ກອງປະຊຸມພົບປະເພື່ອນຮ່ວມງານ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ວາລະສານອະລຸນໃໝ່ ຄົບຮອບ 39 ປີ

ກອງປະຊຸມພົບປະເພື່ອນຮ່ວມງານ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ວາລະສານອະລຸນໃໝ່ ຄົບຮອບ 39 ປີ
ຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມ ວາລະສານອະລຸນໃໝ່ໄດ້ຈັດກອງປະຊຸມພົບປະເພື່ອນຮ່ວມງານ ປະຈຳປີ 2024 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວາລະສານ ອະລຸນໃໝ່ ຄົບຮອບ 39 ປີ (22 ມີນາ 1985 – 22 ມີນາ 2024). ເປັນກຽດເຂົ້າຮ່ວມໃນຄັ້ງນີ້ມີທ່ານ ນາງ ວິລະວອນ ພັນທະວົງ ກຳມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວາລະສານອະລຸນໃໝ່;ທ່ານ ໝູນແກ້ວ ອໍລະບູນ ອະດີດກຳມະການສູນກາງພັກ ອະດີດຫົວໜ້າຄະນະບັນນາທິການວາລະສານອະລຸນໃໝ່; ມີອະດີດຫົວໜ້າ ແລະ ຮອງຫົວໜ້າຄະນະບັນນາທິການແຕ່ລະສະໄໝ, ພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົົມສື່ມວນຊົນ; ຕາງໜ້າຄອບຄົວອະດີດການນໍາຮຸ່ນທໍາອິດຕະຫຼອດຮອດຄະນະບັນນາທິການ ແລະ ພະນັກງານວາລະສານອະລຸນໃໝ່ເຂົ້າຮ່ວມ.
    ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນການຈັດຕັ້ງເຄື່ອນໄຫວວຽກງານວາລະສານໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການປະຈໍາປີ 2024; ພ້ອມກັນນີ້ ກໍເພື່ອຫວນຄືນມູນເຊື້ອການສ້າງຕັ້ງ, ການເຕີບໃຫຍ່ຂະຫຍາຍຕົວຂອງວາລະສານ ອະລຸນໃໝ່ ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ແລະ ແລກປ່ຽນຄໍາຄິດຄໍາເຫັນໃນວຽກງານວາລະສານ. ທ່ານວັນລາຕີ ຄໍາວານວົງສາ ກຳມະການພັກ ຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການວາລະສານອະລຸນໃໝ່ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນໃນການປັບປຸງ, ຍົກສູງວຽກງານວາລະສານຂອງພັກໃຫ້ມີຄຸນນະພາບໃໝ່ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະແມ່ນພະນັກງານວາລະສານ ອະລຸນໃໝ່ທຸກຄົນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມໜັກແໜ້ນທາງດ້ານແນວຄິດ-ການເມືອງ, ມີຄວາມຫ້າວຫັນ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ. ໃນໄລຍະຜ່ານມາ, ວາລະສານ ອະລຸນໃໝ່ ໄດ້ເອົາໃຈໃສ່ປັບປຸງວຽກງານຮອບດ້ານດ້ວຍຫຼາຍຮູບການ, ຫຼາຍສີສັນ ແລະ ຕິດພັນກັບພຶດຕິກໍາຕົວຈິງແຕ່ລະໄລຍະ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ປັບປຸງທາງດ້ານເນື້ອໃນໃຫ້ມີຄຸນນະພາບໃໝ່, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ໄດ້ປັບປຸງຮູບແບບ, ສີສັນ, ໜ້າຕາຂອງວາລະສານໃຫ້ມີຄວາມດຶງດູດ, ຈັບອົກຈັບໃຈຕາມຍຸກສະໄໝ. ພ້ອມກັນນັ້ນ, ກໍໄດ້ຍົກໃຫ້ເຫັນທິດທາງແຜນການປະຈໍາປີ 2024 ແລະ ແຜນການພັດທະນາວາລະສານອະລຸນໃໝ່ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ. 
ຈາກນັ້ນ, ທ່ານ ໝູນແກ້ວ ອໍລະບູນ ອະດີດຫົວໜ້າບັນນາທິການວາລະສານອະລຸນໃໝ່ ໄດ້ມີຄໍາເຫັນຫວນຄືນມູນເຊື້ອການກໍາເນີດ ແລະ ການຂະຫຍາຍຕົວຂອງວາລະສານ ອະລຸນໃໝ່ ຊຶ່ງທ່ານໄດ້ຍົກໃຫ້ເຫັນບາງຕອນທີ່ສໍາຄັນຄື1).ວາລະສານ ອະລຸນໃໝ່ ແມ່ນອົງການທິດສະດີ ແລະ ພຶດຕິກໍາຂອງພັກ ສືບທອດມາຈາກໜັງສືພິມ “ແສງສະຫວ່າງ” ຊຶ່ງຖືກຮັບຮອງສ້າງຕັ້ງໃນປີ 1985 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 30 ປີ. ມີພາລະບົດບາດໃນການຄົ້ນຄວ້າ, ອະທິບາຍ, ຊີ້ແຈງລັກສະນະກົດເກນຂອງສັງຄົມກອມມູນິດ ໂດຍມີລັດທິມາກ-ເລນິນເປັນພື້ນຖານທິດສະດີ ສົມທົບກັບພຶດຕິກໍາຕົວຈິງຂອງການປະຕິວັດລາວ. 2). ວາລະສານ ອະລຸນໃໝ່ ແມ່ນມີລັກສະນະພິເສດແຕກຕ່າງຈາກວາລະສານທົ່ວໄປຄື “ລັກສະນະທິດສະດີ ແລະ ພຶດຕິກໍາ” ຊຶ່ງທັງສອງລັກສະນະນີ້ແມ່ນບໍ່ສາມາດຕັດແຍກອອກຈາກກັນໄດ້ ເພື່ອເປັນພື້ນຖານໃນການຈໍາແນກ, ອະທິບາຍ, ພິສູດຢັ້ງຢືນທັດສະນະ, ແນວທາງນະໂຍບາຍຂອງພັກ ແລະ ປົກປ້ອງທັດສະນະທີ່ຖືກຕ້ອງຂອງພັກ ຕິດພັນກັບການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃນການໂຄສະນາອົບຮົມ, ປຸກລະດົມໃຫ້ມະຫາຊົນມີຄວາມຮັບຮູ້, ເຂົ້າໃຈແນວທາງນະໂຍບາຍອັນຖືກຕ້ອງຂອງພັກ. 3). ຕ້ອງເຊື່ອມຊຶມທັດສະນະຂອງພັກໃຫ້ລະອຽດ, ເລິກເຊິ່ງ, ກໍາໄດ້ສະພາບການ, ຈຸດດີ, ຈຸດອ່ອນ, ຂໍ້ຄົງ ເພື່ອນໍາມາປັບປຸງວາລະສານໃຫ້ມີຄຸນນະພາບໃໝ່ແຂງແຮງກວ່າເກົ່າ. ພ້ອມກັນນັ້ນ ຕ້ອງປັບປຸງກົນໄກ, ການຈັດຕັ້ງຂອງວຽກງານວາລະສານໃຫ້ສອດຄ່ອງກັບສະພາບການຕົວຈິງ, ເປັນເຈົ້າຕົນເອງ ແລະ ເອົາໃຈໃສ່ວຽກເພື່ອນຜູ້ອ່ານ ເພື່ອສ້າງໃຫ້ວາລະສານ ອະລຸນໃໝ່ ມີຄຸນຄ່າ, ສົມກັບຖານະເປັນອົງການທິດສະດີ ແລະ ພຶດຕິກໍາຂອງພັກ. ນອກຈາກນັ້ນ, ບັນດາທ່ານອະດີດການນນໍາວາລະສານອະລຸນໃໝ່ ກໍໄດ້ຜັດປ່ຽນກັນມີຄໍາຄິດເຫັນແລກປ່ຽນຕໍ່ກອງປະຊຸມຢ່າງຟົດຟື້ນ.
ໃນໂອກາດດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມພົບປະອະດີດການນໍາ ແລະ ເພື່ອນຮ່ວມງານຊຶ່ງທ່ານໄດ້ເນັ້ນໜັກບາງບັນຫາທີ່ສໍາຄັນຄື: ໜຶ່ງ, ເອົາໃຈໃສ່ປັບປຸງວຽກງານວາລະສານຂອງພັກໃຫ້ມີຄຸນນະພາບໃໝ່ທາງດ້ານເນື້ອໃນ, ຮູບການ, ສີສັນ ເພື່ອຍົກສູງພາລະບົດບາດຂອງວາລະສານໃຫ້ສົມຄູ່ກັບເປັນອົງການທິດສະດີ ແລະ ພຶດຕິກໍາຂອງພັກ. ສອງ,ເອົາໃຈໃສ່ປັບປຸງ, ບໍາລຸງກໍ່ສ້າງພະນັກງານ-ສະມາຊິກພັກໃນຖັນແຖວວາລະສານໃຫ້ມີຄວາມຮູ້, ຄວາມສາມາດ ຕິດພັນກັບການສັບຊ້ອນ, ຈັດວາງພະນັກງານໃຫ້ສອດຄ່ອງກັບໜ້າທີ່ການເມືອງ. ສາມ,  ເອົາໃຈໃສ່ຂະຫຍາຍຕາໜ່າງເພື່ອນຮ່ວມງານ ໂດຍສະເພາະແມ່ນນັກຄົ້ນຄວ້າ, ນັກທິດສະດີ ແລະ ບັນດາການນໍາຢູ່ແຕ່ລະຂະແໜງການນັບແຕ່ສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນຂຽນບົດມາລົງໃນວາລະສານ ອະລຸນໃໝ່ ໃຫ້ຫຼາຍຂຶ້ນ.
(ຂ່າວ: ພອນຄໍາ ສີສົມພັນ; ພາບ: ທອງຈັນ ສິງແກ້ວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ