ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໃຫ້ຮູ້ວ່າ: ໃນວັນທີ 21 ມັງກອນ ຜ່ານມາ ມີ 30 ບົດປະກອບຄຳເຫັນ. ໃນການປຶກສາຫາລືທີ່ກອງປະຊຸມໃຫຍ່, ບັນດາຄຳເຫັນລ້ວນແຕ່ເປັນເອກະພາບຢ່າງສູງຕໍ່ເອກະສານທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV. ບໍ່ມີເນື້ອໃນໃດມີຄຳເຫັນແຕກຕ່າງກັນຕ້ອງລົງຄະແນນສຽງຂໍຄຳເຫັນໃນກອງປະຊຸມໃຫຍ່. ກອງປະຊຸມໃຫຍ່ຈະມອບໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຮັບເອົາຄຳເຫັນທີ່ປະກອບ, ປຶກສາຫາລື ເພື່ອສ້າງບັນດາເອກະສານໃຫ້ສົມບູນ, ນຳເຂົ້າມະຕິກອງປະຊຸມໃຫຍ່ຄັ້ງທີ XIV ແລະ ລົງຄະແນນສຽງຮັບຮອງເອົາໃນວາລະປິດ ແລະ ໃນວັນທີ 22 ມັງກອນ ນີ້, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ.
ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ
ບັນຍາກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທີ່ພວມດໍາເນີນໄປລະຫວ່າງ ວັນທີ 19 - 25 ມັງກອນ 2026, ໄດ້ດຶງດູດຄວາມສົນໃຈ ຈາກມວນຊົນທັງພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນເຫດການທາງການເມືອງທີ່ສໍາຄັນເປັນພິເສດ, ເປັນການທົບທວນຄືນເສັ້ນທາງປ່ຽນແປງໃໝ່ເກືອບ 40 ປີ ທີ່ມີຜົນສໍາເລັດອັນຍິ່ງໃຫຍ່ຫຼາຍປະການ. ໃນຂະນະດຽວກັນ, ກໍກໍາລັງຢືນຢູ່ຕໍ່ໜ້າຄວາມທ້າທາຍ ແລະ ຄວາມຕ້ອງການໃໝ່ ໄລຍະການພັດທະນາຂັ້ນຕໍ່ໄປ ໃນສະພາບແວດລ້ອມສາກົນ ທີ່ກໍາລັງປ່ຽນແປງຢ່າງໄວວາ, ສັບຊ້ອນ ແລະ ຄາດຄະເນໄດ້ຍາກ.
ຄໍາເຫັນ