ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026
ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.

 

ກອງປະຊມສະພາບລຫານ ທຫລ ຄງທ I ປະຈາປ 2026 - image 1
 
 

 

ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານຂອງ ທຫລ ປະຈໍາປີ 2025 ແລະ ວາງທິດທາງແຜນການປີ 2026 ຊຶ່ງກອງປະຊຸມສະພາບໍລິຫານ ທຫລ ຄັ້ງຜ່ານມາ, ທຫລ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມສະພາບໍລິຫານຢ່າງເປັນເຈົ້າການ ດ້ວຍຄວາມຮັບຜິດຊອບສູງ ມີຜົນສໍາເລັດຫຼາຍດ້ານ ໂດຍສະ ເພາະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຊຶ່ງເຫັນວ່າອັດຕາເງິນເຟີ້ສະເລ່ຍໃນປີ 2025 ຢູ່ໃນລະດັບ 7.7% ຫຼຸດລົງຈາກລະດັບ 23.13% ໃນປີ 2024; ອັດຕາແລກປ່ຽນມີຄວາມສະຫງົບໂດຍພື້ນ ຖານ ແລະ ຄັງສຳຮອງເງິນຕາຕ່າງປະເທດ ຢູ່ໃນລະດັບກຸ້ມການນໍາເຂົ້າໄດ້ 6.45 ເດືອນ (ບັນລຸຕາມຄາດໝາຍທີ່ກຳນົດໄວ້); ປະລິມານເງິນ M2 ຂະຫຍາຍຕົວໃນອັດຕາ 18.72% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສະຖຽນລະພາບການເງິນ ເຫັນວ່າມີຄວາມໝັ້ນທ່ຽງໃນລະດັບດີ, ອັດຕາສ່ວນ NPLs ຢູ່ໃນລະດັບ 1.18%; ພ້ອມນີ້, ພວກເຮົາໄດ້ສໍາເລັດການຫັນ ທນບ ເປັນທະນາຄານພັດທະນາຊົນນະບົດ (ທພບ), ພ້ອມທັງມີການພັດທະນາ-ເຊື່ອມໂຍງລະບົບການຊຳລະກັບປະເທດເພື່ອນບ້ານຢ່າງມີຜົນສຳເລັດໃນລະດັບດີ. ເຖິງວ່າສະຖຽນລະພາບເງິນຕາ ຈະມີທ່າອ່ຽງທີ່ຕັ້ງໜ້າດີຂຶ້ນ, ແຕ່ກໍເຫັນວ່າຍັງບໍ່ທັນສາມາດແກ້ໄຂບັນຫາເຄັ່ງຮ້ອນທີ່ມີຢູ່ໃນປັດຈຸບັນໃຫ້ຂາດຕົວໝົດໄປໄດ້ ແລະ ການປະຕິບັດບັນດາຄາດໝາຍ, ດ້ານຕົວຊີ້ວັດທີ່ສະພາແຫ່ງຊາດຮັບຮອງຍັງບໍ່ທັນບັນລຸທຸກຄາດໝາຍ.

ກອງປະຊມສະພາບລຫານ ທຫລ ຄງທ I ປະຈາປ 2026 - image 2
 

ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາຮ່າງເອກະສານສໍາຄັນຄື: ບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດແຜນເງິນຕາ ທຫລ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຮຽກຮ້ອງມາຍັງບັນດາທ່ານຮອງປະທານ ແລະ ກຳມະການສະພາບໍລິຫານ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບສຸມໃສ່ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນໃສ່ເນື້ອໃນເອກະສານຢ່າງເລິກ ເຊິ່ງ ແລະ ກົງໄປກົງມາ ເພື່ອຊອກຫາວິທີທາງອອກທີ່ເໝາະສົມ ແລະ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງຢ່າງເປັນຮູບປະທຳ.

ຂ່າວ: ບຸນຕອມ; ພາບ: ບຸນອຸ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ