![]() |
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ອ່ານສູນທອນພົດເປີດກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແມ່ນບາດລ້ຽວທີ່ມີລັກສະນະປະຫວັດສາດ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 100 ປີ (3/2/1930 – 3/2/2030). ກອງປະຊຸມໃຫຍ່ໄດ້ສຸມເຈດຈຳນົງ, ຄວາມມຸ່ງມາດປາຖະໜາ, ຄວາມຕັດສິນໃຈສູງສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ດ້ວຍຈິດໃຈເປັນເຈົ້າຕົນເອງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່, ເພື່ອປະເທດ ຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.
ກອງປະຊຸມໃຫຍ່ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບທີ່ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດເປົ້າໝາຍໜ້າທີ່ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກຢ່າງມີໄຊ, ໂດຍສະເພາະແມ່ນໜ້າທີ່ບຸກທະລຸມີລັກສະນະປະຕິວັດ.
ທ່ານ ເລືອງເກື່ອງ ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຄາດຄະເນໄດ້ຍາກ, ເມື່ອການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ເພີ່ມຂຶ້ນ. ການປະຕິວັດອຸດສາຫະກຳຄັ້ງທີ 4, ພິເສດແມ່ນການລະເບີດຂອງປັນຍາປະດິດ, ເຕັກໂນໂລຊີດີຈີຕອນ, ເຕັກໂນໂລຊີ ກວນເຕີມ (Quantum technology) ແລະ ບັນດາເຕັກໂນໂລຊີ ໃໝ່ທີ່ພາໃຫ້ຊີວິດເສດຖະກິດ-ສັງຄົມທຸກດ້ານປ່ຽນແປງຢ່າງເລິກເຊິ່ງ. ສິ່ງດັ່ງກ່າວໄດ້ວາງອອກຄຳຮຽກຮ້ອງອັນຮີບດ່ວນກ່ຽວກັບການສ້າງຮູບແບບເຕີບໂຕ, ຮູບແບບພັດທະນາໃໝ່, ຍົກສູງສະມັດຖະພາບແຮງງານ, ຄວາມສາມາດແກ້ງແຍ້ງແຫ່ງຊາດ ແລະ ບັນດາຄຳຮຽກຮ້ອງໃໝ່ໃນການຄຸ້ມຄອງສັງຄົມ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.
ພາຍຫຼັງ 40 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່, ປະເທດຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່, ຮອບດ້ານ ມີຄວາມໝາຍປະຫວັດສາດ. ເຖິງຢ່າງໃດກໍຕາມ, ທ່ານ ເລືອງເກື່ອງ ຖືວ່າ ຫວຽດນາມ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການເຕີບໂຕຍັງຢູ່ໃນລະດັບຕ່ຳກວ່າກຳລັງບົ່ມຊ້ອນ, ຍັງບໍ່ທັນຍືນຍົງຢ່າງແທ້ຈິງ, ສະມັດຖະພາບແຮງງານບໍ່ສູງ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດຍັງຈຳກັດ. ຊີວິດຂອງປະຊາຊົນພາກສ່ວນໜຶ່ງຍັງປະສົບກັບຄວາມຫຍຸ້ງຍາກ; ການປ່ຽນແປງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂຣກລະບາດ ແລະ ຄວາມປອດໄພທາງໄຊເບີ ຍັງກະທົບຢ່າງສັບສົນຢູ່.
ທ່ານ ເລືອງເກື່ອງ ຊີ້ແຈ້ງວ່າ: ກອງປະຊຸມໃຫຍ່ຄັ້ງທີ XIV ມີພາລະກຳປະຫວັດສາດອັນໃຫຍ່ຫຼວງທີ່ສຸດ, ບໍ່ພຽງແຕ່ວາງອອກເປົ້າໝາຍ, ກຳນົດທິດໃຫ້ໄລຍະ 2026 – 2030 ເທົ່ານັ້ນ ຫາກຍັງ ຕັດສິນບັນດາບັນຫາທີ່ມີລັກສະນະຍຸດທະສາດຕໍ່ກັບ ອະນາຄົດ ແລະ ຊາຕະກຳຂອງຊາດໃນຫຼາຍທົດສະວັດຈະມາເຖິງອີກດ້ວຍ. ກອງປະຊຸມມີໜ້າທີ່ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຕິດຕັນກັບການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່, ຢັ້ງຢືນບັນດາຜົນງານສຳຄັນ, ຊີ້ອອກຂໍ້ຈຳກັດ, ຈຸດອ່ອນ ແລະ ສາເຫດ, ຈາກນັ້ນຖອດຖອນບົດຮຽນໃຫຍ່ທີ່ມີຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳໃນຍາວນານ.
ທ່ານ ເລືອງເກື່ອງ ກ່າວຕື່ມອີກວ່າ: ກອງປະຊຸມໃຫຍ່ຈະປຶກສາຫາລື ແລະ ຮັບຮອງເອົາທິດທາງ, ເປົ້າໝາຍ, ໜ້າທີ່, ຈຸດສຸມບຸກທະລຸຍຸດທະສາດໃຫ້ແກ່ໄລຍະ 2026 – 2030, ວິໄສທັດຮອດປີ 2045, ໃນນັ້ນ ເນັ້ນໜັກເຖິງບັນດາມາດຕະການທີ່ມີລັກສະນະປະຕິວັດບຸກທະລຸ ເພື່ອພັດທະນາປະເທດຢ່າງວ່ອງໄວ, ຍືນຍົງ ແລະ ປົກປັກຮັກສາປະເທດຊາດ. ເລື່ອງເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIV ຕ້ອງເລືອກເອົາພະນັກງານຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ພຸມປັນຍາ, ຈັນຍາບັນ, ຄວາມສາມາດນຳພາຢ່າງແທ້ຈິງ, ສົມເປັນການນຳ ເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ.
ພາຍຫຼັງບົດກ່າວຄຳເຫັນເປີດກອງປະຊຸມຂອງທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ນຳສະເໜີບົດລາຍງານກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

ຄໍາເຫັນ