ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ

ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ

ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ
ໃນວັນທີ 8 ກໍລະກົດ ນີ້ທີ່ ກົວລາລໍາເປີ ປະເທດ ມາເລເຊຍ, ​ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້.

 

ກອງປະຊມພບປະລະຫວາງລດຖະມນຕຕາງປະເທດອາຊຽນ - image 1
 

ໃນກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງຄະນະກໍາມາທິການດັ່ງກ່າວ ໃນໄລຍະໜຶ່ງປີຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄືຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກໍາມາທິການດັ່ງກ່າວ ສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນທີ່ຖືກມອບໝາຍ ແລະ ຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນວຽກ 5 ປີ ສະບັບໃໝ່ (2026-2030) ໃຫ້ສໍາເລັດ ແລະ ມີປະສິດທິຜົນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ຊຶ່ງກອງປະຊຸມໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ ສໍາລັບສົກປີ 2023-2027 ໂດຍລວມເຫັນວ່າມີຄວາມຄືບໜ້າເປັນຢ່າງດີ. ພ້ອມນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບການລົງນາມອະນຸສັນຍາຂອງສົນທິສັນຍາດັ່ງກ່າວ ແລະ ການກະກຽມເຂົ້າເປັນພາຄີສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ຂອງ ຕີມໍເເລັດສະເຕ ຊຶ່ງຄາດວ່າ ອາຊຽນ ແລະ ຕີມໍແລັດສະເຕ ຈະດໍາເນີນການຕາມຂັ້ນຕອນພາຍໃນຂອງຕົນໃຫ້ສໍາເລັດ ເພື່ອໃຫ້ທັນຮັບເອົາ ຕີມໍແລັດສະເຕ ເປັນພາຄີໃນສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025 ນີ້.

ຂ່າວ: ກະຊວງການຕາງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນທີ 2 ກັນຍາປີ 2025 ນີ້, ສຳລັບ ສສ ຫວຽດນາມ ເປັນປີຄົບຮອບໃຫຍ່ຂອງ ວັນຊາດ ກໍຄືວັນ “ບຸນເອກະລາດ” ຂອງທົ່ວປວງຊົນຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຊຶ່ງປັດຈຸບັນປະຊາຊົນ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ ພວມ​ດຳລົງ​ຊີວິດ​ໃນ​ບັນຍາກາດ​ອັນສະຫງ່າອົງອາດ ແຫ່ງ​ການປະຕິວັດ​ເດືອນ​ສິງຫາ​ (19/8/1945-19/8/2025) ທີ່ມີຄວາມໝາຍປະຫວັດສາດ, ມຸ່ງ​ໄປ​ເຖິງ “ວັນບຸນ​ເອກະລາດ”ຂອງຊາດ. ພ້ອມນີ້, ກໍເປັນປີທີ່ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມອີກດ້ວຍ.
ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ວຽກງານຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທໍາ, ສ້າງລາຍຮັບ, ພັດທະນາຄວາມຮູ້-ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດກາຍເປັນມືອາຊີບ ແລະ ເປັນກໍາລັງແຮງງານ ທີ່ສໍາຄັນທີ່ສຸດໃນການສ້າງສາບ້ານເກີດເມືອງນອນຂອງຕົນ ໃຫ້ມັ່ງຄັ່ງເຂັ້ມແຂງໃນຕໍ່ໜ້າ.
ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ຂຶ້ນ ໃນວັນທີ 22 ສິງຫານີ້ ທີ່ໂຮງແຮມເມືອງແທັງ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ພ້ອມນີ້, ກໍມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຈຳນວນໜຶ່ງ ຂອງ ສປປ ລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າສາກົນ ປະຈຳລາວ ເຂົ້າຮ່ວມ.
ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ

ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ

ໂອກາດມາຢ້ຽມ ສປປ ລາວ ຢ່າງເປັນທາງການ, ທ່ານ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ມາຢ້ຽມຢາມ ສະມາຄົມແມ່ຍິງພິການ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 22 ສິງຫານີ້ ໂດຍການຕ້ອນຮັບຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຈັນເພັງ ສີວິລາ ປະທານສະມາຄົມແມ່ຍິງພິການ ແລະ ສູນພັດທະນາແມ່ຍິງພິການ ພ້ອມດ້ວຍຄະນະ.
ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ໃນວັນທີ 22 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10 ຈັດຂຶ້ນທີ່ປະເທດມົງໂກລີ, ພາຍໃຕ້ຄຳຂວັນ: “25 Years and Beyond: Vision for East Asia and Latin America”, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ Battsetseg Batmunkh ລັດຖະມົນຕີກະຊວງການຕ່າງປະເທດ ມົງໂກລີ, ໃນນາມເປັນປະເທດປະສານງານພາກພື້ນອາຊີຕາເວັນອອກ ແລະ ສ ໂດມິນິກັນ ໃນນາມເປັນປະເທດປະສານພາກພື້ນອາເມຣິກາລາຕິນ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກຂອບການຮ່ວມມືດັ່ງກ່າວຈຳນວນ 33 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໂດຍການເປັນປະທານຮ່ວມ ລະຫວ່າງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ໃນໂອກາດເດີນທາງຢ້ຽມຢາມມົງໂກລີ ຢ່າງເປັນທາງການ ແລະ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10, ໃນວັນທີ 21 ສິງຫາ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ກອມບໍຈາວ ຊັງຕັງຊາທາຣ (H.E. GombojovZandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ ທໍານຽບລັດຖະບານມົງໂກລີ.
ເພີ່ມເຕີມ