ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດຕຳແໜ່ງງານ ຂອງກະຊວງ ກສ

ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດຕຳແໜ່ງງານ ຂອງກະຊວງ ກສ

ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດຕຳແໜ່ງງານ ຂອງກະຊວງ ກສ
ໃນວັນທີ 15 ພຶດສະພາຜ່ານມານີ້ ທີ່ສະໂມສອນກະຊວງ, ກົມຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດຕຳແໜ່ງງານໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ພອນປະເສີດ ກຸລາວົງ ຮອງຫົວໜ້າກົມພັດທະນາການບໍລິຫານລັດ ຄະນະຈັດຕັ້ງສູນກາງພັກ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ທ່ານຫົວໜ້າ, ຮອງຫົວໜ້າກົມ ແລະ ທຽບເທົ່າ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈຳນວນ 195 ທ່ານ ຍິງ 75 ທ່ານ ເຂົ້າຮ່ວມ.
ກອງປະຊມເຜຍແຜນຕກຳ ກຽວກບການກຳນດຕຳແໜງງານ ຂອງກະຊວງ ກສ - image 1
 

 

ຈຸດປະສົດຂອງກອງປະຊຸມແມ່ນຮັບຟັງການເຜີຍແຜ່ນິຕິກໍາ ກ່ຽວກັບ ວຽກງານກໍານົດຕໍາແໜ່ງງານ ໂດຍສະເພາະດຳລັດ ວ່າດ້ວຍການກຳນົດຕຳແໜ່ງງານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2021 ຊຶ່ງວິທະຍາກອນຈາກກົມພັດທະນາບໍລິຫານລັດ ຄະນະຈັດຕັ້ງສູນກາງພັກ ໄດ້ນຳສະເໜີນິຕິກຳດັ່ງກ່າວ ການປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນຈັດວາງພະນັກງານ-ລັດຖະກອນ ຕ້ອງອີງໃສ່ພື້ນຖານການກຳນົດຕໍາແໜ່ງງານຈຶ່ງມີຄວາມຈຳເປັນໃຫ້ທຸກພາກສ່ວນມີຄວາມເອກະພາບທາງດ້ານຫຼັກ ການຮັບປະກັນໃຫ້ແກ່ການກຳນົດຕຳແໜ່ງງານມີຄວາມຖືກຕ້ອງໃນພາກປະຕິບັດຕົວຈິງ, ບົນພື້ນຖານພາ ລະບົດບາດ, ໜ້າທີ່ ຂອບເຂດສິດຂອງແຕ່ລະພາກສ່ວນ ທີ່ໄດ້ຮັບການອະນຸມັດເພື່ອໃຫ້ພະນັກງານ-ລັດ ຖະກອນ ນໍາໄປຈັດຕັ້ງປະຕິບັດ.

ກອງປະຊຸມ ຍັງຈະມີການແລກປ່ຽນປະກອບຄໍາຄິດຄໍາເຫັນ, ແນະນໍາການຂຽນຕໍາແໜ່ງງານ ເພື່ອເປັນແນວທາງໃຫ້ແຕ່ລະພາກສ່ວນ ນໍາໄປຜັນຂະຫຍາຍເຂົ້າໃສ່ການກໍານົດຕໍາແໜ່ງງານຂອງຕົນສັບຊ້ອນ-ຈັດວາງ ບຸກຄະລາກອນ ເຂົ້າໃສ່ໜ້າວຽກງານຕ່າງໆຢ່າງເໝາະສົມ.

ໃນຕອນທ້າຍຂອງກອງປະຊຸມທ່ານປະທານໄດ້ສະເໜີໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມເອົາໃຈໃສ່ ດັ່ງນີ້: 1. ສະເໜີໃຫ້ແຕ່ລະພາກສ່ວນນໍາເອົາບົດຮຽນທີ່ໄດ້ຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃສ່ການກຳນົດຕຳແໜ່ງງານຂອງຕົນ ໃຫ້ມີຜົນສໍາເລັດ ບົນພື້ນຖານສອດຄ່ອງກັບຂັ້ນຕອນ, ວິທີການ ທີ່ໄດ້ກໍານົດໃນດໍາລັດ ແລະ ຄໍາແນະນໍາ ທີ່ກ່ຽວຂ້ອງ; 2. ການກຳນົດໜ້າວຽກ ຄວນໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ໃຫ້ເຫັນໄດ້ວ່າແຕ່ລະໜ້າວຽກ ໄດ້ປະສານສົມທົບກັບພາກສ່ວນໃດແດ່ ແລະ ຕ້ອງຄໍານຶງເຖິງຈຸດປະສົງຂອງໜ້າວຽກດັ່ງກ່າວ ຈະມີຜົນໄດ້ຮັບຫຍັງແດ່ ແລະ ສາມາດວັດແທກຜົນສຳເລັດຂອງວຽກນັ້ນໄດ້ຄືແນວໃດ; ຫຼີກລ່ຽງການກຳນົດຕຳແໜ່ງງານ ທີ່ອີງໃສ່ຈຳນວນພະນັກງານທີ່ມີໃນປະຈຸບັນ ແຕ່ໃຫ້ຄຳນຶງເຖິງພາລະບົດບາດ ແລະ ໜ້າວຽກຕົວຈິງທີ່ໄດ້ຮັບຜິດຊອບເປັນຫຼັກ; 3)ສະເໜີໃຫ້ການນໍາແຕ່ລະຂັ້ນເອົາໃຈໃສ່ໃນການຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກງານກຳນົດຕຳແໜ່ງງານ ຂອງພາກສ່ວນຂອງຕົນ. ຖ້າຫາກພົບຄວາມຫຍຸ້ງຍາກ ກໍສາມາດປະສານສົມທົບແລກປ່ຽນຄຳຄິດເຫັນກັບກົມຈັດຕັ້ງຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການກໍານົດຕໍາແໜ່ງງານຂອງແຕ່ລະພາກສ່ວນສາມາດນໍາສະເໜີຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາ ໃນເວລາອັນຄວນ.

(ຂ່າວ-ພາບ: ອາມຸດ ແສນທອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ