ກອງ​ປ​ະ​ຊຸມປະ​ທານ​ສະ​ພາກຸ່ມ G20 ຮຽກ​ຮ້ອງ​ໃຫ້​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລະ​ດັບ​ໂລກ

ກອງ​ປ​ະ​ຊຸມປະ​ທານ​ສະ​ພາກຸ່ມ G20 ຮຽກ​ຮ້ອງ​ໃຫ້​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລະ​ດັບ​ໂລກ

ກອງ​ປ​ະ​ຊຸມປະ​ທານ​ສະ​ພາກຸ່ມ G20 ຮຽກ​ຮ້ອງ​ໃຫ້​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລະ​ດັບ​ໂລກ
ຂ່າວສານຊີອາໄອລາຍງານວ່າ: ໃນທ້າຍອາທິດຜ່ານມາ,ກອງ​ປ​ະ​ຊຸມ​ປະ​ທານ​ສະ​ພາປະ​ເທດ​ສະ​ມາ​ຊິກກຸ່ມ 20 ປະ​ເທດ​ ຫຼື G20 ຄັ້ງ​ທີ 11 ​ໄດ້ເປີດ​ຂຶ້ນ​ຢູ່ເມືອງ​ເຄຣ​ອິນ​ມົນ​ ເມືອງ​ນ້ອຍ​ທີ່​ຢູ່​ແຄມ​ທະ​ເລຂອງ​ແຂວງເວສ​ເທີນ​ແຄບ​​ຂອງ​ອາຟ​ຣິ​ກາ​ໃຕ້. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລະ​ດັບ​ໂລກ.

 

ກອງປະຊຸມຄັ້ງນີ້ດຳເນີນເປັນເວລາ 3 ວັນ ພາຍໃຕ້ຫົວຂໍ້ “ບັນລຸຄວາມສາມັກຄີຄວາມສະເໝີພາບແລະການພັດທະນາແບບຍືນຍົງຂອງໂລກດ້ວຍວຽກງານການທູດຂອງສະພາ”, ຜູ້ນຳອົງການນິຕິບັນຍັດທີ່ມາຈາກປະເທດສະມາຊິກກຸ່ມ G20 ແລະບັນດາປະເທດທີ່ຮັບການເຊື້ອເຊີນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ກາງ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນ​ເປັນ 72 ຄົນ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ກາງ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນ​ເປັນ 72 ຄົນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 2 ຕຸ​ລາ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ການ​ຫຼຸດ​ຜ່ອນໄພ​ພິ​ບັດ​ແຫ່ງ​ຊາດ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຮູ້​ວ່າ, ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 6.9 ລິກ​ເຕີ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ກາງ​ຟີ​ລິບ​ປິນ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາ​ນີ້​ໄດ້​ເຮັດ​ໃຫ້​ມີ​​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ເປັນ 72 ຄົນ, ອີກ 294 ຄົນໄດ້​ຮັບ​ບາດ​ເຈັບ.
8 ເດືອນປີນີ້ ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນເພີ່ມຂຶ້ນ 7.4%

8 ເດືອນປີນີ້ ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນເພີ່ມຂຶ້ນ 7.4%

ຂ່າວສານຊີອາໄອລາຍງານວ່າ: ອີງໃສ່ຂໍ້ມູນຈາກກະຊວງການຄ້າຈີນຫວ່າງບໍ່ດົນມານີ້ວ່າ, ນັບແຕ່ເດືອນມັງກອນຫາເດືອນສິງຫາປີ 2025, ການຄ້າການບໍລິການຂອງຈີນໄດ້ຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການບັນລຸເຖິງ 5,247 ຕື້ 690 ລ້ານຢວນ, ເພີ່ມຂຶ້ນ 7.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ,​ ມູນຄ່າຂາອອກມີເຖິງ 2,300 ຕື້ 440 ລ້ານຢວນ, ເພີ່ມຂຶ້ນ 14.7%; ມູນຄ່າຂາເຂົ້າມີເຖິງ 2,947 ຕື້ 250 ລ້ານຢວນ, ເພີ່ມຂຶ້ນ 2.3%. ມູນຄ່າຂາດດຸນດ້ານການຄ້າການບໍລິການມີເຖິງ 646 ຕື້ 810 ລ້ານຢວນ, ຫຼຸດລົງ 228 ຕື້ 70 ລ້ານຢວນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ທ່ານເລຂາທິການໃຫຍ່ຫວຽດນາມ ຕ້ອນຮັບປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ

ທ່ານເລຂາທິການໃຫຍ່ຫວຽດນາມ ຕ້ອນຮັບປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ຕຸລາ ຜ່ານມາຢູ່ສຳນັກງານຫ້ອງວ່າການສູນກາງພັກ ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບ ທ່ານ ຊັນດີບ ບາລາທີປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ (ສະຫະລັດອາເມຣິກາ).
ພາ​ຍຸ​ໄຕ້​ຝຸ່ນ​ເຮັດ​ໃຫ້​ຟີ​ລິບ​ປິນມີ​ຜູ້​ເສຍ​ຊີ​ວິດ 27 ຄົນ​ ແລະ ​ສູນ​ຫາຍ 16 ຄົນ

ພາ​ຍຸ​ໄຕ້​ຝຸ່ນ​ເຮັດ​ໃຫ້​ຟີ​ລິບ​ປິນມີ​ຜູ້​ເສຍ​ຊີ​ວິດ 27 ຄົນ​ ແລະ ​ສູນ​ຫາຍ 16 ຄົນ

ຂ່າວສານຊີອາໄອ ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ ແລະ ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ພິ​ບັດ​ແຫ່ງ​ຊາດ​ຟີ​ລິບ​ປິນແຈ້ງ​ໃຫ້​ຊາບ​ວ່າ: ຍ້ອນ​ໄດ້​ຮັບຜົນ​ກະ​ທົບຈາກ​ພາ​ຍຸ​ໄຕ້​ຝຸ່ນ “​ມີ​ແທກ”, “​ຣາ​ກາ​ຊາ” ແລະ “ບົວ​ລອຍ” ຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້​ຟີ​ລິບ​ປິນ​ມີ​ຜູ້​ເສຍ​ຊີ​ວິດ 27 ຄົນ ແລະ ສູນຫາຍ 16 ຄົນ.
ອິນໂດເນເຊຍ ຈະເປີດນຳໃຊ້ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ

ອິນໂດເນເຊຍ ຈະເປີດນຳໃຊ້ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກັນຍາ ຜ່ານມາວ່າ: ກອງທຶນຄວາມຮັ່ງມີແຫ່ງຊາດດານັນຕາຣາ (Danantara) ປະກາດວ່າ: ອິນໂດເນເຊຍ ຈະເປີດໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ (WTE) ໃນທ້າຍເດືອນຕຸລາ ນີ້ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຄຸ້ມຄອງຂີ້ເຫຍື້ອທີ່ເພີ່ມຂຶ້ນ ແລະສົ່ງເສີມພະລັງງານໝູນວຽນ.
ອັດຕາສ່ວນການປົກຄຸມຂອງເຄືອຂ່າຍນໍ້າແຫ່ງຊາດຈີນຈະບັນລຸເຖິງ 80,3%

ອັດຕາສ່ວນການປົກຄຸມຂອງເຄືອຂ່າຍນໍ້າແຫ່ງຊາດຈີນຈະບັນລຸເຖິງ 80,3%

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງຜົນສໍາເລັດການພັດທະນາທີ່ມີຄຸນນະພາບສູງດ້ານຊົນລະປະທານໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ.
ທ່ານ ຟ້າມມິງຈິງ ສະ​ເໜີ​​ບໍ​ລິ​ສັດ GE Vernovaເປີດກວ້າງ​ການ​ລົງ​ທຶນໃນຫວຽດນາມ

ທ່ານ ຟ້າມມິງຈິງ ສະ​ເໜີ​​ບໍ​ລິ​ສັດ GE Vernovaເປີດກວ້າງ​ການ​ລົງ​ທຶນໃນຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ ມາເຣຍ ຊິງໂກນີ ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບແຫຼ່ງໄຟຟ້າຂອງບໍລິສັດ GE Vernova (ສະຫະລັດ ອາເມຣິກາ) ແລະ ບັນດາຄູ່ຮ່ວມງານຂອງບໍລິສັດ ຊຶ່ງພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
ລາຍຮັບຂອງຄອງຊູແອດ ຫຼຸດລົງ 9 ຕື້ໂດລາ ໃນໄລຍະສອງປີ

ລາຍຮັບຂອງຄອງຊູແອດ ຫຼຸດລົງ 9 ຕື້ໂດລາ ໃນໄລຍະສອງປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກັນຍາ ຜ່ານມາວ່າ: ທ່ານ ອັບດຸລ ຟັດຕາ ອັສຊີຊີ ປະທານາທິບໍດີເອຢິບ ເປີດເຜີຍວ່າ: ລາຍຮັບຈາກຄອງຊູແອດ ຊຶ່ງເປັນແຫຼ່ງເງິນຕາຕ່າງປະເທດຂອງເອຢິບໄດ້ຫຼຸດລົງປະມານ 9 ຕື້ໂດລາ ໃນໄລຍະສອງປີຜ່ານມາ, ຍ້ອນສະພາບແວດລ້ອມພາກພື້ນທີ່ທ້າທາຍ.
ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງສັງຄົມຜູ້ອາຍຸສູງລະດັບສູງສຸດ

ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງສັງຄົມຜູ້ອາຍຸສູງລະດັບສູງສຸດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິແຫ່ງຊາດຂອງ ສ ເກົາຫຼີ ລາຍງານວ່າ, ອັດຕາສ່ວນປະຊາກອນຜູ້ອາຍຸສູງໃນ ສ ເກົາຫຼີ ຈະລື່ນກາຍ 20% ເປັນຄັ້ງທໍາອິດໃນປີ 2025 ຊຶ່ງສົ່ງຜົນໃຫ້ ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງ “ສັງຄົມຜູ້ອາຍຸສູງລະດັບສູງສຸດ” (super-aged society) ແລ້ວ.
ອິນໂດເນເຊຍ ພັດທະນາເນື້ອທີ່ປູກເຂົ້າ 481,000 ເຮັກຕາ

ອິນໂດເນເຊຍ ພັດທະນາເນື້ອທີ່ປູກເຂົ້າ 481,000 ເຮັກຕາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກັນຍາ ຜ່ານມາວ່າ: ທ່ານ ຊັລຄິຟລີ ຮາຊານ ລັດຖະມົນຕີກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ໄດ້ເລີ່ມປູກເຂົ້າໃນເນື້ອທີ່ປະມານ 481,000 ເຮັກຕາ ຢູ່ເມືອງເມຣາອູເກ ແຂວງປາປົວ, ເພື່ອຫັນປ່ຽນພາກພື້ນດັ່ງກ່າວໃຫ້ເປັນແຫຼ່ງສະບຽງອາຫານແຫ່ງຊາດພາຍໃຕ້ໂຄງການຍຸດທະສາດ.
ເພີ່ມເຕີມ