ກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມທົ່ວເມືອງວຽງພູຄາ ຄັ້ງ IX

ກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມທົ່ວເມືອງວຽງພູຄາ ຄັ້ງ IX
ກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມທົ່ວເມືອງວຽງພູຄາ ແຂວງຫຼວງນໍ້າທາ ຄັ້ງ IX ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງ ໂດຍການເປັນປະທານຂອງທ່ານ ໜານ ຄໍາແພງ ຄະນະບໍລິຫານງານຊາວໝຸ່ມແຂວງ ເລຂາຄະນະບໍລິຫານງານຊາວໝຸ່ມເມືອງ ໂດຍການເຂົ້າຮ່ວມຂອງທ່ານ ບຸນຊົງ ວາໄຊຢີ ເຈົ້າເມືອງໆວຽງພູຄາ, ມີທ່ານນາງ ປານີ ຈິດດາລາ ເລຂາຄະນະບໍລິຫານງານຊາວໝຸ່ມແຂວງ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
     ທ່ານ ໜານ ຄໍາແພງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ, ຈາກນັ້ນທ່ານ ວິໄລເພັດ ລຽນສະຫວັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການ 5 ປີຕໍ່ໜ້າວ່າ: ປັດຈຸບັນມີຄະນະບໍລິຫານງານຊາວໜຸ່ມເມືອງທັງໝົດ 20 ສະຫາຍ, ຍິງ 3 ສະຫາຍ, ມີຊາວໜຸ່ມອາຊີບທັງໝົດ 10 ສະຫາຍ, ຍິງ 2 ສະຫາຍ, ຄະນະຮັບຜິດຊອບ 4 ບຸກຂັ້ນເມືອງ 17 ສະຫາຍ, ຍິງ 3 ສະຫາຍ, ມີຮາກຖານຊາວໜຸ່ມ 6 ຮາກຖານ, ໜ່ວຍຊາວໜຸ່ມຮາກຖານ 77 ໜ່ວຍ, ມີໄວໜຸ່ມທັງໝົດ 4.846 ສະຫາຍ, ຍິງ 1.759 ສະຫາຍ, ມີສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ 2.455 ສະຫາຍ, ຍິງ 878 ສະຫາຍ, ເປັນສະມາຊິກພັກ 825 ສະຫາຍ, ຍິງ 294 ສະຫາຍ, ເປັນສະມາຊິກກຳມະບານ 524 ສະຫາຍ, ຍິງ 235 ສະຫາຍ, ເປັນສະຫະພັນແມ່ຍິງ 598 ສະຫາຍ, ມີກອງຊາວໜຸ່ມອາສາສະໝັກ 2 ກອງ, ມີສະມາ ຊິກ 126 ຄົນ, ຍິງ 48 ຄົນ; ມີອະນຸຊົນ 966 ຄົນ; ຍິງ 432 ຄົນ, ເຍົາວະຊົນ 2.953 ຄົນ; ຍິງ 1.438 ຄົນ, ມີສະມາຊິກເຍົາວະຊົນ 1.512 ຄົນ; ຍິງ 754 ຄົນ, ມີກອງເຍົາວະຊົນທັງໜົດ 22 ກອງ, 60 ໝວດ 160 ໜູ່, ມີໝວດອະນຸຊົນ 17 ໝວດ 49 ໜູ່, ມີຄະນະຮັບຜິດຊອບວຽກງານເຍົາວະຊົນ-ອະນຸຊົນທັນວາທັງໜົດ 45 ສະຫາຍ; ຄະນະຊາວໜຸ່ມເມືອງຊີ້ນຳຊາວໜຸ່ມຮາກຖານ 7 ກຸ່ມບ້ານ, ປະກອບມີ 46 ບ້ານ, 46 ໜ່ວຍ, ໜ່ວຍສຳນັກງານຫ້ອງການ 11 ໜ່ວຍ, ໂຮງຮຽນ 20 ໜ່ວຍ.
    ຜ່ານມາຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນປົກກະຕິ ໄດ້ປະຕິບັດວຽກງານນີ້ສອດຫ້ອຍໄປທຸກຂົງເຂດວຽກງານຂອງຊາວໜຸ່ມ-ເຍົາວະຊົນ ໂດຍສະເພາະໄດ້ນໍາເອົາບັນດາມະຕິຄໍາສັ່ງ, ລະບຽບ-ກົດ ໝາຍຂອງ ຄຊປປລ ແລະ ເອກະສານມູນເຊື້ອຂອງຊາດ, ຂອງພັກມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກຊາວໜຸ່ມບັນດາເຜົ່າຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຕັ້ງໜ້າປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄດ້ສໍາເລັດເປັນກ້າວໆ. ຜົນງານພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ແລະ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວໄດ້ສໍາເລັດ, ສໍາເລັດການດໍາເນີນກອງປະຊຸມໃຫຍ່ຂັ້ນໜ່ວຍອ້ອມຂ້າງ ແລະ ຂັ້ນບ້ານໄດ້ 77 ໜ່ວຍ ເທົ່າກັບ 100%, ໃນ 5 ປີຜ່ານມາມີບຸກຄົນດີເດັ່ນໄດ້ຮັບໃບຍ້ອງຍໍຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕ່າງໆຈຳນວນຫຼາຍ.
     ກອງປະຊຸມຄັ້ງນີ້ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມເມືອງ ຊຸດທີ IX ຊຶ່ງມີຜູ້ສະໝັກ 25 ສະຫາຍ, ເລືອກເອົາ 21 ສະຫາຍ, ຍິງ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນ ເລືອກເອົາຄະນະປະຈໍາຊາວໜຸ່ມເມືອງ 7 ສະຫາຍ, ເລືອກເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມແຂວງຄັ້ງທີ IX ຈຳນວນ 7 ສະຫາຍ, ຜູ້ແທນສໍາຮອງ 3 ສະຫາຍ. ຂ່າວ: ຄໍາປິງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ