ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄຳພູວົງ ແລະ ສວນບັນດາເຜົ່າ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເມື່ອວັນທີ 12 ມັງກອນ ຜ່ານມາວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ ປະກອບສ່ວນ ເງິນ ຈຳນວນ 300 ລ້ານກີບ ເຖິງວ່າຈະບໍ່ຫຼາຍ ແຕ່ກໍແມ່ນຄວາມຕັ້ງໃຈ ທີ່ຢາກປະກອບສ່ວນໃຫ້ແກ່ປະ ເທດຊາດ, ໃນນາມເປັນນັກທຸລະກິດຄົນລາວຍາມໃດກໍຢາກຜັກດັນຊ່ວຍເຫຼືອໃຫ້ແກ່ວຽກງານຂອງພັກ - ລັດ ດຳເນີນວຽກງານໃຫ້ເດີນແມ່ນແລ່ນສະດວກເພື່ອພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ຂຶ້ນເລື້ອຍໆ.
ໃນໂອກາດດັ່ງກ່າວ, ທ່ານ ພູວົງ ພະມີສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ກອງ ປະຊຸມໃຫຍ່ຂອງພັກທີ່ປະສົບຜົນສຳເລັດຢ່າງສະຫງ່າງາມ ແລະ ອວຍພອນໄຊອັນປະເສີດໃຫ້ແກ່ ທ່ານ ຜູ້ນຳພັກ-ລັດ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມທີ່ສົມບູນ ແລະ ສືບຕໍ່ນຳພາ-ຊີ້ນຳ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງເຫຼືອງເຫຼື້ອມຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໃນນາມເປັນນັກທຸລະກິດກໍຈະນຳເອົາເນື້ອໃນມະຕິຂອງກອງປະຊຸມໃຫຍ່ຂອງພັກນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານໃຫ້ມີຄວາມແທດເໝາະຕາມທິດທາງຂອງພັກ-ລັດໃຫ້ເກີດດອກອອກຜົນຢ່າງແທ້ຈິງ
(ຂ່າວ-ພາບ: ສຳນານ)
ຄໍາເຫັນ