ກອງປະຊຸມສຳມະນາທິດສະດີສອງພັກລາວ-ຈີນຄັ້ງທີ XI ໄດ້ປະສົບຜົນສຳເລັດຢ່າງຈົບງາມ

ກອງປະຊຸມສຳມະນາທິດສະດີສອງພັກລາວ-ຈີນຄັ້ງທີ XI ໄດ້ປະສົບຜົນສຳເລັດຢ່າງຈົບງາມ
ໃນວັນທີ 10 ມັງກອນ ນີ້ ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມສໍາມະນາທິດສະດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ຄັ້ງທີ XI ພາຍໃຕ້ຫົວຂໍ້:  “ບົດຮຽນ ແລະ ພຶດຕິກໍາໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝຢູ່ ສປປລາວ ແລະ ສປຈີນ” ທີ່ໄດ້ເປີດຂຶ້ນໃນວັນທີ 9 ມັງກອນ ຜ່ານມາ ຊຶ່ງກອງປະຊຸມໄດ້ໄດ້ດຳເນີນດ້ວຍບັນຍາກາດທີ່ຟົດຟື້ນ, ມີຄວາມຮັບຜິດຊອບສູງ, ມີເນື້ອໃນອຸດົມສົມບູນ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
    ພາຍຫຼັງພິທີເປີດກອງປະຊຸມຢ່າງເປັນທາງການ ໂດຍມີ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມັນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຫຼີ ຊູ ເຫຼີຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນເຂົ້າຮ່ວມເປັນຄະນະປະທານ; ກອງປະຊຸມ ໄດ້ເລີ່ມດຳເນີນໂດຍແບ່ງອອກເປັນ 2 ວາລະ ຄື: ວາລະທີ 1ພາຍໃຕ້ການຄວບຄຸມວາລະໂດຍ ສະຫາຍ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ນາງ ສູ ຊົງແຢ້ນ ຫົວໜ້າສູນຄົ້ນຄວ້າອາລິຍະທໍາສັງຄົມ ແລະ ນິເວດວິທະຍາ ໂຮງຮຽນພັກ ສູນກາງພັກກອມມູນິດຈີນ, ວາລະທີ2 ພາຍໃຕ້ການຄວບຄຸມວາລະໂດຍ ສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ນາງ ສູ ຊົງແຢ້ນ ຊຶ່ງທັງ 2 ວາລະການດຳເນີນກອງປະຊຸມ ໄດ້ເປັນໄປຢ່າງມີບັນຍາກາດທີ່ຟົດຟື້ນ, ມີຄວາມຮັບຜິດຊອບສູງ ແລະ ມີເນື້ອໃນອຸດົມສົມບູນ. ບັນດານັກວິທະຍາສາດທັງສອງປະເທດ ທີ່ເຂົ້າຮ່ວມກອງປະຊຸມໄດ້ສຸມຈິດສຸມໃຈຮັບຟັງ ບັນດາບົດສະເໜີ ທັງ 9 ບົດ ໂດຍຝ່າຍລາວມີ 4 ບົດ, ຝ່າຍຈີນ ມີ 5 ບົດ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ, ສົນທະນາກັນ, ແລກປ່ຽນບົດຮຽນ ໃນແຕ່ລະບັນຫາ ດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ຊຶ່ງມີຄວາມກະຈ່າງແຈ້ງທັງໃນແງ່ທິດສະດີວິທະຍາສາດ ແລະ ພຶດຕິກຳທີ່ມີຊີວິດຊີວາ, ມີຄວາມໝາຍສໍາຄັນໃຫ້ແກ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວແລະ ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ.
    ໃນທີ່ປະຊຸມ, ສະຫາຍ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຂຶ້ນກ່າວສະຫຼຸບ ແລະ ປິດກອງປະຊຸມ ໂດຍກ່າວວ່າ: ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງນັກວິທະຍາສາດແລະມີການປະກອບຄຳເຫັນຢ່າງກົງໄປກົງມາ. ເນື້ອໃນບົດປະກອບຄຳເຫັນ ແລະການແລກປ່ຽນບົດຮຽນຊຶ່ງກັນ ແລະກັນ ເຫັນວ່າ ມີຄວາມອຸດົມສົມບູນ, ສ້າງຄວາມກະຈ່າງແຈ້ງໄດ້ໃນຫຼາຍບັນຫາ. ການວິເຄາະ, ວິໄຈແຕ່ລະບັນຫາເຫັນວ່າ ມີວິທີວິທະຍາທີ່ຊັດເຈນ ດ້ວຍການນຳໃຊ້ວິທີປະຊິດໃນຫຼາຍມູມມອງທີ່ສາມາດຢັ້ງຢືນໄດ້ເຖິງຄວາມຖືກຕ້ອງທາງດ້ານທິດສະດີ ແລະ ຄວາມເໝາະສົມໃນການແກ້ໄຂບັນຫາພຶດຕິກຳ ຊຶ່ງຜົນການຄົ້ນຄວ້າ ແລະສຳມະນາ ມີຄຸນຄ່າດ້ານທິດສະດີ ແລະພຶດຕິກຳດັ່ງນີ້:
    ດ້ານທິດສະດີ:ນັກວິທະຍາສາດສາມາດສັງລວມ ແລະໄຈ້ແຍກທິດສະດີຢ່າງເປັນລະບົບ ແລະຢັ້ງຢືນສາຍພົວພັນທີ່ມີລັກສະນະເປັນກົດເກນລະຫວ່າງການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝ,ໃນນີ້, ເຫັນໄດ້ບົດບາດຂອງການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝ  ແມ່ນກຳລັງດັນສຳຄັນເພື່ອຕອບສະໜອງການພັດທະນາປະເທດຊາດຕາມທິດສັງຄົມນິຍົມ. ນັກວິທະຍາສາດໄດ້ຢັ້ງຢືນທິດສະດີ ທີ່ໜັກແໜ້ນ, ຊັດເຈນ ແລະແທດຕົວຈິງກ່ຽວກັບການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝ,ໄດ້ກຳນົດສາຍພົວພັນສັດຈະວິພາກ ລະຫວ່າງພັດທະນາເສດຖະກິດກັບການເສີມຂະຫຍາຍການເຕີບໂຕສີຂຽວ, ການຜະລິດກະສິກໍາສະອາດຕິດພັນກັບລະບົບນິເວດ, ການຂຸດຄົ້ນແລະນໍາໃຊ້ຊັບພະຍາກອນທໍາມະຊາດກັບການປົກປັກຮັກສາສິ່ງແວດລ້ອມຕິດພັນກັບການພັດທະນາຍືນຍົງ ແລະ ການເສີມຂະຫຍາຍຄວາມສໍາຄັນຂອງການຄົ້ນຄວ້ານະວັດຕະກໍາໃໝ່ ແລະນໍາໃຊ້ເຕັກໂນໂລຊີທີ່ຕິດພັນກັບສິ່ງແວດລ້ອມເຂົ້າໃນການພັດທະນາໃຫ້ຕອບສະໜອງໃນເງື່ອນໄຂໃໝ່ຢູ່ລາວ ແລະຈີນ.
    ດ້ານພຶດຕິກຳ: ຜົນການຄົ້ນຄວ້າໄດ້ນຳສະເໜີຂໍ້ມູນທີ່ອຸດົມສົມບູນ ດ້ວຍການວິເຄາະ, ໄຈ້ແຍກ ໃຫ້ເຫັນແຈ້ງແຕ່ລະເນື້ອໃນພຶດຕິກຳເປັນຕົ້ນ ແມ່ນເນື້ອໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝໃນຂະບວນວິວັດການພັດທະນາປະເທດຊາດຕາມທິດສັງຄົມນິຍົມ. ພົ້ນເດັ່ນແມ່ນສາມາດວິເຄາະ, ໄຈ້ແຍກ, ສະໜອງຂໍ້ມູນໃນການເສີມຂະຫຍາຍການເຕີບໂຕສີຂຽວ, ການຜະລິດກະສິກໍາສະອາດຕິດພັນກັບລະບົບນິເວດ, ການຂຸດຄົ້ນແລະນໍາໃຊ້ຊັບພະຍາກອນທໍາມະຊາດກັບການປົກປັກຮັກສາສິ່ງແວດລ້ອມຕິດພັນກັບການພັດທະນາຍືນຍົງ ແລະ ການເສີມຂະຫຍາຍຄວາມສໍາຄັນຂອງການຄົ້ນຄວ້ານະວັດຕະກໍາໃໝ່ ແລະນໍາໃຊ້ເຕັກໂນໂລຊີທີ່ຕິດພັນກັບສິ່ງແວດລ້ອມເຂົ້າໃນການພັດທະນາ, ຢັ້ງຢືນພຶດຕິກຳການພົວພັນລະຫວ່າງເສດຖະກິດກັບການຂຸດຄົ້ນແລະນໍາໃຊ້ຊັບພະຍາກອນທໍາມະຊາດກັບການປົກປັກຮັກສາສິ່ງແວດລ້ອມຕິດພັນກັບການພັດທະນາຍືນຍົງ,ນຳສະເໜີຂໍ້ມູນຕົວຈິງໃນການການເສີມຂະຫຍາຍຄວາມສໍາຄັນຂອງການຄົ້ນຄວ້ານະວັດຕະກໍາໃໝ່ ແລະນໍາໃຊ້ເຕັກໂນໂລຊີທີ່ຕິດພັນກັບສິ່ງແວດລ້ອມເຂົ້າໃນການພັດທະນາ.  ຜົນສຳເລັດທັງໝົດ, ໄດ້ເປັນຂໍ້ມູນສຳຄັນໃນການສືບຕໍ່ຄົ້ນຄວ້າພຶດຕິກຳໃຫ້ສົມບູນຍິ່ງຂຶ້ນ.ບົນພື້ນຖານຜົນງານການນຳພາຂອງພັກໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝນັ້ນ ນັກວິທະຍາສາດ ຍັງໄດ້ວິເຄາະໃຫ້ເຫັນເຖິງຂໍ້ບົກພ່ອງໃນແງ່ມູມຕ່າງໆ ສາມາດສ່ອງແສງໄດ້ຄວາມເປັນຈິງ ແລະ ເປັນພື້ນຖານສຳຄັນໃນການນຳສະເໜີວິທີການທີ່ສອດຄ່ອງ ຕອບສະໜອງການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ຢູ່ລາວ ແລະຈີນ.
    ກອງປະຊຸມສຳມະນາທິດສະດີໃນຄັ້ງນີ້, ມີຄວາມໝາຍສຳຄັນຢ່າງຍິ່ງ ນອກຈາກເປັນການຄົ້ນຄວ້າແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ມີຊີວິດຊີວາແລ້ວ ຍັງຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍຂອງລັດ ຢູ່ລາວ ແລະຈີນໃຫ້ປະກົດຜົນເປັນຈິງ. ຜົນສຳເລັດໃນການຄົ້ນຄວ້າ ແມ່ນການປະກອບສ່ວນເຫື່ອແຮງສະຕິປັນຍາຂອງຖັນແຖວນັກວິທະຍາສາດ, ນັກທິດສະດີ, ກໍຄືຄະນະຮັບຜິດຊອບ ແນໃສ່ເພີ່ມທະວີຄັງສາງທິດສະດີໃຫ້ມີຄວາມອຸດົມສົມບູນຍິ່ງຂຶ້ນ.ທັງໝົດນີ້, ຈະເປັນພື້ນຖານໃຫ້ແກ່ການສືບຕໍ່ຄົ້ນຄວ້າໃຫ້ອຸດົມບູນ ແລະໝູນໃຊ້ເຂົ້າໃນຕົວຈິງຢ່າງເປັນຮູບປະທຳ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ