ກອງປະຊຸມປຶກສາຫາລືຂະບວນການໂຕະມົນປະຈໍາປີ2025

ກອງປະຊຸມປຶກສາຫາລືຂະບວນການໂຕະມົນປະຈໍາປີ2025

ກອງປະຊຸມປຶກສາຫາລືຂະບວນການໂຕະມົນປະຈໍາປີ2025
ກະຊວງແຜນການແລະ ການລົງທຶນໄດ້ຈັດກອງປະຊຸມ ປືກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2025 ໃນວັນທີ 26 ກຸມພານີ້ ທີ່ໂຮງແຮມ ດັບເບີນທີ ບາຍຣີວຕັນນະຄອນຫຼວງວຽງຈັນ.

 

 ເປັນກຽດໃນກອງປະຊຸມ, ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ Martine Therer (ມາຕິນ ເທເຣີ) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ,ບັນດາທ່ານ ຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ ປະເທດເພື່ອນມິດ, ບັນດາທ່ານ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ບັນດາທ່ານຫົວໜ້າຫ້ອງການ/ຮອງຫົວໜ້າຫ້ອງການ, ຫົວໜ້າກົມ/ຮອງຫົວໜ້າກົມ, ຫົວໜ້າສະຖາບັນ/ຮອງຫົວໜ້າສະຖາບັນ,ຜູ້ຕາງໜ້າຈາກກະຊວງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສີສົມບູນ ອຸນາວົງກ່າວວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະພາກພູມໃຈ ໃນນາມຫົວໜ້າກອງເລຂາຂະບວນການໂຕະມົນ ລະດັບຊາດ ທີ່ໄດ້ຕາງໜ້າໃຫ້ແກ່ ກະຊວງແຜນການ ແລະການລົງທຶນ ເຂົ້າຮ່ວມກອງປະຊຸມປຶກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2025,ສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນ ກໍຄື ລັດຖະບານ ປະເທດ ນິວຊີແລນ ທີ່ໄດ້ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂະບວນການໂຕະມົນ ຂອງລັດຖະບານ ສປປ ລາວ, ຂອບໃຈມາຍັງອົງການ ສະຫະປະຊາຊາດເພື່ອການພັດທະນາ ທີ່ໄດ້ຊ່ວຍລະດົມຂົນຂວາຍທຶນຮອນ ທັງໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂະບວນການໂຕະມົນເປັນຢ່າງດີ.

ກອງປະຊມປືກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2025 ແມ່ນເປັນກອງປະຊຸມ ລິເລີ່ມໃນການກະກຽມກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIVຊຶ່ງຈຸດປະສົງຂອງກອງປະຊຸມ ເພື່ອນຳສະເໜີກອບໄລຍະເວລາໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ X (2026-2030)ແລະ ຮ່າງແນວຄວາມຄິດ ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີXIV ປະຈຳປີ 2025 ແລະ ລາຍງານຫຍໍ້ບົດລາຍງານຜົນການເຂົ້າຮ່ວມການຕິດຕາມປະສິດທິຜົນ ການຮ່ວມມືເພືື່ອການພັດທະນາ ໃນລະດັບສາກົນ ຄັ້ງທີ IV ຂອງ ສປປ ລາວ. ໃນກອງປະຊຸມ ຈະໄດ້ພ້ອມກັນປືກສາຫາລືວຽກງານຂະບວນການໂຕະມົນ ໂດຍສະເພາະແມ່ນຮ່າງແນວຄວາມຄິດ ກອງປະຊຸມໂຕະມົນສະດັບສູງ ຄັ້ງທີ XIV ປະຈຳປີ 2025 ແລະ ກອບໄລຍະເວລາການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ X (2026-2030) ທີ່ມີສ່ວນຮ່ວມຢ່າງຕັ້ງໜ້າຂອງ 10 ໜ່ວຍງານຂະແໜງການ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ໃນວັນທີ 25 ສິງຫານີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານນາງ ມາຕິນ ເທເຣີ (Ms.Martine Thérer) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (United Nations Development Programme – UNDP) ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ, ໂດຍມີການເຂົ້າຮ່ວມຂອງບັນດາກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.
ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ໃນລະຫວ່າງວັນທີ 21-22​ ສິງຫາຜ່ານມາ, ສື່ມວນຊົນລາວນຳພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕົງຢ້ານ ​ຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ​ພ້ອມດ້ວຍຄະນະຮັບຜິດຊອບຊຸດອົບຮົມ ແລະ ນັກຂ່າວ​ໜຸ່ມ​ຂອງ​ ສປປ​ ລາວ​ ໄດ້ເຄື່ອນໄຫວທັດສະນະສຶກສາຢູ່ນະຄອນຈິ່ງຫົງ​ ຫຼື​ Jinghong​ (ນະຄອນ​ຊຽງ​ຮຸ່ງ)ເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາ ແຂວງຢຸນນານ ສປ ​ຈີນ.
ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ໃນວັນທີ 20 ສິງຫາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ, ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ຊຶ່ງປະກອບມີຈຳນວນ 5 ແຫ່ງຄື: ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາກຽວໂຕ, ໂອກິນາວາ, ຮະໂກະດະເຕະ, ນາໂກຢາ ແລະ ຟຸຄຸໂອກະ.
ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ໃນວັນທີ 23 ສິງຫານີ້, ນັກຂ່າວໜຸ່ມຂອງ ສປປ ລາວ ໄດ້ຮັບຟັງການບັນຍາຍແລກປ່ຽນຄວາມຮູ້ກ່ຽວກັບປະຫວັດສາດການຮ່ວມມືດ້ານສື່ສາກົນລະຫວ່າງລາວ-ຈີນ ໃນຫົວຂໍ້ “ການສື່ສານສາກົນ” ໂດຍທ່ານນາງ ຫຼູຮຸ້ຍຫຼິງ ອາຈານປະຈຳສາຂາພາສາລາວຄະນະອາຊີມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ ຈີນ, ມີທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດເຂົ້າຮ່ວມ.
ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ກອງປະຊຸມແລກປ່ຽນການເຊື່ອມໂຍງດ້ານການທ່ອງທ່ຽວລາວ-ໄທ ລະຫວ່າງແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ຈັດຂຶ້ນວັນທີ 24 ສິງຫາ 2026 ທີ່ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ເສົາວະນີ ຄົນກ້າ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ຈັງຫວັດນະຄອນພະນົມ ພ້ອມດ້ວຍພາກລັດ, ເອກະຊົນ ແລະ ຜູ້ປະກອບການຈາກສອງຝ່າຍເຂົ້າຮ່ວມ.
ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງຄະນະສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ກັບ ຄະນະສະພາປະຊາຊົນ ແຂວງດັກລັກ ສສ ຫວຽດນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ອັດ​ຕະ​ປື, ຝ່າຍ ສ​ພ​ຂ ອັດຕະປື ນຳໂດຍ ທ່ານ ພູວັນ ພົມມະຈັນ ຮອງປະທານ ຜູ້ປະຈຳການສະພາປະຊາຊົນ ແຂວງອັດຕະປື ພ້ອມຄະນະ, ຝ່າຍສະພາປະຊາຊົນ ແຂວງດັກລັກ ນຳໂດຍ ທ່ານ ໂດ໊ ຖາຍ ຟອງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງດັກລັກ ພ້ອມຄະນະ.
ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ໃນໂອກາດເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວໜຸ່ມຂອງ ສປປ ລາວ ຈັດໂດຍກະຊວງການຄ້າແຫ່ງ ສປຈີນ ໃນລະຫວ່າງວັນທີ 7 ຫາວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ໃນວັນທີ 22 ສິງຫາຜ່ານມາ, ສື່ມວນຊົນລາວນໍາພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດໄດ້ເຄື່ອນໄຫວທັດສະນະສຶກສາຢູ່ສວນດອກໄມ້ເຂດຮ້ອນສິບສອງພັນນານະຄອນຊຽງຮຸ່ງເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາແຂວງຢຸນນານ ສປ ຈີນ.
ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງເຊກອງ ສປປ ລາວ ແລະ ສະພາປະຊາຊົນ ແຂວງຢາລາຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 17 ສິງຫາຜ່ານມາ ທີ່ ແຂວງເຊກອງ, ໂດຍມີ ທ່ານ ຕຸລາວັນ ວົງໄຊ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງເຊກອງ, ທ່ານ ນາງ ຮວີ່ງ ຖຸຍ ເວີນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນແຂວງອັດຕະປື (ສພຂ ອັດຕະປື) ຊຶ່ງນຳໂດຍ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານ ຜູ້ປະຈຳການສະພາປະຊາຊົນແຂວງອັດຕະປື ພ້ອມຄະນະ ແລະ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ຮວິ່ງ ຖຸຍ ເວີນ, ກຳມະການພັກແຂວງ ຮອງປະທານ ສະພາປະຊາຊົນແຂວງຢາລາຍ ພ້ອມຄະນະ ຈັດຂຶ້ນໃນວັນທີ 17 ສິງຫານີ້ ທີ່ ແຂວງອັດຕະປື.
ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ເພີ່ມເຕີມ