![]() |
ໃນພິທີ, ທ່ານ ສາກົນ ໄຊຍະລາດ ຄະນະບໍລິຫານພັກ ຫົວໜ້າກົມຈັດຕັ້ງພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງ ຂອງສານປະຊາຊົນສູງສຸດ ສະບັບເລກທີ 1046/ສປສສ, ລົງວັນທີ 9 ຕຸລາ 2025 ວ່າດ້ວຍແຕ່ງຕັ້ງ ທ່ານ ບຸນນະເລດ ອິນທິຈັກ ຜູ້ພິພາກສາຊັ້ນສອງ ສານປະຊາຊົນແຂວງເຊກອງ ເປັນຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງເຊກອງ.
ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຫຼາຍບັນຫາທີ່ສໍາຄັນ ໃຫ້ຄະນະພັກ-ຄະນະນໍາ ສານປະຊາຊົນແຂວງເຊກອງ ໂດຍສະເພາະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃຫ້ຍົກສູງບົດບາດການນຳພາຂອງພັກ ຕໍ່ວຽກງານສານປະຊາຊົນ, ກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງສານປະຊາຊົນ, ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປະຕິບັດໜ້າທີ່ວຽກງານ ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ປະສານສົມທົບກັບຂະແໜງການກ່ຽວຂ້ອງສາຍຕັ້ງ-ສາຍຂວາງ ເພື່ອຮັບປະກັນເຮັດໃຫ້ການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ມີຜົນສໍາເລັດ, ມີປະສິດທິພາບ, ປະສິດທິຜົນ ແລະ ຖືກຕ້ອງສອດຄ່ອງກັບລະລຽບກົດໝາຍຢ່າງເຂັ້ມງວດ.
(ຂ່າວ: ພຸດທະສອນ)
ຄໍາເຫັນ