ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຈັດຂຶ້ນໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນທີ່ປະຊຸມ ແລະ ທາງໄກເຂົ້າຮ່ວມ.
ກອງປະຊມສະຫບວຽກງານສວຍສາອາກອນທວປະເທດປະຈາປ 2025 - image 1
 

ທ່ານ ຄຳພັນ ພັນທຸລັກ ກ່າວວ່າ: ໃນປີ 2025 ຂະແໜງສ່ວຍສາອາກອນ ໄດ້ແກ້ໄຂວຽກຈຸດສຸມຫຼາຍດ້ານເປັນຕົ້ນ ບັນດາກົດໝາຍ, ຄໍາແນະນໍາຕ່າງໆ ທີ່ເປັນເຄື່ອງມືຮັບໃຊ້ການເກັບລາຍຮັບ; ໄດ້ປະຕິຮູບກົນໄກການເຮັດວຽກ, ກົນໄກບໍລິການຜູ້ເສຍອາກອນ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານເຮັດວຽກວິຊາສະເພາະ;ຫັນເອົາວຽກພັດທະນາລະບົບທັນສະໄໝ ເພີ່ມປະສິດທິພາບເກັບລາຍຮັບ ຊຸກຍູ້ການຮ່ວມມືສາກົນ, ພາກລັດ ແລະ ເອກະຊົນ ສ້າງຄວາມໂປ່ງໃສໃຫ້ຜູ້ເສຍອາກອນ; ສືບຕໍ່ປະຕິບັດວາລະແຫ່ງຊາດ, ວ່າດ້ວຍການສ້າງເສດ ຖະກິດເອກະລາດ ເປັນເຈົ້າເອງ, ຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດຂອງບຸກຄະລາກອນ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ, ມີແຜນຍຸດທະສາດໃນການປະຕິບັດວຽກງານວິຊາສະເພາະ ສາມາດຍາດໄດ້ຜົນງານຫຼາຍດ້ານ. ໃນນັ້ນ, ສາມາດເກັບລາຍຮັບໄດ້ບັນລຸລື່ນແຜນການທຸກໆ ແຂວງ ແລະ ຄຽງຄູ່ກັບຜົນງານຍາດມາໄດ້ນັ້ນ. ພວກເຮົາຍັງມີພາລະກິດທີ່ໜັກໜ່ວງຕ້ອງສືບຕໍ່ແບກຫາບ ແລະ ມີສິ່ງທ້າທາຍຫຼາຍດ້ານ, ບໍ່ວ່າຈະເປັນດ້ານຈໍານວນບຸກຄະລະກອນທີ່ເຮັດວຽກຕົວຈິງນັບມື້ນັບຫຼຸດລົງ, ແຜນຕົວເລກລາຍຮັບເພີ່ມຂຶ້ນ, ໜ້າວຽກຈຸດສຸມຕ້ອງຮັບຜິດຊອບຫຼາຍຂຶ້ນ ເປັນຕົ້ນແມ່ນລາຍຮັບຈາກຊັບສິນ, ຂໍ້ມູນຕິດພັນຂະແໜງການອື່ນໆ. ປັດຈຸບັນ, ການຮັບມືກັບສະພາບທີ່ເກີດຂຶ້ນຕ່າງໆ ພວກເຮົາບໍ່ມີໜ່ວຍງານວິເຄາະ, ວິໄຈ ເກີດຂຶ້ນແລ້ວຈຶ່ງມາວາງແຜນແກ້ໄຂ ຫຼື ມີການທັກທ້ວງແລ້ວຈຶ່ງສະດຸ້ງ ຊຶ່ງບົດຮຽນຫຼາຍປະເທດແມ່ນມີທີມງານຮອງຮັບຢ່າງລະອຽດເຊັ່ນ: ສສ ຫວຽດນາມ ມີພະແນກນະໂຍບາຍ, ພະແນກນິຕິກໍາ ແລະ ພະແນກດີຈີຕອນ ຈະເຮັດໜ້າທີ່ໃຜລາວ.

ກອງປະຊມສະຫບວຽກງານສວຍສາອາກອນທວປະເທດປະຈາປ 2025 - image 2
 

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ເກົ່າ) ແລະ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 22 ມັງກອນນີ້ ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025

ກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 22-23 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດະມົນຕີກະຊວງ ຮສສ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີຄະນະກົມ-ອົງການອ້ອມຂ້າງ, ຫົວໜ້າພະແນກ ຮສສ ແຂວງ-ນວ ເຂົ້າຮ່ວມ.
ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ  ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ພ້ອມໃຫ້ເງິນໂບນັດ ເພື່ອເປັນກຳລັງໃຈໃຫ້ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຫາກສາມາດສ້າງຜົນງານດີ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ 2025 ທີ່ນະຄອນຣາຊະສີມາ ປະເທດໄທ ເປັນເຈົ້າພາບ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງລາວ ຜູ້ມີສິດເລືອກຕັ້ງເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ.
ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ກົມຄຸ້ມຄອງແຮງງານ ກະຊວງແຮງງານສະຫວັດດີການ ແລະ ສັງຄົມ (ຮສສ) ຮ່ວມກັບອົງການແຮງງານສາກົນ ຈັດກອງປະຊຸມປຶກສາຫາລືໃສ່ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບການລຶບລ້າງການຈຳແນກ (ລວມທັງຄວາມຮຸນແຮງທາງເພດ) ໃນໂລກຂອງການເຮັດວຽກ ໃນວັນທີ 21 ມັງກອນນີ້ ເພື່ອລະດົມ, ຮວບຮວມ ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆຈາກພາກສ່ວນກ່ຽວຂ້ອງໃສ່ຮ່າງຄູ່ມືດັ່ງກ່າວ, ແນໃສ່ຮັບປະກັນໃຫ້ເນື້ອໃນແທດເໝາະກັບສະພາບຄວາມເປັນຈິງຂອງສປປ ລາວ ໃຫ້ມີປະສິດທິຜົນໃນການຈັດຕັ້ງປະຕິບັດ.
ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ມັງກອນ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນ ແລະ ເຂັ້ມແຂງ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະ ໃໝ່.
ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ວັນທີ 21 ມັງກອນ 2026, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໂດຍມີທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານໃນຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ລົງຕິດຕາມ, ຊຸກຍູ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ເມືອງຄູນຄໍາ.
ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກກະສານສຳຄັນຂອງພັກ-ຂອງຊາດຂຶ້ນໃນວັນທີ 20 ມັງກອນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການ ສຳນັກງານດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ກອງປະຊຸມ ຕິດຕາມ, ກວດກາ, ຊຸກຍູ້ ແລະ ກຳຂໍ້ມູນວຽກງານກວດກາ 5 ປີ 2021-2025 ແລະ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍມີທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ບຸນເສີມ ໄຊຍະຄຳ ຮອງຫົວໜ້າຫ້ອງການກວດກາສູນກາງພັກ, ພ້ອມດ້ວຍພະນັກງານກວດກາຂັ້ນແຂວງ ແລະ ສູນກາງເຂົ້າຮ່ວມ.
ເພີ່ມເຕີມ