ກອງປະຊຸມພົບແລກປ່ຽນບົດຮຽນດ້ານວິຊາການສານປະຊາຊົນ

ກອງປະຊຸມພົບແລກປ່ຽນບົດຮຽນດ້ານວິຊາການສານປະຊາຊົນ
ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນຂັ້ນສູງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ ໄດ້ມີການປະຊຸມ ພົບປະແລກປ່ຽນບົດຮຽນດ້ານວິຊາການ ຂຶ້ນໃນວັນທີ 27 ພະຈິກ ນີ້ ທີ່ ສານປະຊາຊົນສູງສູດ, ນຳພາພະນັກງານຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໂດຍທ່ານ ອານົງ ຍອຍສາຍຄໍາ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ນຳພາ ສານປະຊາຊົນຂັ້ນສູງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ ໂດຍ ທ່ານ ຈ່າວ ຈື່ ຈຸ່ນ (Zhao Zhijun)ຮອງປະທານສານປະຊາຊົນຂັ້ນສູງເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ.
ໃນການພົບປະໃນຄັ້ງນີ້: ເພື່ອເປັນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ອັນມີມູນເຊື້ອດີງາມຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ການຮັດແໜ້ນການຮ່ວມມືລະຫວ່າງ 2 ອົງການຕຸລາການຂອງ 2 ປະເທດ ໃຫ້ມີຄວາມສະໜິດສະໜົມ ແລະ ມີບາດກ້າວຂະຫຍາຍຕົວຖານເປັນປະເທດທີ່ມີອຸດົມການສັງຄົມນິຍົມຄືກັນ, ທັງເປັນການຈັດຕັ້ງປະຕິບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມືທາງດ້ານຕຸລາການລະຫວ່າງສານປະຊາຊົນສອງປະເທດ ທີ່ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ ໄດ້ລົງນາມຮ່ວມກັນໃນວັນທີ 7 ມິຖຸນາ 2017 ຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ແລະ ເປັນການຜັນຂະຫາຍາຍບົດບັນທຶກຮ່ວມມືສອງຝ່າຍລະຫວ່າງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ ແລະ ເປັນການເພີ່ມທະວີຍົກລະດັບສາຍພົວພັນຮ່ວມມືລະຫວ່າງສານປະຊາຊົນແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງເຖິງຖອງ ພ້ອມທັງຊຸກຍູ້ໃຫ້ສານປະຊາຊົນທ້ອງຖິ່ນບ່ອນທີ່ມີຊາຍແດນ ແລະ ບໍ່ມີຊາຍແດນຕິດຈອດກັນໃຫ້ໄດ້ມີການຮ່ວມມື ເພື່ອການແລກປ່ຽນບົດຮຽນ ຕາມການຕົກລົງກັນຂອງສອງຝ່າຍ.ພ້ອມນັ້ນສອງຝ່າຍກໍໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດໜ້າທີວຽກງານຂອງແຕ່ລະຝ່າຍໃຫ້ຊາບ.
ໃນວັນດຽວກັນ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບ ທ່ານ ຈ່າວ ຈື່ ຈຸ່ນ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບພ້ອມທັງຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສານປະຊາຊົນສູງສຸດ ໃນຄັ້ງນີ້ ຊຶ່ງເປັນການປະກອບສວ່ນເສີມສ້າງຮັດແໜ້ນ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອດີງາມຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ການຮັດແໜ້ນການຮ່ວມມືລະຫວ່າງ 2 ອົງການຕຸລາການຂອງ 2 ປະເທດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ອວຍພອນໃຫ້ ທ່ານ ຈ່າວ ຈື່ ຈຸ່ນ ພ້ອມຄະນະ ຈົ່ງປະສົບຜົນສຳເລັດຢ່າງຈົບງາມໃນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.
(ຂ່າວ-ພາບ:ອານຸພົນ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ເພີ່ມເຕີມ