![]() |
ກອງປະຊຸມໃຫຍ່ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 20 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ແລະ ຈະດໍາເນີນໄປຈົນຮອດວັນທີ 25 ມັງກອນ 2026 ໂດຍການເປັນປະທານຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ມີສະຫາຍ ເລືອງເກືອງ ປະທານປະເທດ ສສ ຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ພ້ອມດ້ວຍສະມາຊິກພັກສົມບູນ 1.500 ກວ່າສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 5,6 ລ້ານກວ່າສະຫາຍ.
![]() |
ສະຫາຍ ເລືອງເກືອງ ໄດ້ອ່ານສູນທອນພົດກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແມ່ນບາດລ້ຽວທີ່ມີລັກສະ ນະປະຫວັດສາດ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ (03/02/1930-03/02/2030). ກອງປະຊຸມໃຫຍ່ ໄດ້ສຸມເຈດຈຳນົງ, ຄວາມມຸ່ງມາດປາຖະໜາ, ຄວາມຕັດສິນໃຈສູງສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ດ້ວຍຈິດໃຈເປັນເຈົ້າຕົນເອງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່, ເພື່ອປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ ແລະ ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.
![]() |
ສະຫາຍ ໂຕເລິມ ໄດ້ຜ່ານບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ຕໍ່ກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ວາງເປົ້າໝາຍພັດທະນາ ໄລຍະ 2026-2030 ແມ່ນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ພັດທະນາປະເທດຊາດໄວ ແລະ ຍືນຍົງ; ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ; ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕົນເອງ, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງແຂງແຮງ; ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍ ໄລຍະ 2026-2030 ແຕ່ 10% ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8,500 ໂດລາ/ປີ.
ພ້ອມນັ້ນ, ເພື່ອຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ, ບົດລາຍງານການເມືອງໄດ້ກຳນົດ 12 ທິດໃຫຍ່, 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ໃນນັ້ນ, 3 ບຸກທະລຸຍຸດທະສາດ ໄດ້ກຳນົດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ໄລຍະ 2021-2030, ເມື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XIV, ບັນດາຄາດໝາຍສູ້ຊົນທີ່ວາງອອກ ແມ່ນຕ້ອງເຮັດຢ່າງແຂງແຮງ, ວ່ອງໄວ, ຮອບຄອບ ເພາະເປັນປັດໄຈຕັດສິນເພື່ອໃຫ້ປະເທດບຸກທະລຸ. ໃນນັ້ນ, ແມ່ນບຸກທະລຸກ່ຽວກັບລະບອບລະບຽບການ ແລະ ການປະຕິບັດ; ບຸກທະລຸກ່ຽວກັບແຫຼ່ງຊັບພະຍາກອນມະນຸດ ໂດຍສະເພາະ ແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຕິດພັນກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ; ບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ໃຫ້ບຸລິມະສິດແກ່ໂຄງລ່າງຄົມມະນາຄົມຍຸດທະສາດ, ໂຄງລ່າງພະລັງງານ, ໂຄງລ່າງຕົວເມືອງ, ໂຄງລ່າງໂທລະຄົມ. ພິເສດແມ່ນໂຄງລ່າງດີຈີຕອນ, ໂຄງລ່າງຂໍ້ມູນຂ່າວສານ. ພ້ອມນີ້, ກອງປະຊຸມ ຍັງຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV.



ຄໍາເຫັນ