ການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ

ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລືກ ຈະຈັດຂຶ້ນໃນວັນທີ 9-15 ພະຈິກນີ້

ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຮ່ວມກັບສູນກາງແນວລາວສ້າງຊາດ ຈະໄດ້ຈັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ

 

ຢູ່ຕ່າງປະເທດຄັ້ງປະຖົມມະລືກຂຶ້ນໃນລະຫວ່າງວັນທີ 9-15 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ ຮັກບ້ານເກີດ.

ກອງປະຊຸມດັ່ງກ່າວຄາດວ່າຈະມີພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດເດີນທາງມາຮ່ວມຈຳນວນ 300 ກວ່າທ່ານ, ລວມທັງພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດແລະດຳເນີນທຸລະກີດຢູ່ ສປປ ລາວແລະແຂກຖືກເຊີນຈາກພາຍໃນເຂົ້າຮ່ວມທັງໝົດປະມານ 500 ທ່ານຊຶ່ງຈຸດປະສົງຂອງກອງປະຊຸມພົບປະຄັ້ງນີ້ ແມ່ນເພື່ອເຕົ້າໂຮມພີ່ນ້ອງເຊື້ອຊາດລາວຈາກທົ່ວໂລກເປັນຄັ້ງທໍາອິດຢູ່ນະຄອນຫຼວງວຽງຈັນ; ສ້າງຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງຂອງພີ່ນ້ອງເຊື້ອຊາດລາວຕໍ່ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານ ສປປ ລາວ;ສ້າງໂອກາດໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດໄດ້ເດີນທາງໄປມາຫາສູ່ກັນ, ຢ້ຽມຢາມບ້ານເກີດເມືອງນອນ;ພົບປະໂອ້ລົມແລກປ່ຽນຄວາມຄິດເຫັນຊຶ່ງກັນ ແລະ ກັນ;ທັງເຫັນສະພາບຄວາມເປັນຈິງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວໃນປັດຈຸບັນ. ນອກຈາກນີ້ ຍັງມີການເຄື່ອນໄຫວສ້າງກິດຈະກຳຕ່າງໆຮ່ວມກັນຕື່ມອີກ.

ໃນໂອກາດທີ່ເດີນທາງມາຮ່ວມກອງປະຊຸມໃນຄັ້ງນີ້, ຄະນະພີ່ນ້ອງເຊື້ອຊາດລາວຈະໄດ້ໄປຢ້ຽມຊົມສະຖານທີ່ສຳຄັນຕ່າງໆຢູ່ໃນນະຄອນຫຼວງວຽງຈັນເຊັ່ນ: ໄປຢ້ຽມຢາມເຂດເສດຖະກິດກວມລວມໄຊເສດຖາ ແລະ ຢ້ຽມຊົມພິພິທະພັນສິລະປະລາວສະໄໝໃໝ່ (ໄມ້ແກະສະຫຼັກ), ຢ້ຽມຊົມຫໍພິພິທະພັນໄກສອນ ພົມວິຫານ ແລະ ເຂົ້າຮ່ວມງານຣາຕີວຽງຈັນ; ນອກຈາກນັ້ນ, ຍັງຈະໄດ້ໄປຢ້ຽມຢາມສວນພຶກສາເພື່ອຢ້ຽມຊົມຫ້ອງວາງສະແດງບັນດາເຜົ່າ, ຮ່ວມພິທີບາສີສູ່ຂວັນ ແລະ ຮັບຊົມການສະແດງສິລະປະບັນດາເຜົ່າ;ເຂົ້າຮ່ວມພິທີຖວາຍຜ້າປ່າສາມັກຄີຢູ່ວັດອົງຕື້ ແລະ ຮ່ວມພິທີແຫ່ຜາສາດເຜິ້ງເຂົ້າສູ່ກົມມະລຽນພະທາດຫຼວງ ລວມທັງຮ່ວມການເຄື່ອນໄຫວກິດຈະກຳອື່ນໆ.

ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຄັ້ງປະຖົມມະລືກເທື່ອນີ້ແມ່ນມີຄວາມໝາຍຄວາມສຳຄັນ ຊຶ່ງຈະເຮັດໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດໄດ້ເຂົ້າໃຈຢ່າງຈະແຈ້ງກ່ຽວກັບແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານ ສປປ ລາວ, ໄດ້ເຫັນເຖິງສະພາບການພັດທະນາເສດຖະກິດ-ສັງຄົມຕົວຈິງຂອງ ສປປ ລາວ, ໄດ້ມາພົບປະພີ່ນ້ອງຮ່ວມຊາດ, ຮ່ວມກັນສ້າງກິດຈະກຳຕ່າງໆ, ເຮັດບຸນສິນກິນທານ ແລະ ນຳເອົາຜົນສຳເລັດຂອງກອງປະຊຸມໃນເທື່ອນີ້ໄປເຜີຍແຜ່ໃຫ້ພີ່ນ້ອງຊາວລາວ ຢູ່ຕ່າງປະເທດໄດ້ຮັບຊາບຢ່າງທົ່ວເຖິງກັນຕື່ມອີກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ວັນທີ 19 ກໍລະກົດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ.
6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

ໄລຍະ 6 ເດືອນຕົ້ນປີ 2025 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 115,688 ເທື່ອຄົນ ຍິງ 24,831 ເທື່ອຄົນ. ໃນນັ້ນ, ຄົນແຈ້ງເຂົ້າເມືອງ ມີ 58,173 ເທື່ອຄົນ ຍິງ 12,280 ເທື່ອຄົນ ລວມມີ 50 ສັນຊາດ, ສ່ວນຄົນແຈ້ງອອກເມືອງມີ 57,515 ເທື່ອຄົນ ຍິງ 12,551 ເທື່ອຄົນ ລວມມີ 54 ສັນຊາດ. ໃນຄະນະດຽວກັນ ໄລຍະ 6 ເດືອນຜ່ານມາ ຢູ່ດ່ານສາກົນພູເກືອ ມີລົດແຈ້ງເຂົ້າເມືອງ ຈໍານວນ 26,809 ເທື່ອຄັນ ລວມມີ 4 ສັນຊາດ ແລະ ລົດແຈ້ງອອກເມືອງ ມີ 23,976 ເທື່ອຄັນ ມີ 4 ສັນຊາດ.
ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ
ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ເພີ່ມເຕີມ