ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວໃນພິທີເປີດກອງປະຊຸມຄັ້ງນີ້ວ່າ: ປັນຍາປະດິດພວມໄດ້ຮັບການພັດທະນາດ້ວຍຄວາມໄວທີ່ໜ້າຕື່ນຕົກໃຈ ຊຶ່ງບັນຫາສໍາຄັນມີຢູ່ວ່າ: ພວກເຮົາຈະຮ່ວມກັນຄຸ້ມຄອງປັນຍາປະດິດ ຫຼື ໃຫ້ປັນຍາປະດິດຄຸ້ມຄອງພວກເຮົາ. ກອງປະຊຸມຄັ້ງນີ້ເຮັດໃຫ້ທຸກປະເທດລ້ວນແຕ່ມີໂອກາດເຂົ້າຮ່ວມການສົນທະນາກ່ຽວກັບບັນຫາດັ່ງກ່າວເປັນຄັ້ງທໍາອິດ. ປັດຈຸບັນ, ພວກເຮົາຕ້ອງຫັນການເຂົ້າຮ່ວມໃນທົ່ວໂລກໄປສູ່ການເຄື່ອນໄຫວໃນທົ່ວໂລກເພື່ອເຮັດໃຫ້ປັນຍາປະດິດມີຄວາມປອດໄພ, ຄວາມຍຸຕິທໍາ, ເຂົ້າເຖິງໄດ້ງ່າຍ ແລະ ສອດຄ່ອງກັບຈະລິຍະທໍາຫຼາຍກວ່າເກົ່າ.
ຂ່າວແຈ້ງໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະສຸມໃສ່ 4 ວຽກງານບຸລິມະສິດ ຄື: ໂອກາດ ແລະ ຜົນສະທ້ອນຂອງປັນຍາປະດິດ; ການເສີມສ້າງຄວາມສາມາດ ແລະ ຊ່ອງຫວ່າງໃນຂົງເຂດປັນຍາປະດິດ; ປັນຍາປະດິດທີ່ປອດໄພ ແລະ ໜ້າເຊື່ອຖື; ສິດທິມະນຸດ ແລະ ການຕິດຕາມກວດກາດ້ວຍມະນຸດ.
ຄໍາເຫັນ