງເອົາສະມາຊິກສະພາ ຊຸດທີ 10 ແລະ ເອກະສານສໍາຄັນອື່ນໆ.
![]() |
(ຂ່າວ: ແສງຈັນ)




ຄໍາເຫັນ