![]() |
ທ່ານ ຢາມາກູຈິ ຊິໂຢຊິ ຫວັງວ່າ ຍີ່ປຸ່ນ ຈະສ້າງບັນດາຈຸດເຊື່ອມຕໍ່ໂດຍກົງກັບການນຳຂອງພັກກອມມູນິດ ຫວຽດນາມ ໂດຍໄວ, ເພື່ອພ້ອມກັນປະກອບສ່ວນສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນໃຫ້ແກ່ພາກພື້ນ.
ໃນຂະນະດຽວກັນ, ທ່ານ ເບນຈາມິນ ເພສຕິໂອ ຮອງເລຂາທິການໃຫຍ່ພັກແຮງງານແບນຊິກ (PTB) ເນັ້ນໜັກວ່າ: ຫວຽດນາມ ສືບຕໍ່ກາຍເປັນແຮງບັນດານໃຈສໍາລັບຫຼາຍປະເທດ ຍ້ອນເສັ້ນທາງພັດທະນາມີສີສັນເປັນເອກະລັກສະເພາະ; ຫວຽດນາມ ປະສານສົມທົບຢ່າງກົມກຽວລະຫວ່າງການເຕີບໂຕເສດຖະກິດກັບການພັດທະນາມະນຸດ, ຫຼຸດຜ່ອນຄວາມທຸກຍາກ, ຮັກສາຄວາມເປັນເຈົ້າຍຸດທະສາດ ແລະ ເປັນເຈົ້າການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນລະບົບມູນຄ່າທົ່ວໂລກ.
ໂດຍສືບຕໍ່ລາຍການເຮັດວຽກໃນຕອນເຊົ້າວັນທີ 20 ມັງກອນ ຜ່ານມາ ໃນກອງປະຊຸມ, ທ່ານ ເຈິ່ນເກີມຕູ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ນຳສະເໜີບົດລາຍງານສຳຫຼວດຄືນການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ແລະ ໃນຕອນບ່າຍວັນທີ 20 ມັງກອນ, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ. ບັນດາຜູ້ແທນເຮັດວຽກຢູ່ໜ່ວຍງານ, ປຶກສາຫາລືກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

ຄໍາເຫັນ