ກອງປະຊຸມຄັ້ງນີ້ໄດ້ເນັ້ນໃສ່ຫົວຂໍ້: “ສະຕິປັນຍາເຕົ້າໂຮມສູ່ເສັ້ນທາງສາຍໄໝ, ດີຈີຕອນເປີດຂະບວນໃໝ່-ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ”, ໄດ້ມີບັນດາແຂກຜູ້ມີກຽດຈາກວົງການການເມືອງ, ອຸດສາຫະກຳ, ວິຊາການ ແລະ ສະຖາບັນຄົ້ນຄວ້າຈາກທົ່ວໂລກເຂົ້າຮ່ວມ ແລະ ໄດ້ຈັດເວທີປຶກສາຫາລືສະເພາະໂດຍສຸມໃສ່ຫົວຂໍ້ຕ່າງໆເຊັ່ນ: ການຮ່ວມມື ແລະ ການພັດທະນາການຄ້າເອເລັກໂຕຣນິກຕາມເສັ້ນທາງສາຍໄໝ, ການພັດທະນາທີ່ມີການປະດິດສ້າງປະສານສົມທົບລະບົບອັດສະລິຍະ, ການອະນຸລັກ ແລະ ສືບທອດມໍລະດົກວັດທະນະທຳໃນຍຸກດິີຈີຕອນ-ອັດສະລິຍະ, ສຸຂະພາບດີຈີຕອນ-ອັດສະລິຍະ ແລະ ອື່ນໆ. ເພື່ອຮ່ວມກັນປຶກສາຫາລືວາງແຜນການພັດທະນາເຕັກໂນໂລຊີດິີຈີຕອນ-ອັດສະລິຍະທີ່ມີການປະດິດສ້າງ, ຮ່ວມກັນປຶກສາຫາລືວິທີເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງດີຈີຕອນ, ຮ່ວມກັນສ້າງເສັ້ນທາງແລກປ່ຽນ ແລະ ຖອດຖອນບົດຮຽນອະລິຍະທຳດີຈີຕອນ, ຊຸກຍູ້ໃຫ້ບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບ ແລະ ຮ່ວມມືກັນ, ເພື່ອກຳໂອກາດໃໝ່ແຫ່ງການພັດທະນາຫັນເປັນດີຈີຕອນ-ອັດສະລິຍະ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ