ກອງປະຊຸມສໍາມະນາໄວປາ (WAIPA)ຄັ້ງທີ 2

ກອງປະຊຸມສໍາມະນາໄວປາ (WAIPA)ຄັ້ງທີ 2
ກອງປະຊຸມສໍາມະນາຂອງສະມາຊິກລັດຖະສະພາເພດຍິງລະຫວ່າງຊາດອາຊຽນຫຼື ໄວປາ (WAIPA)ຄັ້ງທີ 2 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ກຸມພາ 2024 ທີ່ສະພາແຫ່ງຊາດສປປລາວ ພາຍໃຕ້ຫົວຂໍ້: “ສົ່ງເສີມລັດຖະສະພາທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອປະຊາຄົມອາຊຽນທີ່ເຂັ້ມແຂງ, ເຊື່ອມຈອດ ແລະ ກວມລວມ”. ເຂົ້າຮ່ວມກອງປະຊຸມມີທ່ານນາງທຸມມາລີວົງພະຈັນປະທານກຳມາທິການວັດທະນະທຳ-ສັງຄົມ ທັງເປັນປະທານໄວປາ; ບັນດາທ່ານຮອງປະທານກຳມາທິການ, ເລຂາທິການໃຫຍ່ໄອປາ, ສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກໄອປາ (AIPA) 8 ປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ; ນອກນັ້ນ, ຍັງມີປະເທດສັງເກດການ, ຜູ້ຕາງໜ້າສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ.
ກອງປະຊຸມໄດ້ຕ້ອນຮັບ ແລະ ກ່າວເປີດກອງປະຊຸມໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຊຶ່ງທ່ານໄດ້ກ່າວວ່າ: ຂ້າພະເຈົ້າຕີລາຄາສູງທີ່ບັນດາປະເທດອາຊຽນໄດ້ມີການສົ່ງເສີມການມີສ່ວນຮ່ວມຂອງເພດຍິງໃນລັດຖະສະພາ ແລະ ການເປັນຜູ້ນໍາຂອງເພດຍິງໃນຕໍາແໜ່ງທີ່ສຳຄັນຕ່າງໆ ແລະ ມີອັດຕາສ່ວນເພີ່ມຂຶ້ນ ໂດຍເຫັນໄດ້ຈາກອັດຕາສ່ວນຂອງເພດຍິງໃນລັດຖະສະພາຂອງບັນດາປະເທດອາຊຽນ ໄດ້ເພີ່ມຂຶ້ນຈາກ 12% (ໃນປີ 2000) ເປັນ 23% (ໃນປີ 2023). ບັນດາປະເທດອາຊຽນ ກໍຄື ສປປລາວ ໄດ້ໃຫ້ຄວາມສຳຄັນຕໍ່ການສົ່ງເສີມ ແລະ ການພັດທະນາຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊຶ່ງບັນດາປະເທດພວກເຮົາໄດ້ເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິມະນຸດ, ສົນທິສັນຍາວ່າດ້ວຍການລຶບລ້າງທຸກການຈຳແນກຕໍ່ແມ່ຍິງ (CEDAW), ສົນທິສັນຍາວ່າດ້ວຍສິດທິທາງການເມືອງແລະ ສິດຂອງພົນລະເມືອງ (ICCPR). ໃນຂອບອາຊຽນ ພວກເຮົາໄດ້ມີຖະແຫຼງການຮ່ວມວ່າດ້ວຍການສົ່ງເສີມແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງໃນອາຊຽນ; ຖະແຫຼງການອາຊຽນວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ແລະ ການພັດທະນາຄອບຄົວ; ຖະແຫຼງການອາຊຽນວ່າດ້ວຍການເອົາໃຈໃສ່ບັນດາບົດບາດຍິງ-ຊາຍ ໃນການຈັດຕັ້ງປະຕິບັດວິໄສທັດ 2025 ຂອງປະຊາຄົມອາຊຽນ ແລະ ການພັດທະນາແບບຍືນຍົງ. ໃນຂອບລັດຖະສະພາ, ແຕ່ລະປີພວກເຮົາໄດ້ມີກອງປະຊຸມເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດບັນດາມະຕິ, ຖະແຫຼງການທີ່ໄດ້ວາງອອກ ແນໃສ່ເຮັດໃຫ້ແມ່ຍິງມີສ່ວນຮ່ວມ ແລະ ມີບົດບາດທາງດ້ານການເມືອງນັບມື້ນັບສູງຂຶ້ນ.
ກອງປະຊຸມຈະໄດ້ລວມເອົາບັນດາສະມາຊິກລັດຖະສະພາມາເຕົ້າໂຮມກັນ ເພື່ອຊອກຫາວິທີທາງແກ້ໄຂໃນກອງປະຊຸມເວທີຜູ້ນໍາທາງການເມືອງຂອງເພດຍິງ; ເປົ້າໝາຍແມ່ນເພື່ອສ້າງຄວາມເຂັ້ມແຂງການມີສ່ວນຮ່ວມຂອງເພດຍິງໃນດ້ານການເມືອງແລະການເປັນຜູ້ນຳ, ການເຊື່ອມໂຍງເຂົ້າກັບພາກພື້ນ ໂດຍການເພີ່ມທະວີການຮ່ວມມືໃນທົ່ວພາກພື້ນ, ຂໍ້ລິເລີ່ມນີ້ສອດຄ່ອງກັນກັບຫົວຂໍ້ລວມຂອງສະພາແຫ່ງຊາດລາວ ໃນນາມເປັນປະທານ AIPA.
ຫົວຂໍ້ຍ່ອຍທີ່ໄດ້ຮັບການຄົ້ນຄວ້າໂດຍຜ່ານກອງປະຊຸມເວທີຜູ້ນໍາທາງການເມືອງຂອງເພດຍິງລວມມີ:ສົ່ງເສີມການມີສ່ວນຮ່ວມຂອງເພດຍິງທາງດ້ານການເມືອງ, ຄວາມເປັນຜູ້ນໍາຂອງເພດຍິງໃນການສົ່ງເສີມຄວາມເຂັ້ມແຂງ ແລະ ຮັກສາສັນຕິພາບແບບຍືນຍົງ;ສົ່ງເສີມການເຊື່ອມຕໍ່ ແລະ ການຮ່ວມມືລະຫວ່າງຮຸ່ນຄົນຕໍ່ຮຸ່ນຄົນຂອງຜູ້ນຳເພດຍິງ.
(ຂ່າວ: ກົງທະນູຄຳ ພິພັດເສລີ;ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບ ທ່ານ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານ ກົງສ້ານຂອງພັກກອມມູນິດຫວຽດນາມ, ພ້ອມຄະນະເຂົ້າຢ້ຽມຂໍ່ານັບໃນວັນທີ 28 ກໍລະກົດນີ້ ທີ່ສຳນັກງານຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27 ກໍລະກົດ ຫາ 2 ສິງຫານີ້.
ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

​ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພ້ອມດ້ວຍກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານ້ຳ ຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ຢ່າງເປັນທາງການ ໃນວັນທີ 28 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ.
ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ນາງ ເມລານີ ລຸຍສ ບາໂລ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນວັນທີ 28 ກໍລະກົດນີ້ ທີ່ທໍານຽບປະທານປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ຫວ່າງມໍ່ໆມານີ້ ທີ່ບາງກອກ ປະເທດໄທ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດໄດ້ຕາງໜ້າ ສປປ ລາວ ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໃຫ້ກຽດ ກ່າວເປີດກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ພາຍໃຕ້ຫົວຂໍ້ “People, Partnership, Progress: Powering GMS Development through Nexus Solutions” ຊຶ່ງມີຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ສະຖາບັນຄົ້ນຄວ້າ ແລະ ອົງການຈັດຕັ້ງທາງສັງຄົມຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ນາງ ວິທະຍາ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານໂມຮາເມັດ ມູອິສຊູ (H.E.Dr.Mohamed Muizzu) ປະທານາທິບໍດີແຫ່ງ ສາທາລະນະລັດ ມານດີບ ທີ່ສໍານັກງານປະທານາທິບໍດີ ນະຄອນຫຼວງມາເລ ສາທາລະນະລັດ ມານດີບ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ມານດີບ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງນິວແດນລີ ສ ອິນເດຍ.
ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຄະນະຄຸ້ມຄອງຊາວຫວຽດນາມປະຈຳແຂວງຊຽງຂວາງ ຮ່ວມກັບການນຳແຂວງຊຽງຂວາງ ວາງພວງມາລາຢູ່ອານຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ໃນວັນທີ 27 ກໍລະກົດຜ່ານມາ, ນຳພາໂດຍທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ຖາຍ ວັນ ແອັງ ປະທານຄະນະຄຸ້ມຄອງຊາວຫວຽດນາມ ປະຈຳແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ປະກອບສ່ວນມອບເງິນ 500 ລ້ານກີບ ສົມທົບທຶນປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 12 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 200 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄູນຄຳ. ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ຫ້ອງວ່າການແຂວງຄຳມ່ວນ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມອບໂດຍທ່ານ ຫານ ຫຸຍລູ ປະທານບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ກອງປະຊຸມທົບທວນການຮ່ວມມືດ້ານສາທາລະນະສຸກ ແລະ ການດໍາເນີນງານແກ້ໄຂບັນຫາສາທາລະນະສຸກຊາຍແດນ ແລະ ຝຶກຊ້ອມແຜນກຽມຄວາມພ້ອມ ຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກສອງແຂວງ, ສອງປະເທດ ລະຫວ່າງແຂວງຄໍາມ່ວນ ສປປ ລາວ ແລະ ສາທາລະນະສຸກຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ, ທ່ານ ປຣີດາ ວອນຫານ ຕາງໜ້າສາທາລະນະສຸກຈັງຫວັດນະຄອນພະນົມ ພ້ອມດ້ວຍພະນັກງານທັງຝ່າຍເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ວັນທີ 24 ກໍລະກົດ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ ແລະ ວັນໄຊຊະນະການເດີນທັບທາງໄກ ຂອງກອງທັບກຳມະກອນ ແລະ ຊາວກະສິກອນຈີນ ຄົບຮອບ 90 ປີ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ​ ສປ​ ຈີນ ປະຈໍາ​ ສປປ​ ລາວ, ມີຄະນະນຳກະຊວງ ປກຊ-ປກສ, ຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ​ ສປ​ ຈີນ ປະຈໍາ​ ສປປ​ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ຫວ່າງມໍ່ໆມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການ ສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ ບາງກອກ ຣາຊະອານາຈັກໄທ ຊຶ່ງມີບັນດາຜູ້ກໍ່ຕັ້ງ, ຄະນະສະພາ ບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກ ພາກລັດ ແລະ ພາກເອກະຊົນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງບັນດາຄູ່ ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ