ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ
ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ມີບັນດາຮອງລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ-ຮອງກົມ, ບັນດາຄະນະກອງ, ຄະນະຂະແໜງປະຕິບັດຄຳຕັດສິນຂອງສານທົ່ວປະເທດເຂົ້າຮ່ວມ.
ກອງປະຊມວຽກງານປະຕບດຄຳຕດສນຂອງສານ - image 1
 

ທ່ານ ໄພວີ ສີບົວລິພາ ໄດ້ກ່າວວ່າ: ໃນກອງປະຊຸມຄັ້ງນີ້ແມ່ນຈະໄດ້ສະຫຼຸບຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານການປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ນອກຈາກນັ້ນຍັງໄດ້ຮັບຟັງການລາຍງານການຕີລາຄາສະພາບການປະຕິບັດຄຳຕັດສິນຂອງສານ,ສະພາບການເຄື່ອນໄຫວວຽກງານຂອງກອງປະຕິບັດຄຳຕັດສິນຂອງສານ ແລະ ຂະແໜງປະຕິບັດຄຳຕັດສິນຂອງສານ.

ທ່ານ ສຸລິຍາ ສີດາວົງ ຫົວໜ້າກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ ໄດ້ຂຶ້ນຜ່ານບົດລາຍງານຕີລາຄາສະພາບການປະຕິບັດຄຳຕັດສິນຂອງສານ ວ່າ: ໃນປີ 2024 ອົງການປະຕິບັດຄໍາຕັດສິນຂອງສານ ໄດ້ຮັບຄໍາຕັດສິນ ທັງໝົດ 9,867 ເລື່ອງ, ໃນນັ້ນ ຄະດີແພ່ງ 1,483 ເລື່ອງ, ອາຍາ 8,384 ເລື່ອງ (ຢາເສບຕິດ 5,012 ເລື່ອງ): ສາມາດປະຕິບັດສໍາເລັດ ແລະ ປິດການປະຕິບັດ 2,214 ເລື່ອງ, ຄະດີແພ່ງ 996 ເລື່ອງ, ອາຍາ 1,218 ເລື່ອງ (ຢາເສບຕິດ 674 ເລື່ອງ) ເທົ່າ 22,43% ຂອງຄະດີເຂົ້າໃໝ່ ແລະ 3,47% ຂອງຄໍາຕັດສິນທັງໝົດ, ໂຈະການປະຕິບັດ 781 ເລື່ອງ, ຄະດີແພ່ງ 51 ເລື່ອງ; ອາຍາ 730 ເລື່ອງ (ຢາເສບຕິດ 346 ເລື່ອງ), ສົ່ງສຳນວນຄະດີໃຫ້ອົງການໄອຍະການ 86 ເລື່ອງ, ຄະດີແພ່ງ 62 ເລື່ອງ, ອາຍາ 24 ເລື່ອງ (ຢາເສບຕິດ 6 ເລື່ອງ). ສໍາລັບ 5 ເດືອນຕົ້ນປີ 2025 ໄດ້ຮັບຄໍາຕັດສິນທັງ ໝົດ 3,176 ເລື່ອງ, ໃນນັ້ນ ຄະດີແພ່ງ 627 ເລື່ອງ, ອາຍາ 2,549 ເລື່ອງ (ຢາເສບຕິດ 1,422 ເລື່ອງ); ປະຕິບັດສຳເລັດ ແລະ ປິດການປະຕິບັດ 948 ເລື່ອງ, ຄະດີແພ່ງ 441 ເລື່ອງ, ອາຍາ 507 ເລື່ອງ (ຢາເສບຕິດ 290 ເລື່ອງ) ເທົ່າກັບ 29.84% ຂອງຈໍານວນຄໍາຕັດສິນເຂົ້າໃໝ່, ໂຈະການປະຕິບັດ 466 ເລື່ອງ, ຄະດີແພ່ງ 41 ເລື່ອງ; ອາຍາ 425 ເລື່ອງ (ຢາເສບຕິດ 288 ເລື່ອງ). ປັດຈຸບັນ ມີຄໍາຕັດສິນທີ່ ພວມປະຕິບັດ ທັງໝົດ 59,751 ເລື່ອງ ໃນນັ້ນຄະດີແພ່ງ 10,548 ເລື່ອງ, ອາຍາ 49,203 ເລື່ອງ (ຢາເສບຕິດ 27,725 ເລື່ອງ). ແຍກສະຖິຕິໃຫ້ເຫັນ ນັບແຕ່ເດືອນພຶດສະພາ 2024 ຫາ ພຶດສະພາ 2025 ຊຶ່ງເປັນໄລຍະສ້າງຕັ້ງກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານ ໄດ້ 1 ປີ ຊຶ່ງ 5 ກອງ ແລະ 11 ຫ້ອງ ໄດ້ຮັບຄໍາຕັດສິນຂອງສານ ຈໍານວນ 5,964 ເລື່ອງ, ມີຄະດີແພ່ງ 1,191 ເລື່ອງ, ອາຍາ 4,773 ເລື່ອງ (ຢາເສບຕິດ 2,666 ເລື່ອງ); ປະຕິບັດສຳເລັດ ແລະ ປິດການປະຕິບັດ 1,250 ເລື່ອງ, ຄະດີແພ່ງ 770 ເລື່ອງ, ອາຍາ 480 ເລື່ອງ (ຢາເສບຕິດ 236 ເລື່ອງ) ເທົ່າກັບ 20,95% ຂອງຈໍານວນຄໍາຕັດສິນເຂົ້າໃໝ່, ໂຈະການປະຕິບັດ 624 ເລື່ອງ ໃນນັ້ນມີຄະດີແພ່ງ 34 ເລື່ອງ, ອາຍາ 590 ເລື່ອງ (ຢາເສບຕິດ 391 ເລື່ອງ); ສົ່ງສໍານວນຄະດີໃຫ້ອົງການໄອຍະການ 84 ເລື່ອງ, ຄະດີແພ່ງ 46 ເລື່ອງ, ອາຍາ 38 ເລື່ອງ (ຢາເສບຕິດ 15 ເລື່ອງ), ມີຄໍາຕັດສິນທີ່ພວມປະຕິບັດ ຈຳນວນ 36,118 ເລື່ອງ ເປັນຄະດີແພ່ງ 6,979 ເລື່ອງ, ອາຍາ 29,139 ເລື່ອງ (ຢາເສບຕິດ 17,096 ເລື່ອງ).

ສຳລັບ 13 ຂະແໜງ ແລະ ໜ່ວຍງານປະຕິບັດຄໍາຕັດສິນຂອງສານ ມີຄໍາຕັດສິນເຂົ້າໃໝ່ ຈໍານວນ 3,765 ເລື່ອງ, ຄະດີແພ່ງ 531 ເລື່ອງ, ອາຍາ 3,234 ເລື່ອງ (ຢາເສບຕິດ 1,757 ເລື່ອງ), ປະຕິບັດສຳເລັດ ແລະ ປິດການປະຕິບັດ 1,271 ເລື່ອງ, ຄະດີແພ່ງ 424 ເລື່ອງ, ອາຍາ 847 ເລື່ອງ (ຢາເສບຕິດ 533 ເລື່ອງ) ເທົ່າກັບ 33.83% ຂອງຈໍານວນ ຄໍາຕັດສິນຂອງສານເຂົ້າໃໝ່, ໂຈະການປະຕິບັດ 391 ເລື່ອງ ໃນນັ້ນມີ ຄະດີແພ່ງ 43 ເລື່ອງ; ອາຍາ 348 ເລື່ອງ (ຢາ ເສບຕິດ 163 ເລື່ອງ); ສົ່ງສຳນວນຄະດີໃຫ້ອົງການໄອຍະການ 24 ເລື່ອງ, ຄະດີແພ່ງ 10 ເລື່ອງ, ອາຍາ 14 ເລື່ອງ, ມີຄໍາຕັດສິນທີ່ພວມປະຕິບັດ ຈໍານວນ 23,633 ເລື່ອງ ເປັນຄະດີແພ່ງ 3,569 ເລື່ອງ, ອາຍາ 20,064 ເລື່ອງ (ຢາເສບຕິດ 10,629 ເລື່ອງ).

ສຳລັບຜົນສຳເລັດໃນການຈັດຕັ້ງປະຕິບັດແມ່ນໄດ້ສ້າງນິຕິກຳ ໃຕ້ກົດໝາຍ ຈໍານວນ 17 ສະບັບ, ປັບປຸງກົງຈັກການຈັດຕັ້ງ ຂອງອົງການປະຕິບັດຄໍາຕັດສິນຂອງສານ ໃຫ້ເຂັ້ມແຂງ ແລະ ສອດຄ່ອງຕາມ ກົດໝາຍວ່າດ້ວຍປະຕິບັດຄໍາຕັດສິນຂອງສານ ສະບັບ ປີ 2021,ປັບປຸງແຜນວິທີ ເຮັດວຽກ ຂອງອົງການປະຕິບັດຄໍາຕັດສິນຂອງສານ ໃຫ້ໄປຕາມລະບົບ, ກົນໄກການເຮັດວຽກທີ່ມີຄວາມຄ່ອງຕົວ, ທັນສະໄໝ, ໂປ່ງໃສ, ສ້າງກົນໄກ ການຕິດຕາມ, ກວດກາ, ລາຍງານ ລະຫວ່າງ ກົມ, ກອງ, ຫ້ອງ, ຂະແໜງ, ໜ່ວຍງານ ປະຕິບັດຄໍາຕັດສິນຂອງສານ ໃຫ້ມີຄວາມຄ່ອງຕົວ ແລະ ທັນການ, ຝຶກອົບຮົມ ແລະ ສົ່ງພະນັກງານ ລົງເຄື່ອນໄຫວຊ່ວຍວຽກປະຕິບັດຄໍາຕັດສິນຂອງສານປະຈຳຢູ່ 9 ຫ້ອງປະຕິບັດຄໍາຕັດສິນຂອງສານ ຢູ່ 4 ແຂວງ ແລະ ສົ່ງພະນັກງານໄປຝຶກອົບຮົມວຽກງານປະຕິບັດຄໍາຕັດສິນຂອງສານ ຢູ່ ສສ ຫວຽດນາມ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ສານປະຊາຊົນ, ອົງການໄອຍະການປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ, ກຳມາທິການຍຸຕິທໍາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອປຶກສາຫາລື ວິທີປະຕິບັດຄໍາຕັດສິນຂອງສານທີ່ມີຄວາມຫຍຸ້ງຍາກ, ໄດ້ຮັບຄໍາຮ້ອງ, ຄໍາສະເໜີ ກ່ຽວກັບການປະຕິບັດຄຳຕັດສິນຂອງສານ ຈໍານວນ 919 ສະບັບ, ໄດ້ຄົ້ນຄວ້າ, ແກ້ໄຂ ສຳເລັດ 592 ສະບັບ, ຕິດຕາມອົງການປະຕິບັດຄຳຕັດສິນຂອງສານທ້ອງຖິ່ນ ນຳເອົາຄຳຕັດສິນຂອງສານ ມາປະຕິບັດສຳເລັດ 2,214 ເລື່ອງ ໃນປີ 2024 ແລະ 948 ເລື່ອງ ໃນ 5 ເດືອນຕົ້ນປີ 2025 , ມອບເງິນໃຫ້ຄູ່ຄວາມທັງໝົດ 354,357,340,130 ກີບ; 87,428,272 ບາດ; 3,285,434 ໂດລາ; 96,775 ຢວນ, ມອບເງິນອາກອນເຂົ້າງົບປະມານຂອງລັດທັງໝົດ 3,734,845,399 ກີບ; 41,500 ບາດ, ມອບເງິນປັບໃໝອາຍາທົ່ວໄປທັງໝົດ 6,337560,500 ກີບ, ມອບເງິນປັບໃໝຢາເສບຕິດທັງໝົດ 13,058,690,000 ກີບ ; ລວມສະກຸນເງິນມີ ເງິນກີບທັງໝົດ 750,995,000 ກີບ; 180,000 ບາດ; 110 ໂດລາ ແລະ 308,261 ຢວນ, ໄດ້ກວດກາຂຶຶ້ນບັນຊີຊັບສິນທີ່ສານຕັດສິນ ຫຼື ໃຫ້ລັດຄຸ້ມຄອງມີທີ່ດິນ 14 ຕອນ, ເຮືອນ 8 ຫຼັງ, ບ້ານພັກ 2 ຫຼັງ, ລົດໃຫຍ່ 120 ຄັນ, ລົດຈັກ 1,319 ຄັນ, ເຮືອ 7 ລຳ, ລົດອີແຕນ 1 ຄັນ, ຄຳ 28,8 ກຣາມ, ພັນທະບັດ 200,000,000 ກີບ ແລະ ຊັບສິນອື່ນໆ ໃນນັ້ນໄດ້ມອບ ລົດໃຫຍ່ 26 ຄັນ, ລົດຈັກ 603 ຄັນ, ເຮືອ 5 ລຳ ແລະ ຊັບສິນຈຳນວນໜຶ່ງໃຫ້ຂະແໜງຄຸ້ມຄອງຊັບສິນຂອງລັດສຳເລັດ.

(ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ ຂຶ້ນໃນວັນທີ 1 ພະຈິກ ຜ່ານມານີ້ ທີ່ວັດດັ່ງກ່າວ ໂດຍມີຍາທ່ານໃຫຍ່ ຄໍາສຸກ ທອງຈໍາປາ ຮອງປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ນະຄອນຫຼວງວຽງຈັນ ແລະ ເປັນເຈົ້າສັດທາກະຖິນ (ເຈົ້າພາບກະຖິນ) ໂດຍແມ່ຕູ້ໃຫຍ່ ອາຈິນ ແສງສຸລິວົງ ພ້ອມດ້ວຍລູກ-ຫຼານ, ມີອົງ ການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ, ພ້ອມດ້ວຍຊາວພຸດທະສາສະນິກະຊົນທຸກທົ່ວໜ້າເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.
ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ວັນທີ 3 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະຈັດຕັ້ງແຂວງ ເຜີຍແຜ່ນິຕິກຳກ່ຽວກັບວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຊຸກຍູ້ໃຫ້ຄັດເລືອກການຍ້ອງຍໍຜົນງານ 5 ປີ (2021-2025) ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງເລຂາພັກແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ.
ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ບໍລິສັດ ສຸກຈະເລີນຟາມ ໄດ້ຂະຫຍາຍການຜະລິດໄຂ່ໄກ່ຄຸນນະພາບ ເພື່ອຮອງຮັບຄວາມຕ້ອງ ການຂອງສັງຄົມ ແລະ ຮັບປະກັນການບໍລິໂພກພາຍໃນປະເທດ ແລະ ສົ່ງເສີມການພັດທະນາອຸດສາຫະກໍາການຜະລິດສິນຄ້າໃນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ.
ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່ ເມື່ອບໍ່ດົນມານີ້ ເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາ ໃນທົ່ວປະເທດລາວ.
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.
ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ພໍຮອດເດືອນ 11 ຂອງທຸກໆປີ ແມ່ນງານບຸນພະທາດຫຼວງວຽງຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ລະດັບຊາດຂອງລາວເຮົາ ທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດມາແຕ່ບູຮານນະການຈົນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບວັນທີ 1-5 ພະຈິກ 2025 ເປັນເວລາ 5 ວັນ.
ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ, ວາງສະແດງຮູບພາບ ແລະ ວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ພະຈິກ 2025 ທີ່ເດີນພະທາດຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ເພີ່ມເຕີມ