![]() |
ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນຢ່າງເປັນທາງການ ຊຶ່ງບາງຕອນໄດ້ກ່າວວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ອໍານາດການປົກຄອງທຸກຂັ້ນພາຍໃນແຂວງໄຊຍະບູລີ ໄດ້ອອກແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງໄຊຍະບູລີ, ຊຶ່ງໄດ້ປະເຊີນໜ້າ ກັບສິ່ງທ້າທາຍທົດສອບຫຼາຍບັນຫາ ເປັນຕົ້ນ: ການລະບາດຂອງພະຍາດໂຄວິດ -19, ບັນຫາໄພເງິນເຟີ້, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ ແຕ່ພາຍໃຕ້ການນຳພາ- ຊີ້ນຳ ຂອງກົມການເມືອງສູນກາງພັກ, ລັດຖະບານ ບວກກັບຄວາມເປັນເຈົ້າການ ຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ກໍຄື ປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ມີມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັນພຽນ-ອົດທົນ ແລະ ມີຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ ຫັນພະນັກງານ-ສະມາຊິກພັກ ລົງກໍ່ສ້າງຮາກຖານການເມືອງ, ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ. ພ້ອມກັນນັ້ນ, ກໍໄດ້ປັບປຸງປົວແປງພາຍໃນພັກ, ເປີດບັ້ນດໍາເນີນຊີວິດການເມືອງຢ່າງກ້ວາງຂວາງ, ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ຄະນະພັກຮາກຖານ ໄດ້ສໍາເລັດ ຕາມລະດັບຄາດໝາຍ ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ໃນການຄົ້ນຄວ້າປະກອບຄຳຄິດ-ຄໍາເຫັນ ເຂົ້າໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສໍາຫຼວດການນໍາພາລວມຂອງອົງຄະນະພັກແຂວງ ແລະ ທາບທາມບຸກຄະລາກອນຜູ້ທີ່ຈະສະໝັກ ເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ ຕາມກົດລະບຽບຂອງພັກ.
![]() |
ຕະຫຼອດໄລຍະດໍາເນີນກອງປະຊຸມໃຫຍ່, ຜູ້ແທນເຂົ້າຮ່ວມຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາ ຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງ.
(ຂ່າວ, ພາບ: ນັກຂ່າວແຂວງໄຊຍະບູລີ)


ຄໍາເຫັນ