![]() |
ກອງປະຊຸມ ໄດ້ລາຍງານກ່ຽວກັບເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງຮ່າງກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງປີ 2021 ແລະ ຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາໂດຍສະເພາະບັນດາເນື້ອໃນທີ່ຕິດພັນກັບການປັບປຸງລັດຖະທຳມະນູນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ການຈັດຕັັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ, ລວມທັງການຫັນກົນໄກການຄຸ້ມຄອງບໍລິຫານລັດໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະພາບການ; ການປັບປຸງໂຄງປະກອບກົງຈັກຂອງລັດຖະບານຊຸດທີ X ແລະ ການກໍານົດລະບຽບ ແລະ ກົນໄກວິທີເຮັດວຽກ ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ2026.
![]() |
ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈີ້ມ ໃຫ້ກອງປະຊຸມໄດ້ມີຄໍາເຫັນ ຢ່າງມີຈຸດສຸມ ແລະ ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາ, ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດຄ່ອງກັບຕົວຈິງ, ເປັນເອກະພາບ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງການເຄື່ອນໄຫວວຽກງານ ຂອງ ທ່ານນາຍົກ-ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ນໍາເອົາປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)


ຄໍາເຫັນ