ກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດປະຈຳປີ 2023

ກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດປະຈຳປີ 2023
ກະຊວງປ້ອງກັນປະເທດ (ປກຊ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດປະຈຳປີ 2023ແລະແຜນການປະຈຳປີ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງລັດຖະມົນຕີ, ມີຫົວໜ້າກົມໃຫຍ່ ພ້ອມດ້ວຍນາຍ ແລະ ພົນທະຫານເຂົ້າຮ່ວມ.
ທ່ານ ພົອ ຈັນສະໝອນຈັນຍາລາດ ກ່າວວ່າ: ໃນປີ 2023 ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານຮັບປະກັນສະຖຽນລະພາບທາງດ້ານການເມືອງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ແລະ ທົ່ວເຖິງມີຜົນສຳເລັດເປັນຢ່າງດີເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ. ໃນນັ້ນ, ກອງທັບເຮົາໄດ້ເປັນກຳລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນແລະກອງປະຊຸມສຳຄັນຕ່າງໆມີຄວາມສະຫງົບປອດໄພ100%, ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນຳພັກ-ລັດກໍຄືປະຊາຊົນບັນດາເຜົ່າ. ພ້ອມນັ້ນ, ຍັງໄດ້ສຸມໃສ່ຮັບປະກັນ, ປົກປັກຮັກສາອຳນາດອະທິປະໄຕຂອງຊາດຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ; ການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມຍັງສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ;ການປັບປຸງກໍ່ສ້າງກອງທັບມີຫຼາຍດ້ານພົ້ນເດັ່ນຂຶ້ນແລະກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນແລະທັນສະໄໝ; ເຖິງຢ່າງໃດກໍຕາມເຫັນວ່າຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂເປັນຕົ້ນປະກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການເມືອງຂອງພະນັກງານຈຳນວນໜຶ່ງຍັງມີການເຊື່ອມຖອຍລົງ, ຂາດຄວາມຈູບຈ້າວຫ້າວຫັນຕໍ່ວຽກງານ, ບັນຫາຢາເສບຕິດ, ການຄ້າມະນຸດ, ອາຊະຍາກຳແລະອື່ນໆ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ. ເວົ້າລວມ, ເວົ້າສະເພາະກໍຄືການປັບປຸງກໍ່ສ້າງກອງທັບ. ພ້ອມກັນນັ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກແລະວຽກງານຈຸດສຸມຂອງກະຊວງເປັນຕົ້ນ ວຽກງານຮັກສາຄວາມສະຫງົບ, ການປັບປຸງກໍ່ສ້າງກໍາລັງ, ການປະກອບສ່ວນພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມກໍຄືວຽກງານອື່ນໆຂອງກອງທັບເຮົາມີບາງດ້ານຕ້ອງໄດ້ເບິ່ງຄືນແລະພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງເພື່ອມີວິທີການຊຸກຍູ້-ຊີ້ນໍາການຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ.
ກອງປະຊຸມຄັ້ງນີ້,ໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາໂດຍສະເພາະ4ໜ້າທີ່ໃຫຍ່26ແຜນງານທີ່ກະຊວງກໍຄືກົມກອງໄດ້ຈັດຕັ້ງປະຕິບັດໃນປີຜ່ານມາເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເພື່ອພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ2024.
ຈາກນັ້ນ, ທ່ານພົນຕີສາຍໃຈກົມມະສິດກຳມະການປະຈຳພັກກະຊວງຫົວໜ້າຫ້ອງວ່າການກະຊວງໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນຊາດປະຈຳປີ 2023 ແລະແຜນການປະຈຳປີ 2024.
                 (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ