ກອງປະຊຸມສຸດຍອດຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນຊາຍ)

ກອງປະຊຸມສຸດຍອດຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນຊາຍ)
ໃນວັນທີ 1-3 ພະຈິກນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນຊາຍ)(The 7th ASEANSAI Summit) ທີ່ ນະຄອນຫຼວງ ມານິລາ ປະເທດ ຟິລິບປິນ. ໃນກອງປະຊຸມຄັ້ງນີ້ມີຜູ້ແທນຂັ້ນສູງ ຂອງ 10 ສະຖາບັນກວດສອບສູງສຸດ ທີ່ເປັນສະມາຊິກຂອງອາຊຽນຊາຍ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 68 ທ່ານ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄິນ ນາຍ ໂອ (Prof. Dr. Khin Naing Oo), ປະທານສະຖາບັນກວດສອບສູງສຸດ ສະຫະພາບມຽນມາ ໃນນາມ ປະທານ ອາຊຽນຊາຍ ແລະ ໃຫ້ກຽມຂຶ້ນກ່າວຕ້ອນຮັບ ໂດຍ ທ່ານ ກໍາມະລຽນ ອາຊິດກອນໂດບະ (Gamaliel Cordonba) ປະທານອົງການກວດສອບແຫ່ງລັດ ປະເທດຟິລິບປີນ.
ກອງປະຊຸມສຸດຍອດອາຊຽນຊາຍ ແມ່ນກອງປະຊຸມ ທີ່ຈັດຂຶ້ນທຸກໆ 2 ປີ ຊຶ່ງກອງປະຊຸມຄັ້ງນີ້ໄດ້ມີການຄົ້ນຄວ້າປຶກສາຫາລື ແລະຕົກລົງຮັບຮອງບັນຫາຕ່າງໆທີ່ມີຄວາມສໍາຄັນເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການເຄື່ອນໄຫວວຽກງານຕ່າງໆຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກ ສ່ຽງໃຕ້ ຫຼື ອາຊຽນຊາຍດັ່ງນີ້: 1. ຮັບຮອງບົດລາຍງານຄວາມຄືບໜ້າຂອງບັນດາຄະນະກໍາມະການ ແລະ ກອງເລຂາ ຂອງອາຊຽນຊາຍ (Approval of the Progress Reports of ASEANSAI’s Committees and Secretariat); 2. ຮັບຮອງການປັບປຸງ ລະບຽບ ແລະ ຂັ້ນຕອນການປະຕິບັດ ຂອງ ອາຊຽນຊາຍ ຄັ້ງທີ 4 (Approval of the 4th revision ASEANSAI Rules and Procedures); 3. ຮັບຟັງການນໍາສະເໜີກ່ຽວກັບ ການຮ່ວມມືຄົ້ນຄວ້າຄວາມເປັນເອກະລາດຂອງ ສະຖາບັນກວດສອບສູງສຸດສະມາຊິກອາຊຽນຊາຍ: ການນໍາໃຊ້ເຄື່ອງມືຄາດການລ່ວງໜ້າເພື່ອອະນາຄົດທີ່ເໝາະສົມ ໂດຍອົງການກວດສອບສູງສຸດປະເທດໄທ ໃນນາມ ຜູ້ຊ່ຽວຊານການແລກປ່ຽນຄວາມຮູ້ (Presentation on Cooperative Research SAI Independence in ASEAN Countries: Implementing Foresight Tools for Preferable Future); 4. ຮັບຟັງການນໍາສະເໜີກ່ຽວກັບ ການສ້າງບົດແນະນໍາການກວດສອບການກໍ່ສ້າງ ໂດຍ ອົງການກວດສອບສູງສຸດປະເທດ ບຣູໄນ (Presentation on Fundamental Guideline in Construction Audit); 5. ຮັບຮອງເອົາປະທານ ແລະ ຮອງປະທານ ອາຊຽນຊາຍຄົນໃໝ່ ປະຈໍາສົກປີ 2024-2025 (Appointment of New Chairman and Vice Chairman of ASEANSAI/ Handover of Chairmanship of ASEANSAI) ຊຶ່ງແມ່ນ ອົງການກວດສອບສູງສຸດ ຟິລິບປິນ ເປັນປະທານ ແລະ ອົງການກວດສອບສູງສຸດສິງກະໂປ ເປັນຮອງປະທານ; 6. ແຕ່ງຕັ້ງ ແລະ ຮັບຮອງ ອົງການກວດສອບສູງສຸດ ປະເທດໄທ ເປັນຜູ້ກວດສອບເອກະສານລາຍງານການເງິນ ສໍາລັບທ້າຍປີ 31 ທັນວາ 2022 ແລະ 31 ທັນວາ 2023 (Appointment and Approval of ASEANSAI Auditor for Financial Statements for Year Ended 2022 and 2023); 7. ຮັບຮອງປະທານບັນດາຄະນະກໍາມະການອາຊຽນຊາຍ ປະຈໍາສົກປີ 2024-2025 (Appointment and Approval of ASEANSAI Committee’s Chair 2024 – 2025) ຄື: 1) SAI Singapore ສືບຕໍ່ເປັນປະທານ ຄະນະກໍາມະການ ລະບຽບ ແລະ ຂັ້ນຕອນການປະຕິບັດ (RPC); 2) SAI Vietnam ສືບຕໍ່ເປັນປະທານ ຄະນະກໍາມະການ ແຜນຍຸດທະສາດ (SPC); 3) SAI Malaysia ສືບຕໍ່ເປັນປະທານ ຄະນະກໍາມະການ ແລກປ່ຽນຄວາມຮູ້ (KSC); 4) SAI Philippines ສືບຕໍ່ເປັນປະທານ ຄະນະກໍາມະການ ຝຶກອົບຮົມ (TC); 8. ແຕ່ງຕັ້ງ ອົງການກວດສອບສູງສຸດ ອິນໂດເນເຊຍ ສືບຕໍ່ເປັນກອງເລຂາອາຊຽນຊາຍ ໄລຍະຍາວ ສົກປີ 2024-2029 (Appointment of the longer-term ASEANSAI Secretariat 2024-2029); 9. ນໍາສະເໜີ ແລະ ຮັບຮອງແຜນການເຄື່ອນໄຫວວຽກງານຂອງບັນດາຄະນະກໍາມະການໃນອາຊຽນຊາຍ ປະຈໍາປີ 2024-2025 (Presentation and Approval of ASEANSAI Committees’ Work Plans 2024-2025); 10. ລາຍງານສະຖານະບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ອົງການກວດສອບສະວີເດັນ (Status of the MoU with Swedish National Audit Office); 11. ຮັບຮອງງົບປະມານ ສໍາລັບບັນດາກິດຈະກໍາຂອງອາຊຽນຊາຍ ໃນສົກປີ 2024-2025 (Approval for ASEANSAI Activities Budget 2024-2025).
ໃນກອງປະຊຸມສຸດຍອດຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກ ສ່ຽງໃຕ້ ຫຼື ອາຊຽນຊາຍໃນຄັ້ງນີ້ແມ່ນຖືກກັບລະບຽບ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກງານທັງສອດ ຄ່ອງກັບສະພາບແວດລ້ອມໃນປັດຈຸບັນ ແລະ ອານາຄົດອັນໃກ້ຂອງວຽກງານກວດສອບໃນພາກພື້ນອາຊີຕາ ເວັນອອກສ່ຽງໃຕ້ ຊຶ່ງບັນດາຄະນະຜູ້ແທນຂັ້ນສູງຂອງອົງການກວດສອບສູງສຸດຂອງ 10 ປະເທດ ແມ່ນໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຊາຍ ຄັ້ງທີ 7 ທີ່ໄດ້ຕົກລົງຮັບຮອງເອົາບັນຫາສໍາຄັນຕ່າງໆ ທີ່ຈະເປັນທິດທາງແຜນການໃນຕໍ່ໜ້າ ສໍາລັບປີ 2024-2025 ແລະ ເປັນການຮັບປະກັນຄວາມເປັນເອກະພາບພາຍໃນສະຫະພັນສະຖາບັນກວດສອບສູງສຸດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃຫ້ນັບມື້ນັບເຂັ້ມແຂງຂຶ້ນຢ່າງມີສະຖຽນລະພາບ.
ນອກຈາກນັ້ນ, ສປປ ລາວ ໃນນາມສະມາຊິກ ຍັງໄດ້ປະກອບຄໍາເຫັນໃນແຕ່ລະບັນຫາ ທີ່ເຫັນວ່າມີຄວາມສໍາຄັນຢ່າງກົງໄປກົງມາ ເພື່ອປະກອບສ່ວນປັບປຸງແບບວິທີການເຮັດວຽກ ແລະ ໂຄງປະກອບການ ຈັດຕັ້ງຂອງອາຊຽນໄຊໃຫ້ມີຄວາມອຸດົມສົມບູນຂຶ້ນເທື່ອລະກ້າວ. ສໍາລັບອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕັ້ງໜ້າປະກອບສ່ວນໃນຫຼາຍດ້ານ ເປັນຕົ້ນ: ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຊາຍ ຄັ້ງທີ 4 ພ້ອມເປັນປະທານອາຊຽນໄຊໃນສົກປີ 2017-2019 ແລະ ເປັນເຈົ້າພາບຈັດ ແລະ ເຂົ້າຮ່ວມບັນດາກອງປະຊຸມຝຶກອົບຮົມ, ສໍາມະນາແລກປ່ຽນຄວາມຮູ້ ແລະ ອື່ນໆ ເພື່ອຍົກສູງພາລະບົດບາດຂອງອົງການກວດສອບແຫ່ງລັດ ໃນເວທີສາກົນກໍຄືການສ້າງຂີດຄວາມສາມາດໃຫ້ແກ່ບັນດາພະນັກງານອົງ ການກວດສອບແຫ່ງລັດ ສປປ ລາວ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ.
(ຂ່າວ: ອົງການກວດສອບ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ