ພາຍຫຼັງຮັບຟັງການປະກອບຄຳເຫັນຂອງຜູ້ຕາງໜ້າວິສາຫະກິດສອງປະເທດແລ້ວ, ທ່ານ ຫຼີສຽງ ກ່າວຢືນຢັນວ່າ: ຕະຫຼອດໄລຍະ 35 ປີຜ່ານມາ, ດ້ວຍຄວາມພະຍາຍາມຮ່ວມຂອງສອງປະເທດຈີນ-ສິງກະໂປ, ມິດຕະພາບ ແລະ ການຮ່ວມມືສອງປະເທດໄດ້ບັນລຸການພັດທະນາຢ່າງວ່ອງໄວ ແລະ ໄດ້ຮັບຜົນງານອັນອຸດົມສົມບູນ. ພຶດຕິກຳຕົວຈິງໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ: ການພັດທະນາຂອງຈີນ ແລະ ສິງກະໂປ ເປັນກາລະໂອກາດສຳຄັນຂອງແຕ່ລະປະເທດ, ຂໍພຽງແຕ່ສອງຝ່າຍຢຶດໝັ້ນການເຄົາລົບນັບຖື ແລະ ໄວ້ເນື້ອເຊື່ອໃຈກັນ, ເປີດປະຕູສູ່ພາຍນອກ ແລະ ຮ່ວມມືກັນ ກໍຈະສາມາດຮ່ວມກັນຊົມໃຊ້ຄວາມຈະເລີນຮຸ່ງເຮືອງ ແລະ ຮ່ວມກັນສ້າງອະນາຄົດທ່າມກາງການຊ່ວຍຊູຍູ້ໜູນກັນໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ບັນດາຜູ້ຕາງໜ້າວົງການອຸດສາຫະກຳການຄ້າທີ່ເຂົ້າຮ່ວມກອງປະຊຸມໄດ້ກ່າວຢືນຢັນວ່າ: ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ສິງກະໂປ ໄດ້ສ້າງຜົນປະໂຫຍດໃຫ້ແກ່ສອງປະເທດກໍຄືການພັດທະນາໃຫ້ຈະເລີນຮຸ່ງເຮືອງຂອງພາກພື້ນ. ວິສາຫະກິດສິງກະໂປເບິ່ງອະນາຄົດແຫ່ງການພັດທະນາຂອງຈີນໄປໃນທາງທີ່ດີ ແລະ ຈະສືບຕໍ່ລົງທຶນຢູ່ຈີນ, ເຊື່ອໝັ້ນວ່າ ຂະບວນການສ້າງຄວາມທັນສະໄໝແບບຈີນຍ່ອມຈະນຳເອົາກາລະໂອກາດຫຼາຍກວ່າເກົ່າມາສູ່ບັນດາປະເທດໃນໂລກເຊິ່ງລວມທັງສິງກະໂປຢ່າງແນ່ນອນ.
ເສດຖະກິດຈີນ ໄດ້ຮັກສາສະພາບຄວາມໝັ້ນທ່ຽງ ທ່າອ່ຽງກ້າວໄປໜ້າ ແລະ ຄວາມໝັ້ນໜຽວ
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 8 ທັນວາ ຜ່ານມາ, ໂຕເລກສະຖິຕິທີ່ເຜີຍແຜ່ໂດຍລັດຖະບານຈີນສະແດງເຫັນວ່າ, ໃນ 11 ເດືອນຂອງປີ 2025, ຍອດມູນຄ່ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນມີເຖິງ 41,210 ຕື້ຢວນ, ເພີ່ມຂຶ້ນ 3.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າ ນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງຂອງເດືອນພະຈິກໄດ້ເພີ່ມຂຶ້ນ 4.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງໄດ້ຮັກສາການເຕີບໂຕເປັນເວລາ 10 ເດືອນລຽນຕິດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນັກວິເຄາະຊີ້ໃຫ້ເຫັນວ່າ, ໂຄງປະກອບການຄ້າກັບຕ່າງປະເທດຂອງຈີນໄດ້ປັບປຸງດີຂຶ້ນເລື້ອຍໆ, ປ່ອຍພະລັງຂັບເຄື່ອນໃໝ່ຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວທີ່ເຂັ້ມແຂງ.
ຄໍາເຫັນ