ກອງປະຊຸມວິຊາການ ແລະ ກິດຈະກຳປິ່ນອ້ອມຂອງຂະແໜງການ ລບຕ ເພື່ອກະກຽມການເປັນເຈົ້າພາບ ກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ (3RCCCM)

ກອງປະຊຸມວິຊາການ ແລະ ກິດຈະກຳປິ່ນອ້ອມຂອງຂະແໜງການ ລບຕ ເພື່ອກະກຽມການເປັນເຈົ້າພາບ ກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ (3RCCCM)

ກອງປະຊຸມວິຊາການ ແລະ ກິດຈະກຳປິ່ນອ້ອມຂອງຂະແໜງການ ລບຕ ເພື່ອກະກຽມການເປັນເຈົ້າພາບ ກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ (3RCCCM)
ໃນວັນທີ 26 ມິຖຸນາຜ່ານມານີ້, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ທັງເປັນ ກອງເລຂາຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມດ້ານວິຊາການ ແລະ ກິດຈະກຳປິ່ນອ້ອມຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການເປັນປະທານ ແລະ ເຈົ້າພາບກອງປະຊຸມທົບທວນສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RCCCM) ຊຶ່ງຈະຈັດຂຶ້ນໃນເດືອນກັນຍາ 2026 ນີ້. ກອງປະຊຸມໄດ້ຈັດຂຶ້ນທີ່ໂຮງແຮມ ສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍໄດ້ມີການດຳເນີນ 3 ກິດຈະກຳສຳຄັນ ແລະ ມີຜູ້ເຂົ້າຮ່ວມຕາມແຕ່ລະວາລະຫຼາຍກວ່າ 200 ​ທ່ານ ຈາກບັນດາກະຊວງຂະເເໜງການທີ່ກ່ຽວຂ້ອງ, ສະຖານທູດ ເເລະ ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນທຸລະກິດ.
ກອງປະຊມວຊາການ ແລະ ກດຈະກຳປນອອມຂອງຂະແໜງການ ລບຕ ເພອກະກຽມການເປນເຈາພາບ ກອງປະຊມທບທວນຮອບວຽນທ 3 ສນທສນຍາ ການເກອດຫາມລະເບດລກຫວານ (3RCCCM) - image 1
 

 

ໃນວາລະຕອນເຊົ້າ, ມີການດຳເນີນກອງປະຊຸມປຶກສາຫາລືວິຊາການກ່ຽວກັບວຽກງານປິ່ນອ້ອມຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງ ຢູ່ ສປປ ລາວ, ໂດຍການເປັນປະທານຮ່ວມຂອງທ່ານ ອາລົມລັງສີ ລາຊະວົງ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ Johanna Hazebroek, ເລຂາເອກສະຖານເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ສປປ ລາວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເພິີ່ມທະວີຄວາມເຂົ້າໃຈຕໍ່ວຽກງານ ລບຕ ຢູ່ ສປປ ລາວ ພ້ອມທັງເປັນການແລກປ່ຽນປຶກສາຫາລືບັນຫາປິ່ນອ້ອມ ຕິດພັນກັບທຸກຂະແໜງການ, ກະຊວງ ແລະ ອົງການປະຕິບັດງານເປັນຕົ້ນແມ່ນ ບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ, ສິ່ງແວດລ້ອມ, ບົດບາດຍິງ-ຊາຍ, ສິດທິຂອງຜູ້ພິການ, ການພັດທະນາແບບຍືນຍົງ ແລະ ການມີສ່ວນຮ່ວມຂອງຊຸມຊົນເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນໃນການການແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ. ກອງປະຊຸມໄດ້ສຸມໃສ່ການແລກປ່ຽນທາງດ້ານມາດຕະການ ແລະ ບົດຮຽນໃນການຈັດຕັ້ງປະຕິບັດທີ່ຖືເອົາການມີສ່ວນຮ່ວມຂອງ ປະຊາຊົນ ແລະ ຊຸມຊົນເປັນໃຈກາງ. ກອງປະຊຸມໄດ້ຮັບຟັງການກໍານົດວຽກງານດັ່ງກ່າວເຂົ້າໃນຮ່າງປະຕິບັດງານນະຄອນຫຼວງວຽງຈັນ ເພື່ອເປັນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດບໍ່ທັນແຕກ. ບັນຍາກາດກອງປະ ຊຸມໄດ້ດຳເນີນເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍ ຊຶ່ງບັນດາບົດຮຽນ ແລະ ຂໍ້ສະເໜີແນະຕ່າງໆທີ່ໄດ້ຮັບໃນກອງປະຊຸມຄັ້ງນີ້ ຈະເປັນສ່ວນສຳຄັນໃນການຮ່າງແຜນປະຕິບັດງານນະຄອນຫຼວງວຽງຈັນ ທີ່ຈະໄດ້ນໍາມາພິຈາລະນາ ເເລະ ຮັບຮອງໃນເດືອນກັນຍາ 2026 ທີ່ນະຄອນຫຼວງວຽງຈັນ.

ໃນວາລະຕອນບ່າຍ, ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນທາງດ້ານພະລາທິການ ເພື່ອສ້າງຄວາມເຂົ້າໃຈ ແລະ ລາຍງານຄວາມຄືບໜ້າໃນການກະກຽມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນ ທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບ ຊຶ່ງວາລະດັ່ງກ່າວ ທ່ານ ອາລົມລັງສີ ລາຊະວົງ ໄດ້ລາຍງານຂໍ້ມູນດ້ານພະລາທິການ ແລະ ຂໍ້ມູນກິດຈະກຳປິ່ນອ້ອມອື່ນໆໂດຍລະອຽດ ພ້ອມທັງດໍາເນີນການຖາມ-ຕອບ ໃຫ້ແກ່ຄະນະທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຕໍ່ຂອບວຽກດ້ານເນື້ອໃນ, ພະລາທິການ ເພື່ອກຽມຄວາມພ້ອມຮອບດ້ານ ແລະ ຮັບປະກັນຜົນສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມ 3RCCCM.

ກອງປະຊມວຊາການ ແລະ ກດຈະກຳປນອອມຂອງຂະແໜງການ ລບຕ ເພອກະກຽມການເປນເຈາພາບ ກອງປະຊມທບທວນຮອບວຽນທ 3 ສນທສນຍາ ການເກອດຫາມລະເບດລກຫວານ (3RCCCM) - image 2
 

ສຳຄັນໄປກວ່ານັ້ນ, ວາລະສຸດທ້າຍເເມ່ນໄດ້ຮັບກຽດຢ່າງສູງຈາກ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ ຜູ້ປະຈໍາການ ຄະນະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເປັນປະທານ ຈັດງານສົ່ງ ເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນເເຕກ ເເລະ ການສະໜັບສະໜູນການເປັນປະທານກອງປະຊຸມ 3RCCCM. ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຄວາມເປັນມາ, ບົດຮຽນ ແລະ ຮັບຊົມວິດີໂອ ກ່ຽວກັບພາລະບົດບາດຂອງລັດຖະບານຕໍ່ວຽກງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ຊຶ່ງເປັນການຍົກໃຫ້ເຫັນເຖິງຄວາມສຳຄັນດ້ານມະນຸດສະທຳພາຍໃຕ້ສົນທິສັນຍາ CCM. ພ້ອມດຽວກັນນັ້ນ, ພາຍໃນງານຍັງມີການວາງສະເເດງຮູບພາບກ່ຽວກັບ ຜົນກະທົບຈາກ ລບຕ, ວິຖີຊີວິດການເປັນຢູ່ຂອງຜູ້ຖືກເຄາະຮ້າຍ ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດສົນທິສັນຍາ CCM ໃນ ສປປ ລາວ ໂດຍທັງໝົດນີ້ແມ່ນເພື່ອເສີມຂະຫຍາຍການຮ່ວມມືຂອງທຸກພາກສ່ວນໃນສັງຄົມໂດຍສະເພາະຄູ່ຮ່ວມພາກເອກະຊົນເພື່ອພ້ອມກັນເປັນເຈົ້າພາບຈັດກອງປະຊຸມທົບທວນ ຮອບວຽນທີ 3 ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RCCCM)ໃນລະຫວ່າງວັນທີ 13-18 ກັນຍາ 2026 ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ