ພະອາຈານໃຫຍ່ ມະຫາເວດ ມະເສໄນ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ ຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນຜົນງານ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ VIII ຂອງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ. ໃນນັ້ນ, ຈະໄດ້ພ້ອມກັນສັງເກດຕີລາຄາ ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາຍເຫດ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີຜ່ານມາ; ພ້ອມກັນນັ້ນ. ກອງປະຊຸມໃຫຍ່ຈະໄດ້ ກຳນົດທິດທາງແຜນການ ແລະ ແຜນພັດທະນາ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໃນໄລຍະ 5 ປີຕໍ່ໜ້າ ປີ 2026-2030.
ກອງປະຊຸມໃຫຍ່ ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນກອງປະຊຸມໃຫຍ່ ເພື່ອພ້ອມກັນເຮັດໃຫ້ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ແລະ ບັນດາບົດຮຽນທີ່ຖອດຖອນໄດ້ ກ່ຽວກັບການເຕົ້າໂຮມ ຄວາມສາມັກຄີ ແລະ ນໍາເອົາກໍາລັງແຮງ ດັ່ງກ່າວ ເຂົ້າສູ່ຂະບວນການວຽກງານຕົວຈິງ ຂອງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ທີ່ໄດ້ຮັບຜົນສໍາເລັດ ເລິກຊຶ່ງກວ່າເກົ່າ. ກອງປະຊຸມໃຫຍ່ ແມ່ນຈະໄດ້ພິຈາລະນາຮັບຮອງເອົາມະຕິກອງປະຊຸມໃຫຍ່ ແລະ ຮັບຮອງເອົາຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຄະນະບໍລິຫານງານປະຈຳການ ແລະ ຄະນະກຳມະການບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຊຸດໃໝ່ ລວມທັງ ຄະນະທີ່ປຶກສາ, ປະທານ, ຮອງປະທານ, ຫົວໜ້າຫ້ອງການບໍລິຫານງານ ແລະ ບັນດາຫົວໜ້າກຳມາທິການ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ.ຂ່າວ-ພາບ: ບຸນຕອມ, ບຸນອຸ້ມ.
ຄໍາເຫັນ