ທ່ານນາງ ແອນນາເລນ່າ ແບຣບັອກ ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນ ໄດ້ສາບານຕົວຮັບດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ ສປຊ ຊຸດທີ 80 ຄົນໃໝ່ ແລະ ກາຍເປັນໜຶ່ງໃນບັນດາປະທານຜູ້ທີ່ມີອາຍຸໜຸ່ມສຸດ (44 ປີ) ທີ່ຮັບດຳລົງຕຳແໜ່ງດັ່ງກ່າວ.
UNGA-80 ຈະເຄື່ອນໄຫວເຖິງວັນທີ 8 ກັນຍາ 2026 (ຊຸດໜຶ່ງດຳເນີນເປັນເວລາ 1 ປີ) ດ້ວຍຫົວຂໍ້: “ຜູກພັນກັນເພື່ອພ້ອມກັນດີຂຶ້ນ” ແນໃສ່ຊຸກຍູ້ນ້ຳໃຈສາມັກຄີສາກົນ, ຊຸກຍູ້ລັດທິຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ສິດທິມະນຸດ.
ກິດຈະກຳຈຸດສຸມຂອງ UNGA-80 ແມ່ນສັບປະດາຂັ້ນສູງ ຊຶ່ງຈະດຳເນີນແຕ່ວັນທີ 22 – 30 ກັນຍາ ນີ້ ດ້ວຍການເຂົ້າຮ່ວມຂອງປະມຸກລັດຫຼາຍປະເທດ, ຜູ້ນຳລັດຖະບານ ແລະ ເຈົ້າໜ້າທີ່ຂັ້ນສູງຂອງທັງໝົດ 193 ປະເທດສະມາຊິກ ສປຊ.
ຄໍາເຫັນ