ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V
ໃນຕອນເຊົ້າວັນທີ 28 ຕຸລານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V ພາຍໃຕ້ການເປັນປະທານຂອງພະອາຈານ ບຸນທຽນ ພຸດທະວະໂຣ ກໍາມະການສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ປະທານພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ, ມີພະອາຈານໃຫຍ່ ອ່ອນແກ້ວ ສິດທິວົງ ຜູ້ຊ່ວຍປະທານ ສູນກາງອົງການພຸດທະສາສະໜາສໍາພັນລາວ, ທ່ານ ເພັງນິລັນ ຄໍາພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ກອງປະຊມໃຫຍຜແທນພະສງທວແຂວງໄຊຍະບລ ສະໄໝທ V - image 1
 

ໃນກອງປະຊຸມ, ພະອາຈານ ບຸນທຽນ ພຸດທະວະໂຣ ໄດ້ກ່າວເປີດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V. ຈາກນັ້ນ, ພະອາຈານ ສົມພອນ ຄໍາຈະເລີນ ຮອງປະທານອົງການພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານ 5 ປີ 2021-2025 ແລະ ທິດທາງແຜນການ 5 ປີ 2026-2030 ວ່າ: ອົງການພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ ມີພະອາຈານທັງໝົດ 332 ອົງ, ສໍາມະເນນ 1,060 ອົງ, ມີວັດທັງໝົດ 268 ວັດ ໃນຈໍານວນ 10 ເມືອງ, ມີໂຮງຮຽນສົງ 6 ແຫ່ງ ແລະ ຫ້ອງຮຽນສົງທີ່ເປັນກິ່ງໂຮງຮຽນ 1 ແຫ່ງ, ມສ ສົງໄຊຍະບູລີ, ມສ ສົງເມືອງ ພຽງ, ມຕ ສົງປາກລາຍ, ມຕ ສົງແກ່ນທ້າວ, ມຕ ສົງທົ່ງມີໄຊ, ມຕ ສົງຫົງສາ ແລະ ຫ້ອງຮຽນສົງ (ມສ ເມືອງເງິນ). ສົກຮຽນ 2025-2026 ນີ້, ມີຄູອາຈານສອນທີ່ເປັນ ຄູພະສົງ 21 ອົງ, ຄູຄາລະວາດ 82 ທ່ານ, ມີນັກຮຽນທັງໝົດ 595 ອົງ, ຊັ້ນ ມ.ຕົ້ນ 513 ອົງ ແລະ ມ.ປາຍ 82 ອົງ. ນອກນັ້ນ, ຍັງໄດ້ເຂົ້າຮຽນຮ່ວມກັບສາມັນ (ຝ່າຍໂລກ) 389 ອົງ. ໃນນີ້, ຊັ້ນປະຖົມ 29 ອົງ, ຊັ້ນ ມ.ຕົ້ນ 182 ອົງ ແລະ ຊັ້ນ ມ.ປາຍ 78 ອົງ. ພ້ອມນີ້ ຕາງໜ້າພະແນກການ, ອົງການ ທີ່ກ່ຽວຂ້ອງໄດ້ປະກອບຄໍາຄິດຄໍາເຫັນຕໍ່ກັບກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V ເພື່ອໃຫ້ວຽກອົງການພຸດທະສາສະໜາສໍາພັນລາວທົ່ວແຂວງໄຊຍະບູລີ ໄດ້ຮັບຜົນຕາມແຜນການທີ່ວາງໄວ້ ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນເປັນເວລາ 1 ວັນ ຈຶ່ງຈະສໍາເລັດ.

ກອງປະຊມໃຫຍຜແທນພະສງທວແຂວງໄຊຍະບລ ສະໄໝທ V - image 2
 

(ຂ່າວ+ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

2026 ຍທຂ ຈັດຕັ້ງປະຕິບັດ 205 ໂຄງການ

2026 ຍທຂ ຈັດຕັ້ງປະຕິບັດ 205 ໂຄງການ

ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ ວ່າ: ໃນປີ 2026 ກະຊວງ ຍທຂ ໄດ້ຮັບການອະນຸມັດແຜນການລົງທຶນຂອງລັດ ຕາມເອກະສານແຈ້ງການຂອງກະຊວງການເງິນ ສະບັບເລກທີ 0400/ກງ, ລົງວັນທີ 23 ມັງກອນ 2026 ໃຫ້ຈັດຕັ້ງປະຕິບັດ 205 ໂຄງການ ງົບປະມາພາຍໃນປະຈໍາປີ 2026 ໄດ້ຮັບອະນຸມັດຈຳນວນ 987.33 ຕື້ກີບ (ງົບບ້ວງປົກກະຕິຈໍານວນ 687.33 ຕື້ກີບ ແລະ ບ້ວງກອງທຶນທາງ ຈໍານວນ 300.00 ຕື້ກີບ) ແລະ ທຶນຕ່າງປະເທດ ຈໍານວນ 2,186.73 ຕື້ກີບ ໂດຍແບ່ງອອກເປັນ 5 ປະເພດທຶນ ຊຶ່ງມີລາຍລະອຽດ ດັ່ງລຸ່ມນີ້:
ຮອງປະທານສູນກາງ ອພສ ພົບປະການນຳແຂວງຊຽງຂວາງ

ຮອງປະທານສູນກາງ ອພສ ພົບປະການນຳແຂວງຊຽງຂວາງ

ພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຊຶ່ງພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງສູນກາງ ອົງການພຸດທະສາສະໜາສຳພັນລາວ, ເພື່ອໃຫ້ອົງການພຸດທະສາສະໜາສຳພັນລາວ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບຮູ້ ແລະຈັດຕັ້ງປະຕິບັດ.
ສາລະວັນ ຫວນຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ

ສາລະວັນ ຫວນຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ

ສະຫະພັນກໍາມະການແຂວງສາລະວັນ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນກໍາມະກອນ ສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026), ຕິດພັນກັບການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ທ່ານ ບົວສີ ຄ່ຽມມະນີຂັນໄຊ ອະດີດຮອງເລຂາພັກແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການທຽບເທົ່າອ້ອມຂ້າງແຂວງ ເຂົ້າຮ່ວມ.
ພະແນກການເງິນ ແຂວງອຸດົມໄຊ ຍົກລະດັບວຽກງານການເງິນ ກ້າວສູ່ດີຈີຕອນ

ພະແນກການເງິນ ແຂວງອຸດົມໄຊ ຍົກລະດັບວຽກງານການເງິນ ກ້າວສູ່ດີຈີຕອນ

ວັນທີ 5 ພຶດສະພານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ,ພະແນກການເງິນແຂວງ ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ແລະ ລະບົບ Smart Cash ໂດຍການເປັນປະທານຂອງທ່ານ ບຸນໃສ ພົມມະວົງ ຮອງຫົວໜ້າພະແນກ ການເງິນແຂວງອຸດົມໄຊ, ມີຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງ, ມີຫົວໜ້າຮອງຫົວໜ້າພະແນກການ, ອົງການ ສອງກອງບັນຊາການ ອ້ອມຂ້າງແຂວງເຂົ້າຮ່ວມ.
ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ໄດ້ອຸປະກອນປ້ອງກັນພະຍາດສັດໃຫຍ່

ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ໄດ້ອຸປະກອນປ້ອງກັນພະຍາດສັດໃຫຍ່

ໃນວັນທີ 5 ພຶດສະພານີ້, ທ່ານ ສີສະຫວາດ ຫອມດາລາ ຜູ້ປະສານງານ ແລະ ຫົວໜ້າສາຂາ ບໍລິສັດລັດ ລວມສູນຜະລິດຕະພັນ ສິນຄ້າກະສິກໍາລາວ ແລະ ຂົນສົ່ງສາກົນ ຈໍາກັດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວວຽກງານຢູ່ແຂວງຄໍາມ່ວນ. ໃນໂອກາດນີ້, ໄດ້ເຮັດວຽກຮ່ວມກັບພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໂດຍການຕ້ອນຮັບຂອງທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີບັນດາພະນັກງານວິຊາການທີ່ກ່ຽວຂ້ອງຂອງທັງສອງພາກສ່ວນເຂົ້າຮ່ວມ .
ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2026-2030) ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດວ່າ:
ກອງປະຊຸມຠຄັ້ງປະຖົມມະລືກ ສະພາຜູ້ພິພາກສາສານປະຊາຊົນສູງສຸດ

ກອງປະຊຸມຠຄັ້ງປະຖົມມະລືກ ສະພາຜູ້ພິພາກສາສານປະຊາຊົນສູງສຸດ

ກອງປະຊຸມຄັ້ງປະຖົມມະລືກ ຠສະພາຜູ້ພິພາກສາສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ ແລະ ສະມາຊິກສະພາຜູ້ພິພາກສາເຂົ້າຮ່ວມ.
ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປະຈຳປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທາ ແລະ ກ່າວເປີດກອງປະຊຸມ ໂດຍທ່ານ ຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ຊຶ່ງມີຮອງລັດຖະມົນຕີ ຮອງປະທານອົງການກວດກາແຫ່ງລັດ ຮອງປະທານອົງການກວດສອບແຫ່ງລັດ, ທ່ານຄະນະປົກຄອງນະຄອນຫຼວງວຽງຈັນ-ແຂວງ ແລະ ຜູ້ອໍານວຍການລັດວິສາຫະກິດ, ວິສາຫະກິດເອກະຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄຕພ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ

ຄຕພ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ

ໃນວັນທີ 5 ພຶດສະພາ ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ. ໂດຍການເປັນປະທານຂອງສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ສນຊ ມີຫຼາຍຄາດໝາຍສູ້ຊົນໃນຕໍ່ໜ້າ

ສນຊ ມີຫຼາຍຄາດໝາຍສູ້ຊົນໃນຕໍ່ໜ້າ

ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນສະເໜີແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ.
ເພີ່ມເຕີມ