ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມັນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການ ຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມເຜຍແຜວາລະແຫງຊາດ ການພດທະນາຊນນະບດ ແລະ ແກໄຂຄວາມທກຍາກ - image 1
 

 

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ການສ້າງວາລະແຫ່ງຊາດແມ່ນເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອລະດົມກຳລັງແຮງສັງລວມ ໃນການແກ້ໄຂຄວາມທຸກຍາກ ສ້າງພື້ນຖານໂຄງລ່າງຢູ່ເຂດຊົນນະບົດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຈຸດປະສົງຂອງວາລະແຫ່ງຊາດດັ່ງກ່າວເພື່ອກຳນົດແຜນວຽກງານຕົວຈິງທີ່ເປັນບູລິມະສິດ ແລະ ຈຳເປັນຮີບດ່ວນ ໃນການປຸກລະດົມກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນຂອງທົ່ວສັງຄົມ ເຂົ້າໃນການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເພື່ອກ້າວໄປສູ່ຄວາມຢູ່ດີກິນດີ ສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ (ເພື່ອດຶງອັດຕາຄວາມທຸກຍາກໃຫ້ຫຼຸດລົງມາເຫຼືອພຽງໜຶ່ງໂຕເລກ); ສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1,000 ບ້ານ ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ ພ້ອມທັງສ້າງບ້ານຈຸດສຸມຕົວແບບຢ່າງໜ້ອຍ ແຂວງລະ 4-5 ບ້ານ ນອກຈາກນີ້ ຍັງສຸມໃສ່ສ້າງອາຊີບ ເຂົ້າເຖິງລະບົບປົກປ້ອງສັງຄົມ ພັດທະນາພື້ນຖານໂຄງລ່າງ ຈັດສັນພູມລໍາເນົາ ແລະ ປັບປຸງລະບົບການເມືອງຢູ່ຮາກຖານໃຫ້ເຂັ້ມແຂງ.

ທ່ານ ລິນຄຳ ດວງສະຫວັນ ໄດ້ລາຍງານຕື່ມວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ຮັບຜົນສໍາເລັດຈະຕ້ອງຮັບປະກັນໃຫ້ໄດ້ 5 ຫຼັກການຕົ້ນຕໍດັ່ງນີ້: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ: ສະແດງເຖິງຄວາມຕັດສິນໃຈສູງສຸດຂອງພັກ ແລະ ລັດ ບົນພື້ນຖານຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ຄວາມຈຳເປັນທີ່ຕ້ອງໄດ້ຜັນຂະຫຍາຍມາດຕະການຢ່າງເຂັ້ມງວດ-ເດັດຂາດບົນພື້ນຖານກົດໝາຍ ແລະ ລະບຽບການ, ຄວາມຍຸຕິທໍາ, ເຮັດແທ້ທໍາຈິງ ແລະ ມີການນໍາພາ-ຊີ້ນຳການຈັດຕັ້ງປະຕິບັດເປັນລະບົບ ແລະ ຕໍ່ເນື່ອງ; ຮັບປະກັນຄວາມໂປ່ງໃສໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ, ທຸກຊັ້ນຄົນໃນສັງຄົມສາມາດເຂົ້າຮ່ວມ ແລະ ຕິດຕາມ-ກວດກາຄວາມຄືບໜ້າ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ຫຼັກການຄວາມໂປ່ງໃສແມ່ນປັດໄຈຕັດສິນຜົນສໍາເລັດຂອງການປະຕິບັດຄາດໝາຍຂອງວາລະແຫ່ງຊາດ, ທັງເປັນການສືບຕໍ່ສ້າງຄວາມເຊື່ອໝັ້ນຕໍ່ສັງຄົມ ແລະ ສາກົນກ່ຽວກັບຄວາມມຸ່ງໝັ້ນຂອງລັດຖະບານໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເພື່ອເປັນການສ້າງຄວາມຈູງໃຈໃຫ້ທຸກຊັ້ນຄົນໃນສັງຄົມໃຫ້ການສະໜັບສະໜູນ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ; ຮັບປະກັນດ້ານວິທະຍາສາດ-ວິຊາການ ແລະ ການມີສ່ວນຮ່ວມຕ້ອງອີງໃສ່ຫຼັກວິທະຍາສາດ ແລະ ວິຊາການເພື່ອຄົ້ນຄວ້າ, ວິເຄາະ, ວິໄຈຂໍ້ມູນ, ກົກຮາກບັນຫາຕ່າງໆຢູ່ຊົນນະບົດເພື່ອວາງແຜນໃນການພັດທະນາໂດຍການມີສ່ວນຮ່ວມຂອງທຸກພາກສ່ວນລວມທັງການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງຮາກຖານ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ; ຮັບປະກັນຄວາມເປັນມືອາຊີບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຈໍາເປັນຕ້ອງມີການວາງແຜນຢ່າງເປັນລະບົບ, ມີການນໍາພາ-ຊີ້ນໍາຢ່າງລວມສູນເປັນເອກະພາບ, ມີການນໍາໃຊ້ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດ, ມີຈັນຍາບັນ-ຈັນຍາທໍາ ແລະ ຄວາມຊໍານານທາງດ້ານຫຼັກວິຊາການ ແລະ ວິຊາສະເພາະລະດັບທີ່ແນ່ນອນ ແລະ ມີຄວາມຮັບຜິດຊອບສູງ, ບໍ່ອາດເຮັດຕາມລໍາພັງໃຈ, ຕາມຄວາມຮູ້ສຶກອັດຕະວິໄສຂອງຜູ້ໃດຜູ້ໜຶ່ງ; ຮັບປະກັນຄຸນນະພາບ ແລະ ຄວາມຍືນຍົງຕ້ອງຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການປະຕິບັດວຽກງານໃຫ້ໄດ້ມາດຕະຖານທັງຮັບປະກັນໃຫ້ຄອບຄົວ, ບ້ານ ແລະ ເມືອງທີ່ພົ້ນທຸກແລ້ວບໍ່ໃຫ້ກັບຄືນມາທຸກອີກ; ຫຼຸດຜ່ອນຄວາມຜິດພາດ, ຄວາມຊັກຊ້າ ແລະ ຄວາມສ່ຽງເພື່ອສ້າງຄວາມເຊື່ອໝັ້ນ, ຄວາມເພິ່ງພໍໃຈໃຫ້ແກ່ສັງຄົມ ແລະ ສາກົນພ້ອມທັງເພີ່ມທະວີຄວາມເປັນເຈົ້າການປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ຜົນສໍາເລັດຢ່າງຕໍ່ເນື່ອງໃນໄລຍະຍາວ.

(ຂ່າວ: ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ