ກອງປະຊຸມປະຈໍາປີຂອງຄະນະກໍາມະການຮ່ວມມືລາວ-ຈີນ ແລະ ອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນ

ກອງປະຊຸມປະຈໍາປີຂອງຄະນະກໍາມະການຮ່ວມມືລາວ-ຈີນ ແລະ ອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນ
ວັນທີ 6 ທັນວາ ຜ່ານມາ ທີ່ສູນວາງສະແດງແຜນຜັງຂອງເສດຖະກິດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາຄະນະກໍາມະການຮ່ວມມືລາວ-ຈີນແລະອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນ  ໄດ້ຮ່ວມກັນຈັດກອງປະຊຸມ ກົນໄກຮ່ວມມືສອງຝ່າຍປະຈຳປີ 2023 ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານ ຄະນະກຳມະການຮ່ວມມື ລາວ-ຈີນ, ມີທ່ານ ຫຼົວ ຈ້າວຮຸຍ ຫົວໜ້າອົງການຮ່ວມມືສາກົນເພື່ອການພັດທະນາ ແຫ່ງຊາດຈີນ, ມີຫົວໜ້າ-ຮອງຫົວໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມທັງສອງຝ່າຍໄດ້ປຶກສາຫາລື ດ້ວຍໄມຕີຈິດມິດຕະພາບ ລະຫວ່າງ  ຄະນະກໍາມະການຮ່ວມມືລາວ-ຈີນ ແຫ່ງ ສປປ ລາວ  ແລະ ອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນ ທັງສອງຝ່າຍໄດ້ເປັນເອກະພາບກັນໃນການຊຸກຍູ້ກໍ່ສ້າງດ່ານຊາຍແດນລາວ-ຈີນ ມີຜົນດີຕໍ່ການຊຸກຍູ້ ສປປ ລາວ “ຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ”, ມີຄວາມໝາຍຄວາມສໍາຄັນຕໍ່ການສົ່ງເສີມການພັດທະນາເສດຖະກິດ- ສັງຄົມຂອງສອງປະເທດລາວ-ຈີນ, ການເປີດປະຕູສູ່ພາຍນອກໃນລະດັບສູງ ກໍຄືການຮ່ວມມືກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ,  ໃນໂອກາດນີ້ ທັງສອງຝ່າຍກໍໄດ້ລາຍງານການຮ່ວມມື ແລະ ສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງໂຄງການໂດຍຫຍໍ້ໃຫ້ກັນ ແລະ ກັນຊາບເປັນຕົ້ນທາງດ້ານເສດຖະກິດການຄ້າ, ການຄຸ້ມຄອງຄົນເຂົ້າອອກປະເທດ, ໃນໄລຍະຜ່ານມາທັງຝ່າຍຈີນໄດ້ສົ່ງຄະນະຊ່ຽວຊານມາສຶກສາຄົ້ນຄວ້າເພື່ອກະກຽມດ້ານເຕັກນິກໃຫ້ແກ່ໂຄງການກໍ່ສ້າງຮົ້ວອ້ອມເຂດຮ່ວມມືເສດຖະກິດບໍ່ເຕ່ນ (ລາວ)-ບໍ່ຫານ (ຈີນ)ຢູ່ເບື້ອງຝ່າຍລາວ, ໂຄງການປັບປຸງຍົກລະດັບທາງຫຼວງແຫ່ງຊາດເລກທີ 13 ໄລຍະບໍ່ເຕ່ນ, ໂຄງການປັບປຸງຍົກລະດັບທາງລົດໂອໂຕຢູ່ດ່ານຊາຍແດນລາວ-ຈີນ ແລະ ໂຄງການກໍ່ສ້າງຕຶກອາຄານກວດກາຮ່ວມກັນຢູ່ດ່ານກວດກາຊາຍແດນຂອງສະຖານີລົດໄຟບໍ່ເຕ່ນ.   
    ຈາກນັ້ນ, ທັງສອງຝ່າຍໄດ້ເຫັນດີສືບຕໍ່ປຶກສາຫາລືຄວາມເປັນໄປໄດ້ຂອງບັນດາໂຄງການດັ່ງກ່າວ,ແຜນການໃນຕໍ່ໜ້າທັງສອງຝ່າຍຈະໄດ້ສືບຕໍ່ຍົກລະດັບການຜ່ານດ່ານໃຫ້ມີປະສິດທິພາບສູງ, ທັງຊຸກຍູ້ການພັດທະນາທາງລົດໄຟລາວ-ຈີນໃຫ້ດີຂຶ້ນໂດຍການສ້າງດ່ານ“ກວດກາຈຸດດຽວປ່ອງດຽວ”ຢູ່ດ່ານສະຖານີລົດໄຟບໍ່ເຕ່ນ, ໃຫ້ການຊ່ວຍເຫຼືອກໍ່ສ້າງຕຶກອາຄານກວດກາ ລາວ-ຈີນ ຮ່ວມກັນ ແລະ ຈະໄດ້ສືບຕໍ່ປະສານສົມທົບກັນໃນການຮ່ວມມືວຽກງານພື້ນຖານໂຄງລ່າງດ່ານຊາຍແດນອື່ນໆຕື່ມອີກ. ການດຳເນີນກອງປະຊຸມທັງສອງຝ່າຍກໍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືຂອງສອງຝ່າຍໃນໄລຍະຜ່ານມາ ແລະ ໃນການຊຸກຍູ້ການຮ່ວມມືທີ່ເປັນຮູບປະທໍາຂອງສອງຝ່າຍໃນຕໍ່ໜ້າ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍການຕົກລົງເປັນເອກະພາບຂອງການນຳຂັ້ນສູງຂອງສອງປະເທດກໍຄືການຈັດຕັ້ງປະຕິບັດບັນດາເອກະສານຮ່ວມມືຕ່າງໆຂອງສອງຝ່າຍລາວ-ຈີນ.
ໂອກາດນີ້, ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ແລະ ທ່ານ ຫຼີວ ຈຸນເຟີງ ຮອງຫົວໜ້າອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນກໍໄດ້ລົງນາມເຊັນບົດບັນທຶກການຮ່ວມມືຊ່ວຍເຫຼືອພັດທະນາດ່ານຊາຍແດນລາວ-ຈີນ ລະຫວ່າງ ຄະນະກໍາມະການຮ່ວມມື ລາວ-ຈີນ ແຫ່ງ ສປປ ລາວ  ແລະ  ອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນຮ່ວມກັນຕື່ມອີກ.
(ຂ່າວ-ພາບ ສົມພອນ ຂຸນດາວົງ)

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ