ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.

 

 

ກອງປະຊມປະຖມມະລກສາງຕງສະມາຄມຊວຍເຫອຄນພການ - image 1
 

ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກສົງຄາມທີ່ຜ່ານມາ, ຄົນເຈັບພິການເສຍອົງຄະໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ, ອຸບັດເຫດຕາມທ້ອງຖະໜົນ, ພິການມາແຕ່ກຳເນີດ ແລະ ເກີດຈາກພະຍາດບໍ່ຕິດຕໍ່. ດ້ວຍເຫດນີ້ ຄົນພິການເສຍອົງຄະ ແລະ ຜູ້ສູງອາຍຸແມ່ນມີຄວາມຈຳເປັນຕ້ອງໄດ້ຮັບອຸປະກອນອົງຄະທຽມ ແລະ ເຄື່ອງຄໍ້າຊູທີ່ມີຄຸນນະພາບ. ດັ່ງນັ້ນ, ທາງການນໍາພັກ-ລັດຖະ ບານ, ການນຳກະຊວງສາທາລະນະສຸກໄດ້ມອບໃຫ້ສູນການແພດຟື້ນຟູໜ້າທີ່ການຮ່ວມກັບໂຄງການ COPE ເພື່ອລະດົມທຶນ ການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນຊຸກຍູ້ຊ່ວຍເຫຼືອດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ເຮັດໃຫ້ຄົນເຈັບພິການເສຍອົງຄະ ແລະ ຜູ້ສູງອາຍຸ ທັງເດັກນ້ອຍຜູ້ໃຫຍ່ໄດ້ເຂົ້າຮັບການບໍລິການທີ່ມີຄຸນນະພາບທົ່ວເຖິງທັງສູນກາງ ແລະ ບັນດາແຂວງທົ່ວປະເທດໂດຍບໍ່ໃຫ້ເສຍຄ່າ.

ກອງປະຊມປະຖມມະລກສາງຕງສະມາຄມຊວຍເຫອຄນພການ - image 2
 
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ນະຄອນຫຼວງວຽງຈັນ, ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ຜູ້ດໍາເນີນການເຂື່ອນໄຟຟ້າພະລັງນ້ໍາໄຊຍະບູລີ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2 ຈາກ ລັດຖະບານ ແຫ່ງ ສປປ ລາວ ທີ່ມີຜົນງານໂດດເດັ່ນດ້ານການພັດທະນາ ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ຕາມມາດຕະຖານສາກົນ, ໃຫ້ກ່ຽດມອບໂດຍ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຮັບໂດຍ ທ່ານ ວໍລະພົດ ອຸຊຸໄພບູນວົງ ກຳມະການຜູ້ຈັດການ ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ
ກະຊວງ ວທ ທາບທາມບຸກຄະລາກອນຮອບທີ 3

ກະຊວງ ວທ ທາບທາມບຸກຄະລາກອນຮອບທີ 3

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ວທ ສະໄໝທີ VI ຮອບທີ 3 ຂຶ້ນໃນວັນທີ 9 ກັນຍາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາຄະນະບໍລິຫານງານພັກ ກະຊວງ ວທ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ກຳມະການປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈະສຳຫຼວດຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ

ຈະສຳຫຼວດຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ

ພິທີ ເຊັນສັນຍາໃນການສຳຫຼວດ-ອອແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ຫາ ເມືອງຈອມເພັດ ແລະ ຂົວຂ້າມນໍ້າຂອງ 1 ແຫ່ງ, ໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ່ 9 ກັນຍານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ, ມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ບໍລິສັດຮັບເໝົາເຂົ້າຮ່ວມ.
ງານວາງສະແດງຜະລິດຕະພັນລາວ  2025 ຈະຈັດຂຶ້ນ ໃນຕົ້ນເດືອນຕຸລານີ້

ງານວາງສະແດງຜະລິດຕະພັນລາວ 2025 ຈະຈັດຂຶ້ນ ໃນຕົ້ນເດືອນຕຸລານີ້

ງານວາງສະແດງຜະລິດຕະພັນລາວ ປະຈຳປີ 2025 (Made in Laos 2025) ຈະຈັດຂຶ້ນ ໃນລະຫວ່າງວັນທີ 1-8 ຕຸລາ 2025 ທີ່ຈະມາເຖິງນີ້, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ໂດຍຈະນຳເອົາຜະລິດຕະພັນຫລາຍປະເພດ, ຈາກຫລາຍຂະແໜງການ, ຜະລິດຕະພັນ ຈາກ 17 ແຂວງ ໃນຂອບເຂດທົ່ວປະເທດ ແລະ ຈາກປະເທດເພື່ອນບ້ານຈໍານວນໜຶ່ງ ມາຮ່ວມວາງ ສະແດງ.
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ລະຫວ່າງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເຊກອງ ກັບ ອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສະໂມສອນເມືອງລະມາມ, ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງເຊກອງ, ມີບັນດາຂະແໜງການກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງດາກຈຶງ ແລະ ເມືອງກະລຶມເຂົ້າຮ່ວມ.
ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ IX​

ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ IX​

ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຄັ້ງທີ IX, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ປິດລົງດ້ວຍຜົນສຳເລັດຢ່າງຈົບງານໃນວັນທີ 10 ກັນຍານີ້ ​ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.​
ເປີດສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ

ເປີດສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ

ໃນວັນທີ 9 ກັນຍານີ້ ທີ່ບ້ານໜອງບົວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເປັນກຽດເຂົ້າຮ່ວມມີທ່ານ ສິນລະກອນ ພົມມະໄຊສີ ຮັກສາການເຈົ້າເມືອງໄຊທານີ, ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ, ມີບັນດາແຂກທີ່ຖຶກເຊີນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
5 ປີ ແຂວງເຊກອງ ຕ້ອງການທຶນພັດທະນາ 8,000 ຕື້ກວ່າກີບ

5 ປີ ແຂວງເຊກອງ ຕ້ອງການທຶນພັດທະນາ 8,000 ຕື້ກວ່າກີບ

ໃນ 5 ປີ (2026-2030) ແຂວງເຊກອງ ມີຄວາມຕ້ອງການທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 8,039 ຕື້ກີບ ກວມເອົາ 36% ຂອງ GDP (ສະເລ່ຍປະມານ 1,608 ຕື້ກີບ/ປີ). ໃນນີ້, ການລົງທຶນຂອງລັດ 804 ຕື້ກີບ (ສະເລ່ຍ 161 ຕື້ກີບ/ປີ); ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 1,206 ຕື້ກີບ (ສະເລ່ຍ 241 ຕື້ກີບ/ປີ); ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6,029 ຕື້ກີບ (ສະເລ່ຍ 1,206 ຕື້ກີບ/ປີ).
ສະຫຼອງ15 ປີ ວັນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ສະຫຼອງ15 ປີ ວັນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ກະຊວງການຕ່າງປະເທດ ໃນນາມປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ຮ່ວມກັບ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 15 ປີ ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ພາຍໃຕ້ຫົວຂໍ້: “ຜົນທະທົບຕໍ່ມະນຸດ ແລະ ສິ່ງທ້າທາຍຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ” ໃນວັນທີ 8 ກັນຍານິ້ ທີ່ສະໂມສອນຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ, ມະຫາວິທະຍາໄລເເຫ່ງຊາດ.
ການນໍາແຂວງວຽງຈັນ ແລະ ແຂວງເເລີຍ ພົບປະສອງຝ່າຍ

ການນໍາແຂວງວຽງຈັນ ແລະ ແຂວງເເລີຍ ພົບປະສອງຝ່າຍ

ໃນວັນທີ 8 ກັນຍາຜ່ານມານີ້, ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ສປປ ລາວ ໄດ້ ຕ້ອນຄະນະຮັບຜິດຊອບອົງການພັດທະນາພື້ນທີ່ພິເສດເພື່ອການທ່ອງທ່ຽວຢ່າງຢັ້ງຢືນ ແຂວງເລີຍ ປະເທດໄທ, ໃນໂອກາດ ທີ່ເດີນທາງມາເຮັດວຽກ ຮ່ວມກັບ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງວຽງຈັນ ຊຶ່ງນຳພາໂດຍ ທ່ານ ປະຢູນ ອະຣັນຣຸດ ຮອງເຈົ້າແຂວງໆເລີຍ ລາຊາອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ.
ເພີ່ມເຕີມ