ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານໄລຍະ I

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານໄລຍະ I

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານໄລຍະ I
ໃນວັນທີ 21 ສິງຫາຜ່ານມາ ກະຊວງກະສິກຳແລະ ສິ່ງແວດລ້ອມຮ່ວມກັບສະຖານທູດເຢຍລະມັນແລະ ທະນາຄານພັດທະນາ KFW ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານ ຫຼື VFMP ໄລຍະ I ຂຶ້ນ, ທີ່ເມືອງວັງວຽງ ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຮັນສ - ອູນຣິກ ຊຸດແບ໋ກ ເອກອັກຄະລັດຖະທູດເຢຍລະມັນປະຈຳ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກລັດຖະບານ ສປປ ລາວ, ຄູ່ຮ່ວມພັດທະນາ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ຈຸດປະສົງເພື່ອທົບທວນຄືນຜົນສໍາເລັດ ແລະ ບົດຮຽນທີ່ໄດ້ຈາກໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານໄລຍະ I (2019-2026) ແລະ ປຶກສາຫາລືເຖິງແນວທາງໃນການບໍລິຫານຈັດການປ່າໄມ້ແບບຍືນຍົງໃນ ສປປ ລາວ.
ກອງປະຊມສະຫບການຈດຕງປະຕບດໂຄງການຄມຄອງປາໄມຂນບານໄລຍະ I - image 1
 

 

ທ່ານນາງ ຈັນທະຄອນ ບົວລະພັນ ໄດ້ກ່າວວ່າ: ໂຄງການໄລຍະທີ I ໄດ້ມອບປະສົບການທີ່ມີຄຸນຄ່າ ແລະ ເປັນພື້ນຖານທີ່ເຂັ້ມແຂງສຳລັບການພັດທະນາການຄຸ້ມຄອງປ່າໄມ້ບ້ານໃນ ສປປ ລາວ. ລັດຖະບານຈະສືບຕໍ່ເອົາບົດຮຽນເຫຼົ່ານີ້ເຂົ້າໃນນະໂຍບາຍປ່າໄມ້ແຫ່ງຊາດ ແລະ ເສີມສ້າງບົດບາດຂອງຊຸມຊົນທ້ອງຖິ່ນໃນການປົກປັກຮັກສາ ແລະ ການຄຸ້ມຄອງປ່າໄມ້. ໂຄງການໄລຍະທີ II ນີ້, ພວກເຮົາຈະປັບປຸງການປະສານງານລະຫວ່າງສະຖາບັນ ແລະ ຊຸມຊົນ ແລະ ສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງຊຶ່ງເປັນການປະກອບສ່ວນທີ່ສຳຄັນຕໍ່ປະເທດຊາດ.

ທ່ານ ຮັນສ - ອູນຣິກ ຊຸດແບ໋ກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມພະຍາຍາມຮ່ວມກັນເພື່ອປົກປັກຮັກສາປ່າໄມ້ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນຂອງ ສປປ ລາວ: “ຄວາມສຳເລັດຂອງໂຄງການສະແດງໃຫ້ເຫັນວ່າ: ການຄຸ້ມຄອງປ່າໄມ້ແບບຍືນຍົງສາມາດປັບປຸງທັງລະບົບນິເວດປ່າໄມ້ ແລະ ຊີວິດການເປັນຢູ່ຂອງຊົນນະບົດ. ເຢຍລະມັນຍັງຄົງມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການຂະຫຍາຍວິທີການທີ່ປະສົບຜົນສຳເລັດນີ້. ພວກເຮົາມີຄວາມພູມໃຈທີ່ຈະສືບຕໍ່ຮ່ວມມືກັບກົມປ່າໄມ້ແລະ ຊຸມຊົນທ້ອງຖິ່ນເພື່ອປົກປັກຮັກສາປ່າໄມ້, ເສີມສ້າງຄວາມຍືດຍຸ່ນຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງໂອກາດໃນການດຳລົງຊີວິດແບບຍືນຍົງສຳລັບປະຊາຊົນຊົນນະບົດ. ພວກເຮົາຫວັງວ່າຈະສ້າງຕໍ່ຈາກຜົນສຳເລັດຂອງໄລຍະທີ I ຜ່ານໄລຍະຕໍ່ໄປຂອງໂຄງການ.”

ໂຄງການຄຸ້ມຄອງປ່າໄມ້ບ້ານແມ່ນໂຄງການພັດທະນາຂອງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານກາງເຢຍລະມັນຜ່ານການຮ່ວມມືທາງດ້ານການເງິນທີ່ຈັດຕັ້ງປະຕິບັດໂດຍທະນາຄານພັດທະນາ KfW. ດ້ວຍງົບປະມານທັງໝົດ 7.76 ລ້ານເອີໂຣ, ລວມທັງ 7 ລ້ານເອີໂຣ ຈາກລັດຖະບານເຢຍລະມັນ ແລະ 0.76 ລ້ານເອີໂຣ ຈາກລັດຖະບານແຫ່ງ ສປປ ລາວ, ໂຄງການດັ່ງກ່າວໄດ້ສະໜັບສະໜູນຄວາມພະຍາຍາມໃນການປັບປຸງລະບົບນິເວດປ່າໄມ້ ແລະ ຊີວິດການເປັນຢູ່ຂອງຊົນນະບົດຜ່ານການຄຸ້ມຄອງປ່າໄມ້ແບບຍືນຍົງທີ່ນຳພາໂດຍໝູ່ບ້ານ.

ກອງປະຊມສະຫບການຈດຕງປະຕບດໂຄງການຄມຄອງປາໄມຂນບານໄລຍະ I - image 2
 

ໂຄງການດັ່ງກ່າວແມ່ນອີງໃສ່ຫຼັກການຂອງຄວາມເປັນເຈົ້າການຂອງລາວ, ວິທີການຈາກລຸ່ມຂຶ້ນເທິງແລະການຮຽນຮູ້ໂດຍການລົງມືເຮັດ. ຜ່ານວິທີການເຫຼົ່ານີ້, VFMP ໄດ້ພັດທະນາຮູບແບບການຄຸ້ມຄອງປ່າໄມ້ບ້ານ 8 ຮູບແບບ ຊຶ່ງປະກອບສ່ວນເຂົ້າໃນການປັບປຸງການຄຸ້ມຄອງປ່າໄມ້, ການປົກປ້ອງລະບົບນິເວດ ແລະ ຊີວິດການເປັນຢູ່ຂອງຊົນນະບົດໃນເຂດໂຄງການ. ໂຄງການດັ່ງກ່າວໄດ້ເຮັດວຽກຮ່ວມກັບ 70 ບ້ານ. ໃນນີ້, 35 ບ້ານໃນເມືອງພຽງ ແຂວງໄຊຍະບູລີ ແລະ 35 ບ້ານໃນເມືອງໂພນໄຊ ແຂວງຫຼວງພະບາງ ຊຶ່ງເປັນບ່ອນທີ່ປ່າໄມ້ປະເຊີນກັບຄວາມກົດດັນຢ່າງຫຼວງຫຼາຍຈາກການຕັດໄມ້ທຳລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້.

ທ່ານພາວະນາສົມບັນເພັງຫົວໜ້າກອງເລຂາໂຄງການ, ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ບ້ານໄລຍະທີI ໄດ້ຍົກໃຫ້ເຫັນຜົນໄດ້ຮັບທີ່ສຳຄັນ, ບົດຮຽນທີ່ໄດ້ຮຽນຮູ້ແລະສິ່ງທ້າທາຍຂອງໂຄງການແລະນຳສະເໜີໂຄງຮ່າງຂອງVFMP ໄລຍະທີII.

ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ໄດ້ເນັ້ນໜັກວ່າ: ຜົນສຳເລັດຂອງໂຄງການໄລຍະທີ1 ເປັນພື້ນຖານທີ່ເຂັ້ມແຂງສຳລັບການເພີ່ມທະວີການຄຸ້ມຄອງປ່າໄມ້ແບບມີສ່ວນຮ່ວມ ແລະ ຍືນຍົງ: “VFMP ໄດ້ສະແດງໃຫ້ເຫັນວ່າການປົກປັກຮັກສາປ່າໄມ້ທີ່ມີປະສິດທິພາບ ແລະ ການປັບປຸງຊີວິດການເປັນຢູ່ຂອງຊົນນະບົດສາມາດກ້າວໄປຂ້າງໜ້າຮ່ວມກັນໄດ້ເມື່ອຊຸມຊົນທ້ອງຖິ່ນຖືກວາງໄວ້ເປັນໃຈກາງຂອງການຄຸ້ມຄອງປ່າໄມ້. ຮູບແບບການຄຸ້ມຄອງປ່າໄມ້ບ້ານທັງ 8 ຮູບແບບ ແລະ ບົດຮຽນຕົວຈິງທີ່ເກີດຂຶ້ນຜ່ານໄລຍະທີ 1 ແມ່ນຊັບສິນທີ່ສໍາຄັນສໍາລັບຂະແໜງປ່າໄມ້. ໃນໄລຍະທີ II, ກົມປ່າໄມ້ຈະເຮັດວຽກຢ່າງໃກ້ຊິດກັບອຳນາດການປົກຄອງແຂວງ ແລະ ເມືອງ, ຊຸມຊົນບ້ານ, ລັດຖະບານເຢຍລະມັນ ແລະ KfW ເພື່ອສ້າງລະບົບແລະຂະຫຍາຍວິທີການເຫຼົ່ານີ້, ເສີມສ້າງການຄຸ້ມຄອງປ່າໄມ້ແລະຄວາມຢືດຢຸ່ນຕໍ່ສະພາບອາກາດ, ອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ແລະ ຮັບປະກັນວ່າການຄຸ້ມຄອງປ່າໄມ້ຈະໃຫ້ຜົນປະໂຫຍດທີ່ຍືນຍົງແກ່ປະຊາຊົນທ້ອງຖິ່ນ.”

ກົມປ່າໄມ້ໄດ້ເຮັດໜ້າທີ່ເປັນອົງການປະຕິບັດໂຄງການ, ໂດຍມີຄວາມຮັບຜິດຊອບໂດຍລວມສຳລັບການຈັດຕັ້ງປະຕິບັດໂຄງການ. ໄລຍະທີ 1 ໄດ້ຖືກຈັດຕັ້ງປະຕິບັດຕັ້ງແຕ່ເດືອນມິຖຸນາ 2019 ຫາເດືອນພຶດສະພາ 2026, ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການຈາກ NIRAS Consulting. ຜ່ານການຮ່ວມມືນີ້, VFMP ໄດ້ເສີມສ້າງຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານແລະຊຸມຊົນທ້ອງຖິ່ນໃນການປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ຢ່າງຍືນຍົງ.

ໂດຍອີງໃສ່ຜົນສໍາເລັດ ແລະ ບົດຮຽນທີ່ໄດ້ຮຽນຮູ້ຈາກໄລຍະທີ I, ໄລຍະທີ II ຂອງVFMP ຈະເລີ່ມຕົ້ນໃນເດືອນກັນຍາ 2026 ແລະ ສືບຕໍ່ຈົນຮອດປີ 2032. ໄລຍະທີII ຈະຂະຫຍາຍກິດຈະກຳຕ່າງໆໃນພື້ນທີ່ໂຄງການທີ່ມີຢູ່ແລ້ວແລະຂະຫຍາຍການສະໜັບສະໜູນໄປຍັງແຂວງເປົ້າໝາຍໃໝ່, ລວມທັງຜົ້ງສາລີແລະນະຄອນຫຼວງວຽງຈັນ, ພ້ອມທັງສືບຕໍ່ສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ, ຄວາມຢືດຢຸ່ນຕໍ່ການປ່ຽນແປງສະພາບອາກາດ, ການອະນຸລັກຄວາມຫຼາກຫຼາຍທາງຊີວະພາບແລະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຊົນນະບົດ.

(ຂ່າວ: ກະຊວງ ກສ)

ຄໍາເຫັນ

ຂ່າວການຮ່ວມມື

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ ຈັດງານສະແດງກາຍຍະສິນຣັດເຊຍຂຶ້ນໃນວັນທີ 26 ພະຈິກຜ່ານມາ ທີ່ໂຮງກາຍຍະສິນແຫ່ງຊາດ, ໂດຍການເຂົ້າຮ່່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ທ່ານ ເຊຣເກວຣາດີເມບໂຣວິດຊົດສະກີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ, ທ່ານ ອາເລັກ ຊານເດີຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ທູດຕານຸທູດ, ປະຈໍາ ສປປ ລາວ ເຂົ້າຮ່ວມ.
ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບຄະນະໂຄສະນາພັກແຂວງຢຸນນານ ຈັດຕັ້ງປະຕິບັດໂດຍກົມສື່ມວນຊົນໜຸ່ມລາວ ສຊປລ ແລະ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກຳອ່ານປຶ້ມຄັງປັນຍາຫົວຂໍ້: “ຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ” ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີແຫ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນຂຶ້ນໃນວັນທີ 27 ພະຈິກນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ໄຊຫົງປຽວ (Chai Hongbiao) ຮອງບັນນາທິການໃຫຍ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ, ມີບັນດາຜູ້ຕາງໜ້າສະຖານທູດຈີນປະຈໍາລາວ, ຄະນະຜູ້ແທນການນຳແຂວງຢຸນນານ, ຜູ້ຕາງໜ້າອົງການ, ສະມາຄົມ ແລະ ພາກສ່ວນຮ່ວມມືລາວ-ຈີນ, ຄູ-ອາຈານ, ນັກສຶກສາແລະຊາວໜຸ່ມ, ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ວັນທີ 25 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ຫຼວງພະບາງ, ຄະນະຜູ້ແທນຈາກ ມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ແຂວງເສສວນ ສປ ຈີນ ນຳໂດຍທ່ານ ຊູ ຊາວຈົງ ຮອງເລຂາຄະນະພັກມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຮ່ວມກັບ ຄະນະພະແນກ ສກຂ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສກຂ ພ້ອມດ້ວຍຄະນະນຳ ແລະພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ສະຫາຍ ຫງວຽນ ວັນຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ (2 ທັນວາ 1975–2 ທັນວາ 2026), ໂດຍມີພາກສ່ວນກ່ຽວຂ້ອງ ແລະ ສະມາຄົມນັກທຸລະກິດຫວຽດນາມເຂົ້າຮ່ວມນຳ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 27 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເທຍ ນິງ ກຳມະການສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 25-26 ພະຈິກ 2026.
UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

ບົດລາຍງານສະຖານະພາບປະຊາກອນໂລກປີ 2026 ຂອງອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເຜີຍແຜ່ຢ່າງເປັນທາງການຢູ່ລັດຖະສະພານະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ ເມື່ອບໍ່ດົນມານີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເຂົ້າໃນການສ້າງວຽກ ເຮັດງານທຳທີ່ດີ, ປົກປ້ອງສິດທິຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າ ໃນຂະບວນການຕັດສິນໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າຫຼາຍຂຶ້ນ.
ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ