ກອງປະຊຸມປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

ກອງປະຊຸມປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

ກອງປະຊຸມປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ
ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມປັບປຸງ ດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ໃນລະຫວ່າງວັນທີ 14-15 ພຶດສະພານີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດ ຖະມົນຕີກະຊວງ ຮສສ, ມີອົງການສາກົນເພື່ອການເຄື່ອນຍ້າຍ (IOM), ຄະນະຮັບຜິດຊອບປັບປຸງດໍາລັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການຜັນຂະຫຍາຍກົດໝາຍວ່າດ້ວຍການຈັດຫາງານສະບັບເລກທີ 37/ສພຊ, ລົງວັນທີ 17 ກໍລະກົດ 2023, ເນື່ອງຈາກສະພາບການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ໂດຍສະເພາະແມ່ນພາກທີ II ກ່ຽວກັບການຈັດຫາງານ ໝວດທີ 2 ການຈັດຫາງານໄປຕ່າງປະເທດ ແລະ ມາດຕາທີ່ກ່ຽວຂ້ອງກັບການຈັດຫາງານໄປຕ່າງປະເທດ ທີ່ຕິດພັນກັບບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ຊຶ່ງເຫັນວ່າມີຫຼາຍມາດຕາຈະຕ້ອງໄດ້ປັບປຸງໃຫ້ສອດຄ່ອງເຂົ້າກັບກົດໝາຍວ່າດ້ວຍການຈັດຫາງານ, ກົດໝາຍອື່ນໆ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອໃຫ້ແທດເໝາະກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.

(ຂ່າວສານຮສສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ, ດ້ວຍບັນຍາການຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງ ພາຍຫຼັງດໍາເນີນມາແຕ່ວັນທີ 10-11 ກັນຍາ 2025 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”, ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍ​ແຂກ​ທີ່​ຖືກ​ເຊີນ​ຈາກ​ກະຊວງ ​ແລະ ອົງການ​ອ້ອມ​ຂ້າງ​ສູນ​ກາງ​, ບັນດາ​ສະຫາຍ​ສະມາຊິກ​ພັກ​ອາວຸ​ໂສບຳນານ, ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຕາງໜ້າອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາສະຫາຍຜູ້​ແທນ​ສົມບູນ ​ເຂົ້າ​ຮ່ວມ.
5 ປີ ແຂວງເຊກອງ ຂຶ້ນທະບຽນວິສາຫະກິດໄດ້ 900 ກວ່າຫົວໜ່ວຍ

5 ປີ ແຂວງເຊກອງ ຂຶ້ນທະບຽນວິສາຫະກິດໄດ້ 900 ກວ່າຫົວໜ່ວຍ

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 5 ປີ (2021-2025) ແຂວງເຊກອງ ສາມາດຂຶ້ນທະບຽນວິສາຫະກິດໄດ້ທັງໝົດ 943 ຫົວໜ່ວຍ, ມີທຶນຈົດທະບຽນ 3,423.50 ຕື້ກີບ. ໃນນີ້, ວິສາຫະກິດທີ່ເຮັດການຜະລິດ 233 ຫົວໜ່ວຍ, ມີທຶນຈົດທະບຽນ 1,124.10 ຕື້ກີບ; ການຄ້າ 472 ຫົວໜ່ວຍ, ມີທຶນຈົດທະບຽນ 944.14 ຕື້ກີບ ແລະ ວິສາຫະກິດທີ່ເຮັດການບໍລິການ 238 ຫົວໜ່ວຍ, ມີທຶນຈົດທະບຽນ 1,355.25 ຕື້ກີບ. ພ້ອມນີ້, ຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ຍັງໄດ້ເອົາໃຈໃສ່ເປັນເຈົ້າການຄຸ້ມຄອງຖານສະຖິຕິຂໍ້ມູນໂຮງງານທີ່ມີແລ້ວໃນທົ່ວແຂວງ ແລະ ໂຮງງານທີ່ສ້າງຕັ້ງໃໝ່ໃຫ້ເປັນລະບົບ; ຊຸກຍຸ້ ແລະ ປັບປຸງໂຄງລ່າງພື້ນຖານອຸດສາຫະກໍາຂະໜາດກາງ ແລະ ຂະໜາດນ້ອຍ ເພື່ອເພີ່ມຂີດຄວາມສາມາດ ຂອງຜູ້ປະກອບການຜະລິດປຸງແຕ່ງໃຫ້ສາມາດຕອບສະໜອງການຊົມໃຊ້ພາຍໃນ ຊຶ່ງເຮັດໃຫ້ລວມຍອດຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ສາມາດປະຕິບັດໄດ້ 1,602 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 117.04% (ແຜນ 5 ປີ 738.11 ຕື້ກີບ).
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025

ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025

ຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດ ປ່ອຍຕົວນັກໂທດປະຈຳປີ 2025 ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ພາຍໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ (ຜູ້ປະຈໍາການ) ແລະ ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊີ້ແຈງການເກັບຄ່າບໍລິການບັດປະຈໍາຕົວດີຈີຕອນ

ຊີ້ແຈງການເກັບຄ່າບໍລິການບັດປະຈໍາຕົວດີຈີຕອນ

ການອອກບັດປະຈຳຕົວດີຈີຕອນໃຫ້ພົນລະເມືອງໃນໄລຍະຕົ້ນນີ້ເຫັນວ່າໄດ້ຮັບການສະໜັບສະໜູນຊ່ວຍ ເຫຼືອ ແລະ ໃຫ້ກຳລັງໃຈຕໍ່ເຈົ້າໜ້າທີ່ເປັນຢ່າງດີ, ພົນລະເມືອງລາວມີຄວາມຕື່ນຕົວ, ສະໝັກໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ໃນການປະກອບເອກະສານ, ການສະໜອງຮ່ອງ ຮອຍນິຕິວິທະຍາ ແລະ ອື່ນໆ, ແຕ່ກໍມີພົນລະເມືອງຈຳນວນໜຶ່ງໄດ້ສວຍໃຊ້ຊ່ອງວ່າງຂອງພົນລະເມືອງຄົນອື່ນທີ່ຍັງບໍ່ຮູ້ສະຖານທີ່ບ່ອນອອກບັດ, ບໍ່ທັນຮູ້ລະບຽບການ ແລະ ອື່ນໆ ໄດ້ສວຍໂອກາດເກັບເງິນນຳພົນລະເມືອງຜູ້ທີ່ມາໃນມູນຄ່າ 3 ຫາ 5 ແສນກີບຕໍ່ບັດ ຊຶ່ງເຫັນວ່າຜູ້ສວຍໂອກາດເກັບເງິນນີ້ຂາດຈັນຍາບັນ, ຈັນຍາທຳ ສ້າງຄວາມເສຍຫາຍໃຫ້ເຈົ້າໜ້າທີ່ ເຮັດໃຫ້ຄົນບໍ່ດີສວຍໂອກາດປັ່ນປ່ວນພາຍໃນ ແລະ ຜິດຕໍ່ລະບຽບກົດໝາຍ.
ສາລະວັນ ໂຮມສອງພະແນກເຂົ້າກັນ

ສາລະວັນ ໂຮມສອງພະແນກເຂົ້າກັນ

ໃນວັນທີ 10 ກັນຍານີ້, ແຂວງສາລະວັນ ໄດ້ຈັດພິທີປະກາດການຈັດຕັ້ງພາຍຫຼັງໂຮມພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ ເຂົ້າກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງຂຶ້ນ ຢູ່ທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ-ພະນັກງານ.
ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ນະຄອນຫຼວງວຽງຈັນ, ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ຜູ້ດໍາເນີນການເຂື່ອນໄຟຟ້າພະລັງນ້ໍາໄຊຍະບູລີ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2 ຈາກ ລັດຖະບານ ແຫ່ງ ສປປ ລາວ ທີ່ມີຜົນງານໂດດເດັ່ນດ້ານການພັດທະນາ ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ຕາມມາດຕະຖານສາກົນ, ໃຫ້ກ່ຽດມອບໂດຍ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຮັບໂດຍ ທ່ານ ວໍລະພົດ ອຸຊຸໄພບູນວົງ ກຳມະການຜູ້ຈັດການ ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ
ກະຊວງ ວທ ທາບທາມບຸກຄະລາກອນຮອບທີ 3

ກະຊວງ ວທ ທາບທາມບຸກຄະລາກອນຮອບທີ 3

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ວທ ສະໄໝທີ VI ຮອບທີ 3 ຂຶ້ນໃນວັນທີ 9 ກັນຍາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາຄະນະບໍລິຫານງານພັກ ກະຊວງ ວທ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ກຳມະການປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈະສຳຫຼວດຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ

ຈະສຳຫຼວດຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ

ພິທີ ເຊັນສັນຍາໃນການສຳຫຼວດ-ອອແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ຫາ ເມືອງຈອມເພັດ ແລະ ຂົວຂ້າມນໍ້າຂອງ 1 ແຫ່ງ, ໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ່ 9 ກັນຍານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ, ມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ບໍລິສັດຮັບເໝົາເຂົ້າຮ່ວມ.
ງານວາງສະແດງຜະລິດຕະພັນລາວ  2025 ຈະຈັດຂຶ້ນ ໃນຕົ້ນເດືອນຕຸລານີ້

ງານວາງສະແດງຜະລິດຕະພັນລາວ 2025 ຈະຈັດຂຶ້ນ ໃນຕົ້ນເດືອນຕຸລານີ້

ງານວາງສະແດງຜະລິດຕະພັນລາວ ປະຈຳປີ 2025 (Made in Laos 2025) ຈະຈັດຂຶ້ນ ໃນລະຫວ່າງວັນທີ 1-8 ຕຸລາ 2025 ທີ່ຈະມາເຖິງນີ້, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ໂດຍຈະນຳເອົາຜະລິດຕະພັນຫລາຍປະເພດ, ຈາກຫລາຍຂະແໜງການ, ຜະລິດຕະພັນ ຈາກ 17 ແຂວງ ໃນຂອບເຂດທົ່ວປະເທດ ແລະ ຈາກປະເທດເພື່ອນບ້ານຈໍານວນໜຶ່ງ ມາຮ່ວມວາງ ສະແດງ.
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ລະຫວ່າງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເຊກອງ ກັບ ອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສະໂມສອນເມືອງລະມາມ, ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງເຊກອງ, ມີບັນດາຂະແໜງການກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງດາກຈຶງ ແລະ ເມືອງກະລຶມເຂົ້າຮ່ວມ.
ເພີ່ມເຕີມ