![]() |
ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ມີ: ເອກະສານ ມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ເຂົ້າໃຈ ກຳແໜ້ນເນື້ອໃນມະຕິດັ່ງກ່າວ ທົ່ວເຖິງ ແລະ ເລິກເຊິ່ງ ແລະ ເປັນບ່ອນອີງໃຫ້ບັນດາຮາກຖານພັກດຳເນີນການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະໜ່ວຍພັກຮາກຖານ ຢ່າງເປັນຂະບວນຟົດຟື້ນ.
ພ້ອມນັ້ນທ່ານ, ລັດຖະມົນຕີ ຍັງໄດ້ປະຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950- 13 ສິງຫາ 2025) ໂດຍທ່ານໄດ້ຍົກໃຫ້ເຫັນມູນເຊື້ອ ອັນສະຫງ່າງາມ ແລະຜົນງານອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ທີ່ພັກ-ລັດ,ແນວລາວສ້າງຊາດແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ຕະຫຼອດໄລຍະ 75 ປີ ຜ່ານມາ.
(ຂ່າວ-ພາບ:ຕຸໄລເພັດ )
ຄໍາເຫັນ