ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ
ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາທ່ານການນໍາຂັ້ນສູງ, ອະດີດການນໍາຂັ້ນສູງ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊມສະໄໝສາມນ ເທອທ 9 ຂອງສະພາແຫງຊາດ ຊດທ IX ໄດເປດຂນຢາງເປນທາງການ - image 1
 

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດເປີດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້: ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງ ທີ X (2026-2030); ບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ ສົ່ງເສີມ ການກໍ່ສ້າງ ແລະ ສ້ອມເເປງທາງໄລຍະໃໝ່; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາ ພະລັງງານໄຟຟ້າ; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝ ສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ IX; ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X; ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ (ກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ; ກົດໝາຍວ່າດ້ວຍສັງຄົມສົງເຄາະ; ກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ; ກົດໝາຍວ່າດ້ວຍສາມັນສຶກສາ; ແລະ ກົດໝາຍປັບປຸງ 5 ສະບັບຄື: ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ; ກົດໝາຍວ່າດ້ວຍອາກອນລາຍໄດ້; ກົດໝາຍວ່າດ້ວຍປ້າຍ; ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍສານປະຊາຊົນ. ນອກນັ້ນ, ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການຊີ້ແຈງຂອງສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.

ກອງປະຊມສະໄໝສາມນ ເທອທ 9 ຂອງສະພາແຫງຊາດ ຊດທ IX ໄດເປດຂນຢາງເປນທາງການ - image 2
 

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຄັ້ງນີ້ ຈະໄດ້ພິຈາລະນາຕົກລົງ ຮັບຮອງເອົາບັນຫາສໍາຄັນ ພື້ນຖານຂອງປະເທດຊາດ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ການຕົກລົງ ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ໃນນາມປະທານກອງປະຊຸມ ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ທີ່ຮັດກຸມ, ຊັດເຈນ ຈະແຈ້ງ ເພື່ອສະດວກໃນການພິຈາລະນາ ຮັບຮອງ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄໍາເຫັນ ຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ; ພ້ອມກັນຊອກຫາວິທີການ, ມາດຕະການແກ້ໄຂທີ່ສອດຄ່ອງ ແລະ ມີຂໍ້ສະເໜີ ຕໍ່ລັດຖະບານ ເພື່ອຊອກວິທີແກ້ໄຂບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ ຊຶ່ງປະຊາຊົນຍັງມີຄວາມເປັນຫ່ວງ ແລະ ຄ່ອງຄອຍການແກ້ໄຂບັນຫາຕ່າງໆ ໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ສ້າງຄວາມເປັນເອກະພາບສູງ ຕໍ່ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ມີປະສິດທິພາບ, ປະສິດທິຜົນ ສາມາດຮັບຮອງອອກເປັນມະຕິ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ.

ໃນໂອກາດອັນສະຫງ່າລາສີນີ້, ໃນນາມປະທານກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ປະກາດເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ວັນທີ 9 ກັນຍານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V ພ້ອມທັງໃຫ້ກຽດໂອ້ລົມບັນດາສະຫາຍຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະເປີດຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ.
ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສ ກູບາ ໃນວັນທີ 7 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.
ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10

ໃນວັນທີ 3-6 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວຈາກພາກລັດ ແລະ ພາກທຸລະກິດ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 (the X Eastern Economic Forum) ພາຍໃຕ້ຄໍາຂວັນ: “ພາກພື້ນຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ” (The Far Eastern: Cooperation for Peace and Prosperity), ທີ່ ເມືອງວະລາດີວັດສະຕົກ ສ ຣັດເຊຍ. ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສົ່ງເສີມການຮ່ວມມື, ການຄ້າ ແລະ ການລົງທຶນ ລະຫວ່າງ ສ ​ຣັດເຊຍ ແລະ ພາກພື້ນ ກໍຄືໃນໂລກ ໂດຍສະເພາະ ເພື່ອການສົ່ງເສີມການຮ່ວມມືດ້ານເສດຖະກິດໃນພາກຕາເວັນອອກໄກຂອງ ສ ຣັດເຊຍ ແລະ ເປີດກວ້າງການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກັບປະເທດໃນພາກພື້ນອາຊີຕາເວັນອອກ ແລະ ອາຊີ-ປາຊີຟິກ.
ນາຍົກລັດຖະມົນຕີລາວ ຢ້ຽມຂໍ່ານັບ ປະທານາທິບໍດີ ຣັດເຊຍ

ນາຍົກລັດຖະມົນຕີລາວ ຢ້ຽມຂໍ່ານັບ ປະທານາທິບໍດີ ຣັດເຊຍ

ໃນໂອກາດເຂົ້າຮ່ວມກອງປະຊຸມເວທີເສດຖະກິດຕາເວັນອອກຄັ້ງທີ 10 ທີ່ ວາລາດີວັດສະຕົກ ສ ຣັດເຊຍ ໃນວັນທີ 4 ກັນຍາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ.
ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາພັກແຂວງຢຸນນານ

ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາພັກແຂວງຢຸນນານ

ໃນໂອກາດເດີນທາງໄປເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ; ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ໄດ້ຢ້ຽມຢາມ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ແຕ່ວັນທີ 4-6 ກັນຍາ 2025, ໂດຍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫວັງ ໜິງ ກໍາມະການສູນກາງພັກກອມມູນິດຈີນ ເລຂາພັກແຂວງຢຸນນານ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ໃນວັນທີ 4 ກັນຍາ ຜ່ານມານີ້.
ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ, ໃນວັນທີ 3 ກັນຍາ ນີ້ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ທີ່ ສະໜາມຫຼວງທຽນອັນເໝິນ ນະຄອນຫຼວງປັກກິ່ງ ສປ ຈີນ.
ສະຫາຍເລຂາທິການໃຫຍ່ ສປປ ລາວ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

ສະຫາຍເລຂາທິການໃຫຍ່ ສປປ ລາວ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

ໃນຕອນທ່ຽງຂອງວັນທີ 2 ກັນຍານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດທີ່ຄະນະຜູ້ແທນ ຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນສະຖາປານາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ
ຫວຽດນາມ ຈັດພິທີສະຫຼອງ 80 ປີ ວັນການປະຕິວັດເດືອນສິງຫາ ແລະ ວັນຊາດ

ຫວຽດນາມ ຈັດພິທີສະຫຼອງ 80 ປີ ວັນການປະຕິວັດເດືອນສິງຫາ ແລະ ວັນຊາດ

ໃນເຊົ້າວັນທີ 2 ກັນຍານີ້ ທີ່ສະໜາມຫຼວງບາດິ່ງ ແຫ່ງທີ່ເປັນປະຫວັດສາດ; ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ແລະ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ (19/8/1945-19/8/2025) ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945-2/9/2025).
ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation Organization Summit) ທີ່ ນະຄອນທ່ຽນຈິ່ນ ສປ ຈີນ ຊຶ່ງໃນພາກພິທີເປີດ, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ໃຫ້ກຽດກ່າວສູນທອນພົດ ພາຍໃຕ້ຄໍາຂວັນ “ການສົ່ງເສີມການຮ່ວມມືຫຼາຍຝ່າຍ, ຮັບປະກັນຄວາມໝັ້ນຄົງໃນພາກພື້ນ ແລະ ສົ່ງເສີມການພັດທະນາແບບຍືນຍົງ (Implementing multilateralism, ensuring regional security and promoting sustainable development)” ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບການນໍາສູງສຸດ ຈາກບັນດາປະເທດສະມາຊິກຂອງອົງການ, ປະເທດຄູ່ຮ່ວມເຈລະຈາ, ປະເທດສັງເກດການ, ແຂກຂອງປະທານ ແລະ ອົງການການຈັດຕັ້ງສາກົນ. ໂດຍໄດ້ເນັ້ນຄືນຄວາມໝາຍຄວາມສໍາຄັນ ຂອງອົງການຮ່ວມມືຊຽງໄຮ້ ທີ່ມີບົດບາດເປັນເວທີສໍາລັບການຮ່ວມມືດ້ານຄວາມໝັ້ນຄົງ, ການພັດທະນາເສດຖະກິດ ແລະ ການແລກປ່ຽນທາງດ້ານວັດທະນະທໍາພາຍໃນພາກພື້ນ. ທ່ານຍັງໄດ້ກ່າວວ່າ: “ໃນທ່າມກາງສະພາບທີ່ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນຄວາມບໍ່ມີສະຖຽນລະພາບ, ຄວາມບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້, ອົງການຮ່ວມມືຊຽງໄຮ້ ຈະຕ້ອງແບກຮັບຄວາມຮັບຜິດຊອບທີ່ຫຼາຍຂຶ້ນກວ່າເກົ່າ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກໆປະເທດໃນໂລກ”. ທ່ານຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ພ້ອມທັງ, ຢຶດໝັ້ນໃນຫຼັກການຂອງການຮ່ວມມືຫຼາຍຝ່າຍ ແລະ ການມີສ່ວນຮ່ວມເພື່ອຜົນປະໂຫຍດຮ່ວມກັນທ່າມກາງສະພາບການທີ່ຄາດຄະເນໄດ້ຍາກນີ້.
ເພີ່ມເຕີມ