ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 9

ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງກະຊວງການຕ່າງປະເທດສປປລາວແລະສສຫວຽດນາມ

ກອງປະຊຸມປຶກສາຫາລືດ້ານການເມືອງ  ລະຫວ່າງກະຊວງການຕ່າງປະເທດສປປລາວແລະສສຫວຽດນາມ
ສະຫາຍ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເດີນທາງຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 9

 

 ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມທີ່ ສສ ຫວຽດນາມ, ໃນລະຫວ່າງວັນທີ 28-31 ສິງຫາ ຜ່ານມາ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ສິງຫາ 2024ທີ່ ນະຄອນຫຼວງຮ່າໂນ້ຍ, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂດ໋ ຮຸ່ງຫວຽດຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ກອງປະຊຸມຍັງມີ ສະຫາຍ ນາງ ຄໍາເພົາ ເອີນທະວັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ພ້ອມດ້ວຍຄະນະກົມແລະ ວິຊາການກ່ຽວຂ້ອງຈາກສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ,ຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງປະເທດກໍຄື ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຕະຫຼອດໄລຍະ 1 ປີທີ່ຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງຊຶ່ງໃນນັ້ນມີການປະກອບສ່ວນອັນສໍາຄັນຂອງສອງກະຊວງການຕ່າງປະເທດ ທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານງານ ລະຫວ່າງ ບັນດາກະຊວງ ຂະແໜງການສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາການຕົກລົງສອງຝ່າຍ ທີ່ມີຮ່ວມກັນ ໃຫ້ປະກົດຜົນເປັນຈິງ ເປັນກ້າວໆ.

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າການຮ່ວມມືໃນດ້ານຕ່າງໆນັບມື້ນັບແໜ້ນແຟ້ນ, ທັງຍັງຮ່ວມກັນປຶກສາຫາລື ເພື່ອເຮັດໃຫ້ການພົວພັນຮ່ວມມືສອງຝ່າຍນັບມື້ມີຄວາມແໜ້ນແຟ້ນ ແລະ ມີປະສິດທີ່ຜົນຍິ່ງຂຶ້ນ ບໍ່ວ່າຈະແມ່ນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ. ມາຮອດປັດຈຸບັນການລົງທຶນ ຂອງຫວຽດນາມ ຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມີມູນຄ່າທຶນຈົດທະບຽນທັງໝົດປະມານ 5 ຕື້ໂດລາ, ຈັດຢູ່ໃນອັນດັບທີ 3 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ. ພ້ອມນີ້, ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສອງປະເທດ ໃນການຊຸກຍູ້ບັນດາໂຄງການຮ່ວມມື ທີ່ມີລັກສະນະຍຸດທະສາດ ກໍຄື ບັນດາໂຄງການທີ່ຈະນຳເອົາຜົນປະໂຫຍດທາງດ້ານເສດຖະກິດໃຫ້ຫຼາຍຂຶ້ນ. ກອງປະຊຸມຍັງໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ບັນດາແຜນວຽກແຕ່ນີ້ຮອດທ້າຍປີ 2024 ນີ້ ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມ ຊຶ່ງກັນແລະກັນຂອງການນໍາຂັ້ນສູງ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ລວມເຖິງປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນຂອບອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບ ເຖິງຜົນສໍາເລັດໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນໄລຍະ 8 ເດືອນຜ່ານມາ, ລວມເຖິງຄວາມພ້ອມໃນການສືບຕໍ່ເປັນເຈົ້າພາບຈັດກອງປະຊຸມຕ່າງໆທີ່ກ່ຽວຂ້ອງ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ສະເພາະການຮ່ວມມືຂອງສອງກະຊວງການຕ່າງປະເທດເອງ,ສອງຝ່າຍ ໄດ້ຕີລາຄາສູງຕໍ່ກົນໄກກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີລະຫວ່າງສອງກະຊວງ ບໍ່ວ່າຂັ້ນຮອງລັດຖະມົນຕີ ກໍຄື ຂັ້ນລັດຖະມົນຕີທີ່ເປັນກົນໄກທີ່ມີຄວາມສໍາຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງຂະແໜງການຕ່າງປະເທດຂອງສອງປະເທດໃນຖານະເປັນເສນາທິການດ້ານການຕ່າງປະເທດ ໃຫ້ແກ່ພັກ-ລັດຖະບານ. ພ້ອມກັນນັ້ນ, ສອງກະຊວງ ກໍໄດ້ມີການແລກປ່ຽນຄະນະວິຊາການຮ່ວມກັນຈໍານວນໜຶ່ງ ເປັນຕົ້ນ: ລະຫວ່າງຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ສອງກົມເສດຖະກິດ ກ່ຽວກັບວຽກງານການທູດເສດຖະກິດ,ສອງສະຖາບັນການຕ່າງປະເທດ,ລວມເຖິງຄະນະສະຫະພັນແມ່ຍິງຂອງສອງກະຊວງ ກໍມີກົນໄກການແລກປ່ຽນຢ້ຽມຢາມ ຊຶ່ງກັນ ແລະກັນ. ສອງຝ່າຍ ຍັງຮ່ວມກັນວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ, ໂດຍເຫັນວ່າ ຕ້ອງໄດ້ເອົາໃຈໃສ່ຍົກສູງບົດບາດຂອງສອງກະຊວງການຕ່າງປະເທດ ເພື່ອແນໃສ່ຍົກສູງກົນໄກການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ໃນການເປັນໃຈກາງຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ, ໃນການເປັນເສນາທິການໃນວຽກງານຕ່າງປະເທດແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງແລະ ທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມການພົວພັນສອງປະເທດ ລາວ-ຫວຽດນາມໃຫ້ມີປະສິດທິຜົນຍິ່ງໆຂຶ້ນ, ໂດຍສະເພາະຮ່ວມກັນເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງໄລຍະ 2021-2025 ກໍຄື ແຜນປະຕິບັດງານການຮ່ວມມືດ້ານການທູດເສດຖະກິດ 2020-2025, ຮ່ວມມືກັນໃກ້ຊິດຍິ່ງຂຶ້ນ ໃນການແລກປ່ຽນບົດຮຽນ ຂໍ້ມູນຂ່າວສານຕ່າງໆ. ສອງຝ່າຍ ຍັງເຫັນດີຈະສືບຕໍ່ເພີ່ມທະວີປະສານສົມທົບກັນຢ່າງໃກ້ຊິດໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືດ້ານການທູດເສດຖະກິດ, ວຽກງານກົງສຸນ, ວຽກງານການຂ່າວ, ການພົວພັນຮ່ວມມື ລະຫວ່າງ ສອງສະຖາບັນກະຊວງການຕ່າງປະເທດ ລາວ-ຫວຽດນາມ ແລະ ອື່ນໆ.

ໃນຕອນທ້າຍ, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ຖືໂອກາດນີ້ ອວຍພອນບັນດາສະຫາຍຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 79 ປີ (2 ກັນຍາ 1945-2 ກັນຍາ 2024), ວັນການທູດຫວຽດນາມ ຄົບຮອບ 79 ປີ (28 ສິງຫາ 1945-28 ສິງຫາ 2024)ກໍຄືໂອກາດວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ລາວ-ຫວຽດນາມຄົບຮອບ 62 ປີ ທີ່ໃກ້ຈະມາເຖິງນີ້ (5 ກັນຍາ 1962–5 ກັນຍາ 2024), ສອງຝ່າຍຕ່າງກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມແລະຫວຽດນາມ-ລາວສວຍສົດງົດງາມແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ໃນວັນດຽວກັນ, ສະຫາຍ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ບຸ່ຍ ແທງ ເຊີນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ນອກຈາກນັ້ນ, ໃນການຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ສອງສະຫາຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມເຮັດວຽກຢູ່ ນະຄອນດານັງຊຶ່ງໄດ້ຮັບການຕ້ອນຮັບຈາກ ສະຫາຍ ເຈິ່ນ ຈີ້ ເກືອງຮອງປະທານຄະນະກຳມະການປະຊາຊົນນະຄອນດານັງ. ພິເສດ, ສະຫາຍ ໂພໄຊ ໄຂຄຳພິທູນ ພ້ອມດ້ວຍຄະນະຍັງໄດ້ເດີນທາງໄປຢ້ຽມຢາມ ແລະ ໂອ້ລົມພະນັກງານສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນດານັງ ຕື່ມອີກດ້ວຍ.

(ຂ່າວ-ພາບ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ