ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025
ຕອນເຊົ້າຂອງວັນທີ 25 ກັນຍາ 2025 ນີ້, ທີ່ສະພາປະຊາຊົນແຂວງສາລະວັນ, ທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງ ກ່ຽວກັບແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ IV; ໂດຍທ່ານໄດ້ຖະແຫຼງວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນສຸກ ວັນທີ 26 ກັນຍາ 2025 ທີ່ສະໂມສອນໃຫຍ່ແຂວງ (ໃຊ້ເວລາ 1 ວັນ) ຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດ 130 ກວ່າທ່ານ ແລະ ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງ;

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV ຈະໄດ້ຮັບຟັງການ ສະເໜີວຽກງານສໍາຄັນຈໍານວນໜຶ່ງ ຂອງສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ, ພ້ອມທັງ ພິຈາລະນາ ແລະ ຮັບຮອງບັນຫາສຳຄັນຕ່າງໆ ມີດັ່ງນີ້:

1. ຮັບຟັງການຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 278/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ວ່າດ້ວຍການຍົກຍ້າຍ ບຸກຄະລາກອນ ຂອງສະພາປະຊາຊົນແຂວງ; 2. ຮັບຟັງການຜ່ານໜັງສືສະເໜີ ຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 94/ຈຂ.ສວ ລົງວັນທີ 27 ສິງຫາ 2025 ກ່ຽວກັບການສະເໜີແຕ່ງຕັ້ງປະທານຄະນະກໍາມະການປົກຄອງແຂວງສາລະວັນ; 3. ຮັບຟັງການຜ່ານໜັງສືສະເໜີຂອງທ່ານປະທານ ຄະນະກໍາມະການປົກຄອງແຂວງສາລະວັນ ສະບັບເລກທີ 106/ຈຂ.ສວ ລົງວັນທີ 18 ກັນຍາ 2025 ກ່ຽວກັບ ການແຕ່ງຕັ້ງ, ຍົກຍ້າຍ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງແຂວງສາລະວັນ; 4. ຮັບຟັງການຜ່ານໜັງສືສະເໜີຂອງອົງການປົກຄອງແຂວງ ກ່ຽວກັບການສະ ເໜີສ້າງຕັ້ງກົງຈັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ;5. ຮັບຟັງການຜ່ານໜັງສື ສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ສະບັບເລກທີ 279/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ກ່ຽວກັບ ການສະເໜີແຕ່ງຕັ້ງປະທານສານປະຊາຊົນແຂວງສາລະວັນ; 6. ຮັບຟັງການຜ່ານໜັງສືສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ສະບັບເລກທີ 280/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ກ່ຽວກັບ ການສະເໜີແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນແຂວງສາລະວັນ; 7. ຮັບຟັງການຜ່ານຮ່າງແຜນການ ຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ກ່ຽວກັບ ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V;

ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມເທື່ອນີ້ ຈະໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມ ຈໍານວນ 5 ສະບັບ ຄື: 1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ປະທານ ຄະນະກໍາມະການປົກຄອງແຂວງສາລະວັນ; 1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການ ແຕ່ງຕັ້ງ, ຍົກຍ້າຍ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງແຂວງສາລະວັນ; 2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການ ສ້າງຕັ້ງກົງຈັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ; 3. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງປະທານສານປະຊາຊົນແຂວງສາລະວັນ; 4. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນແຂວງສາລະວັນ;

ໃນໄລຍະດໍາເນີນກອງປະຊຸມນີ້, ຄະນະເລຂາທິການສະພາປະຊາຊົນແຂວງ ຍັງໄດ້ຈັດການຖ່າຍທອດສົດ ບາງເນື້ອໃນທີ່ສຳຄັນຈຳນວນໜຶ່ງ ຜ່ານສະຖານີວິທະຍຸແຂວງ ແລະ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງມາຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມໄດ້ຕາມວິທີການ ດັ່ງນີ້: ໂທລະສັບບໍ່ເສຍຄ່າ ໝາຍເລກ: 034 156 ແລະ ໂທລະສານ ຫຼື ແຟັກ ໝາຍເລກ: 034 211024;

(ພາບ-ຂ່າວ: ດີລໍາພົນ ພົມມະຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ